ພາລະບົດບາດ

ໜ້າຫຼັກ / ພາລະບົດບາດ

 

ສາທາລະນະລັດ  ປະຊາທິປະໄຕ  ປະຊາຊົນລາວ

ສັນຕິພາບ  ເອກະລາດ  ປະຊາທິປະໄຕ  ເອກະພາບ  ວັດທະນະຖາວອນ.

 

ແຂວງຜົ້ງສາລີ                                                                                                                                                      ເລກທີ 819 / ຂຜລ

                                                                                                                                                            ຜົ້ງສາລີ, ວັນທີ 12 ກັນຍາ 2022

 

ຂໍ້ຕົກລົງ

ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ

ຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ

 

  • ອີງຕາມ ກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບເລກທີ 68/ສພຊ, ລົງວັນທີ 14 ທັນວາ 2015;
  • ອີງຕາມ ຂໍ້ຕົກລົງ ຂອງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງພະແນກຖະແຫລງແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ສະບັບເລກ ທີ 443/ຖວທ, ລົງວັນທີ 2 ມິຖຸນາ 2022;
  • ອີງຕາມ ໜັງສືສະເໜີ ຂອງພະແນກຖະແຫຼງແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ສະບັບເລກ ທີ 440/ຖວທຂ, ລົງວັນທີ 30 ພຶດສະພາ 2022;
  • ອີງຕາມໜັງສືສະເໜີ ຂອງພະແນກພາຍໃນແຂວງ ສະບັບເລກທີ......./ພນຂ, ລົງວັນທີ.....ມິຖຸນາ 2022.

 

ເຈົ້າແຂວງຕົກລົງ:

ໝວດທີ 1

ບົດບັນຍັດທົ່ວໄປ

 

ມາດຕາ 1    ຈຸດປະສົງ

ຂໍ້ຕົກລົງສະບັບນີ້ ກຳນົດທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ຂອບເຂດສິດ, ໂຄງປະກອບການຈັດຕັ້ງ, ຫຼັກ ການ ແລະ ແບບແຜນວິທີເຮັດວຽກ ຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ເພື່ອເປັນບ່ອນອີງທາງດ້ານນິຕິກໍາ ໃຫ້ແກ່ການຈັດຕັ້ງ ແລະ ເຄື່ອນໄຫວ ແນໃສ່ຈັດຕັ້ງປະຕິບັດວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ມີປະສິດທິຜົນສູງ.

 

ມາດຕາ 2    ທີ່ຕັ້ງ ແລະ ພາລະບົດບາດ

ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ຂຽນເປັນຕົວອັກສອນຫຍໍ້ວ່າ: "ຖວທຂ" ແມ່ນກົງຈັກການຈັດຕັ້ງໜຶ່ງຂອງແຂວງ, ມີພາລະບົດບາດເປັນເສນາທິການ ໃຫ້ແກ່ເຈົ້າແຂວງ ແລະ ລັດຖະ ມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນການຈັດຕັ້ງຄຸ້ມຄອງ ແລະ ພັດທະນາວຽກງານ

ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນຂອບເຂດທົ່ວແຂວງ.

ໝວດທີ 2

ໜ້າທີ່ ແລະ ຂອບເຂດສິດ

 

ມາດຕາ 3    ໜ້າທີ່

              ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ມີໜ້າທີ່ ດັ່ງນີ້:

  1. ຄົ້ນຄ້ວາ, ເຊື່ອມຊຶມ ແລະ ຫັນເອົາແນວທາງນະໂຍບາຍຂອງພັກ, ທິດທາງແຜນການຂອງລັດຖະບານ,ກະຊວງ ແລະ ອົງການປົກຄອງແຂວງ ມາຜັນຂະຫຍາຍເປັນແຜນການ, ແຜນງານ, ໂຄງການອັນລະ ອຽດຂອງພະແນກ ພ້ອມທັງຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ;
  2. ຈັດຕັ້ງໂຄສະນາ, ເຜີຍແຜ່ແນວທາງນະໂຍບາຍ, ກົດໝາຍ, ດຳລັດ, ຂໍ້ກຳນົດ, ຄຳສັ່ງ, ຄຳແນະນຳ ແລະ ແຈ້ງການຕ່າງໆ ກ່ຽວກັບວຽກງານຄຸ້ມຄອງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມທັງສຶກສາອົບຮົມ ແນະນຳໃຫ້ແກ່ການຈັດຕັ້ງຂອງລັດ, ສັງຄົມ, ບຸກຄົນ, ນິຕິບຸກຄົນ, ພົນລະເມືອງ ແລະ ຊາວຕ່າງດ້າວ ທີ່ອາໃສຢູ່ພາຍໃນແຂວງ ໄດ້ເຊື່ອມຊຶມເຂົ້າໃຈ ແລະ ປະຕິບັດໃຫ້ຖືກຕ້ອງ;
  3. ໂຄສະນາ, ເຜີຍແຜ່ ຜົນສໍາເລັດການຈັດຕັ້ງປະຕິບັດແນວທາງນະໂຍບາຍ, ແຜນພັດທະນາເສດຖະກິດ- ສັງຄົມແຫ່ງຊາດ, ຂອງແຂວງ, ຕະຫຼອດເຖິງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ແນວ ທາງການຕ່າງປະເທດ, ການເຄື່ອນໄຫວຜູ້ນໍາພັກ-ລັດ ໂດຍຜ່ານພາຫະນະສື່ມວນຊົນ;
  4. ສະໜອງຂໍ້ມູນຂ່າວສານ, ຄວາມຮູ້ວິທະຍາສາດ-ວິທະຍາການທີ່ທັນສະໄໝ, ສາລະບັນເທິງ, ກິລາ ແລະ ການທ່ອງທ່ຽວ ໂດຍຜ່ານສື່ສິງພິມ ແລະ ເອເລັກໂຕຣນິກ;
  5. ສ້າງແຜນພັດທະນາ ບັນດາພາຫະນະສື່ມວນຊົນ, ຈັດຊື້, ຕິດຕັ້ງ, ສ້ອມແປງ, ປ່ຽນຖ່າຍ ແລະ ຄຸ້ມຄອງ ນຳໃຊ້ຕາມມາດຕະຖານເຕັກນິກ ທີ່ກະຊວງກໍານົດ;
  6. ຊຸກຍູ້, ຕິດຕາມ, ກວດກາ ແນະນໍາ ແລະ ອະນຸຍາດໃຫ້ຜູ້ປະກອບການດ້ານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ພາຍໃນແຂວງ ຕາມການແບ່ງຂັ້ນຄຸ້ມຄອງ;
  7. ຄຸ້ມຄອງການຜະລິດ ແລະ ການນໍາເຂົ້າ-ສົ່ງອອກ ຜະລິດຕະພັນດ້ານຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ພາຍໃນແຂວງ ຕາມການແບ່ງຂັ້ນຄຸ້ມຄອງ;
  8. ຊີ້ນຳ, ຄຸ້ມຄອງ, ແນະນໍາທາງດ້ານວິຊາການ ແລະ ສົ່ງເສີມຂະບວນການເຄື່ອນໄຫວວັດທະນະທຳມະ ຫາຊົນເຊັ່ນ: ການສ້າງຄອບຄົວ ແລະ ບ້ານວັດທະນະທຳ, ສະໂມສອນວັດທະນະທໍາ, ສູນວັດທະນະທໍາເດັກ, ສີ່ງກໍ່ສ້າງທີ່ມີຄຸນຄ່າທາງດ້ານວັດທະນະທໍາ ຢູ່ສວນສາທາລະນະ, ປ້າຍ, ແບບແຜນການດໍາລົງຊີ ວິດ, ຮີດຄອງປະເພນີການເຮັດບຸນສິນກິນທານ ແລະ ງານພິທີກຳຕ່າງໆ ຂອງບັນດາເຜົ່າ ຢູ່ພາຍໃນແຂວງ;
  9. ຄຸ້ມຄອງ, ສົ່ງເສີມ ແລະ ຈັດຕັ້ງການເຄື່ອນໄຫວສະແດງສິລະປະອາຊີບ, ສິລະປະມວນຊົນ, ຈັດຕັ້ງແຂ່ງ ຂັນສິລະປະ-ວັນນະຄະດີພື້ນເມືອງເຜົ່າຕ່າງໆ ເພື່ອສ້າງບັນຍາກາດ ຮັບໃຊ້ໜ້າທີ່ການເມືອງ, ຮັບໃຊ້ມວນຊົນຢູ່ພາຍໃນແຂວງ, ພາຍໃນປະເທດ ແລະ ຕ່າງປະເທດ ຕາມການຕົກລົງຂອງຂັ້ນເທິງ;
  10. ຄົ້ນຄ້ວາ, ສໍາຫລວດ, ຂຶ້ນທະບຽນວັດຖຸບູຮານ, ບູຮານສະຖານ, ຮ່ອງຮອຍປະຫວັດສາດ, ປູສະນີຍະສະຖານ, ສະຖານທີ່ປະຫວັດສາດແລະ ທຳມະຊາດ ເພື່ອຄຸ້ມຄອງ ແລະ ນຳສະເໜີກົມມໍລະດົກ, ຄະນະກໍາມະການມໍລະດົກທ້ອງຖີ່ນ ຫຼື ຄະນະກໍາມະການມໍລະດົກແຫ່ງຊາດ ເພື່ອຮັບຮອງ ແລະ ຂຶ້ນທະບຽນເປັນມໍລະດົກທ້ອງຖິ່ນ ຫຼື ມໍລະດົກລະດັບຊາດ;
  11. ກໍານົດແຜນພັດທະນາ, ຄຸ້ມຄອງ, ບໍລິການຫໍພິພິທະພັນ, ສະຖານບຸຮານ, ຫ້ອງວ່າງສະແດງມຸ້ນເຊື້ອ, ສະໂມສອນວັດທະນະທໍາ, ສວນວັດທະນະທໍາບັນດາເຜົ່າ ແລະ ງານນິເທດສະການຕ່າງໆ ຕາມການແບ່ງຂັ້ນຄຸ້າຄອງ;
  12. ຄຸ້ມຄອງ, ກວດກາແລະ ສົ່ງເສີມວຽກງານການພິມຈຳໜ່າຍປື້ແລະ ສິ່ງພິມອື່ນໆ, ຈັດຕັ້ງຂະບວນການແຂ່ງຂັນ, ສົ່ງເສີມການປະດິດຄິດແຕ່ງວັນນະຄະດີ, ຂະຫຍາຍ ແລະ ສົ່ງເສີມຫ້ອງສະໝຸດ, ການອ່ານ ໃນທົ່ວປວງຊົນພາຍໃນແຂວງ;
  13. ປະສານສົມທົບກັບພາກສວນທີ່ກ່ຽວຂ້ອງສຶກສາຄົ້ນຄວ້າ, ການສ້າງຕັ້ງອະນຸສາວະລີ, ອະນຸສອນສະ ຖານທີ່ເປັນມູນເຊື້ອທາງດ້ານປະຫວັດສາດ ແລະ ວັດທະນະທໍາ ຂອງແຂວງ ເພື່ອນໍາສະເໜີໃຫ້ຂັ້ນເທິງພິຈາລະນາ ຕາມການແບ່ງຂັ້ນຄຸ້ມຄອງ;
  14. ປຸກລະດົມ ສົ່ງເສີມທາງພາກລັດ, ເອກະຊົນ ເພື່ອຜະລິດຮູບເງົາ, ສາລະຄະດີ, ຜະລິດຕະພັນພາບແລະ ສຽງ ທີ່ສ່ອງແສງເຖິງເຫດການທີ່ສຳຄັນທາງການເມືອງ, ​ເສດຖະກິດ, ວັດທະນະທຳ-ສັງຄົມ ເພື່ອເຜີຍ ແຜ່ຂໍມູນຂ່າວສານໃຫ້ທົ່ວສັງຄົມຮັບຊາບ;
  15. ຄົ້ນຄວ້າກໍານົດແຜນຍຸດທະສາດການທ່ອງທ່ຽວ ຂອງແຂວງ ແຕ່ລະໄລຍະ ໃຫ້ສອດຄ່ອງຕາມແຜນພັດ ທະນາເສດຖະກິດ-ສັງຄົມ ຂອງອົງການປົກຄອງແຂວງ ແລະ ສອດຄ່ອງກັບແຜນຍຸດທະສາດການທ່ອງ ທ່ຽວຂອງສູນກາງ;
  16. ຊຸກຍູ້, ສົ່ງເສີມ ພົວພັນຮ່ວມມື ເພື່ອຈັດຕັ້ງງານສົ່ງເສີມການທ່ອງທ່ຽວ ເຊື່ອມຕໍ່ກັບບັນດາແຂວງ, ບັນ ດານະຄອນຂອງປະເທດຕ່າງໆ ໃນພາກພື້ນ ແລະ ສາກົນ ຕາມການຕົກລົງຂອງຂັ້ນເທິງ;
  17. ສ້າງ ແລະ ປັບປຸງຫ້ອງຂໍ້ມູນຂ່າວສານການທອ່ງທ່ຽວ ຂອງແຂວງ ຕາມສະຖານທີ່ທ່ອງທ່ຽວທີ່ສໍາຄັນເພື່ອສະໜອງຂໍ້ມຸນຂ່າວສານ ແລະ ອໍານວຍຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວພາຍໃນ ແລະ ຕ່າງ ປະເທດ;
  18. ສໍາຫຼວດ, ເກັບກໍາ, ຂື້ນບັນຊີແຫຼ່ງທ່ອງທ່ຽວ, ວັດຖຸບູຮານ, ບູຮານສະຖານ, ຮອງຮອຍປະຫວັດສາດ,ປູສະນິຍະສະຖານ, ສາສະໜາສະຖານ, ສະຖານທີ່ປະຫວັດສາດ, ທໍາມະຊາດ, ວັດທະນະທໍາ ເພື່ອອະນຸ ລັກຮັກສາ. ປະຕິສັງຂອນມໍລະດົກທີ່ເປັນຮຸບປະທໍາ ແລະ ນາມມະທໍາຂອງຊາດ ໃນຂອບເຂດແຂວງໂດຍສົມທົບກັບຂະແໜງການ ແລະ ທ້ອງຖີ່ນ ເພື່ອພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວ ທີ່ສາມາດຮັບໃຊ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ;
  19. ຄຸ້ມຄອງ ການພັດທະນາແບບອະນຸລັກ ບັນດາແຫຼ່ງທ່ອງທ່ຽວທໍາມະຊາດ, ວັດທະນະທໍາ ແລະ ປະ ຫວັດສາດ ໂດຍປະຊາຊົນມີສ່ວນຮ່ວມ ແລະ ຮັກສາຄຸນຄ່າອັນໂດ່ດເດັ່ນນັ້ນໃຫ້ຍືນຍົງ;
  20. ຄົ້ນຄວ້າປະກອບຄໍາເຫັນດ້ານວິຊາການຕໍ່ຄໍາຮ້ອງສ້າງຕັ້ງ, ໂຈະຊົ່ວຄາວ, ສືບຕໍ່, ຍົກເລີກ, ຖອນໃບອະ ນຸຍາດການດໍາເນີນທຸລະກິດຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຕາມການແບ່ງຂັ້ນຄຸ້ມຄອງ;
  21. ພົວພັນປະສານສົມທົບກັບພາກສວນທີ່ກ່ຽວຂ້ອງ ເພື່ອອຳນວຍຄວາມສະດວກໃຫ້ນັກທ່ອງທ່ຽວເຂົ້າ-ອອກ ປະເທດຢູ່ດ່ານສາກົນ;
  22. ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ກໍານົດມາດຖານ ແລະ ຈັດລະດັບຂັ້ນ ຫຼື ປະເພດ ຂອງທຸລະກິດນໍາທ່ຽວ, ໂຮຽແຮມ, ເຮືອນພັກ, ລີສອດ, ຮານອາຫານ, ສະຖານບັນເທິງ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ຕາມການແບ່ງຂັ້ນຄຸ້ມຄອງ;
  23. ສ້າງແຜນລົງເຄື່ອນໄຫວສໍາຫຼວດແຫຼ່ງທ່ອງທ່ຽວ ໃນຂອບເຂດພາຍໃນແຂວງ ໂດຍສົມທົບພາກສ່ວນ

ທີ່ກ່ຽວຂ້ອງ ເພື່ອພັດທະນາໃຫ້ເປັນສະຖານທີ່ທ່ອງທ່ຽວ  ທີ່ສາມາດຮັບໃຊ້ໃຫ້ແກ່ນັກທ່ອງທ່ຽວ  ທັງ

ພາຍໃນ ແລະ ຕ່າງປະເທດ;

  1. ສ້າງແຜນການ ແລະ ຈັດຕັ້ງຝືກອົບຮົມ ບຸກຄະລາກອນ ຂອງຂະແໜງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ທັງພາກລັດ ແລະ ເອກະຊົນ ຕາມພາລະບົດບາດ;
  2. ເກັບກໍາ, ສັງລວມຂໍ້ມູນສະຖິຕິ ດ້ານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຢູ່ພາຍໃນແຂວງ ເພື່ອລາຍງານໃຫ້ຂັ້ນເທິງເປັນປົກກະຕິ;
  3. ສ້າງລາຍຮັບວິຊາການ, ລາຍຮັບກອງທຶນສົ່ງເສີມການທ່ອງທ່ຽວ ມອບເຂົ້າງົບປະມານ ແລະ ນໍາໃຊ້ເຂົ້າໃນວຽກງານວິຊາການ ໃຫ້ຖືກຕ້ອງຕາມກົດໝາຍງົບປະມານ ແລະ ການຕົກລົງເຫັນດີ ຂອງຂັ້ນເທິງ;
  4. ສຶກສາອົບຮົມການເມືອງ, ນໍາພາແນວຄິດ, ຄຸ້ມຄອງ, ບໍາລຸງກໍ່ສ້າງ ປະຕິບັດນະໂຍບາຍ ແລະ ປະຕິບັດວິໄນຕໍ່ພະນັກງານ-ລັດຖະກອນ ພາຍໃນພະແນກ ຕາມການຕົກລົງເຫັນດີຂອງຂັ້ນເທິງ;
  5. ຄົ້ນຄວ້າ ປະກອບຄໍາເຫັນທາງດ້ານວິຊາການ ຕໍ່ການຂໍອະນຸມັດສ້າງຕັ້ງສະມາຄົມວິຊາຊີບຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ຕາມການແບ່ງຂັ້ນຄຸ້ມຄອງ;
  6. ກໍານົດລະບຽບການຄຸ້ມຄອງພະນັກງານ-ລັດຖະກອນ ໃຫ້ຖືກຕ້ອງຕາມກົດໝາຍກໍານົດໄວ້;
  7. ປັບປຸງກົງຈັກການຈັດຕັ້ງພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ຂຽນກໍານົດຕໍາແໜ່ງງານ, ສ້າງແຜນບໍາລຸງພະນັກງານ-ລັດຖະກອນ ໃນແຕ່ລະໄລຍະ;
  8. ຂຶ້ນແຜນງົບປະມານ, ພາຫະນະອຸປະກອນຕ່າງໆ ເພື່ອຮັບໃຊ້ວຽກງານພາຍໃນພະແນກ;
  9. ສະຫຼຸບສັງລວມ, ລາຍງານສະພາບການເຄື່ອນໄຫວຮອບດ້ານຂອງພະແນໃຫ້ຂັ້ນເທິງແລະ ນຳເອົາທິດຊີ້ນຳຂອງຂັ້ນເທິງ ລົງມາເຜີຍແຜ່ຈັດຕັ້ງປະຕິບັດ ຢ່າງເປັນປົກກະຕິ;
  10. ປະຕິບັດສິດອື່ນໆ ຕາມການມອບໝາຍຂອງອົງການປົກຄອງແຂວງ ແລະ ກະຊວງຖະແຫຼງຂ່າວ, ວັດ ທະນະທໍາ ແລະ ທ່ອງທ່ຽວ.

 

ມາດຕາ 4    ຂອບເຂດສິດ

              ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ມີສິດດັ່ງນີ້:

  1. ຮ່າງຂໍ້ຕົກລົງ, ຄຳສັ່ງ, ຄໍາແນະນຳ ຕາມການຊີ້ນຳຂອງເຈົ້າແຂວງ ແລະ ລັດຖະມົນຕີວ່າການກະຊວງຖະ ແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ;
  2. ອອກແຈ້ງການ, ໜັງສືສະເໜີ ແລະ ເຊັນຢັ້ງຢືນເອກະສານຕ່າງໆ ທີ່ກ່ຽວຂ້ອງເຖິງວຽກງານຄຸ້ມຄອງ ດ້ານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຢູ່ພາຍໃນແຂວງ ຕາມການເຫັນດີຂອງເຈົ້າແຂວງ;
  3. ອອກໃບອະນຸຍາດ, ຍົກເລີກການເຄື່ອນໄຫວວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ແກ່ການຈັດຕັ້ງ, ບຸກຄົນ, ນິຕິບຸກຄົນຢູ່ພາຍໃນແຂວງ ຕາມການແບ່ງຂັ້ນຄຸ້ມຄອງ;
  4. ກວດກາ, ແນະນຳການຈັດຕັ້ງປະຕິບັດ ບັນດານິຕິກຳ ກ່ຽວກັບວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຕໍ່ການຈັດຕັ້ງ, ບຸກຄົນ, ນິຕິບຸກຄົນ ຢູ່ພາຍໃນແຂວງ ຕາມການແບ່ງຂັ້ນຄຸ້ມຄອງ;
  5. ເຂົ້າຮ່ວມປະຊຸມ ສະເໜີ ແລະ ປະກອບຄຳເຫັນຕໍ່ວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຕາມພາລະບົດບາດຂອງພະແນກ;
  6. ຈັດກອງປະຊຸມ, ສໍາມະນາ, ແລກປ່ຽນ, ຖອດຖອນບົດຮຽນກ່ຽວກັບວຽກງານຖະແຫຼງຂ່າວ, ວັດທະ ນະທໍາ ແລະ ທ່ອງທ່ຽວກັບພາກສ່ວນທີ່ກ່ຽວຂ້ອງ, ບຸກຄົນອົົງການຈັດຕັ້ງສາກົນຢູພາຍໃນ ແລະ ຕ່າງ ປະເທດ ຕາມການຕົກລົງຂອງຂັ້ນເທິງ;
  7. ຄົ້ນຄວ້ານໍາສະເໜີເຈົ້າແຂວງແຕ່ງຕັ້ງ, ຍົກຍ້າຍ ແລະ ປົດຕຳແໜ່ງພະນັກງານ-ລັດຖະກອນ, ຮອງຫົວໜ້າພະແນກ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ, ຫົວໜ້າກອງວິຊາການ, ຮອງຫົວໜ້າກອງວິຊາການ ແລະ ພະນັກງານວິຊາການ ເພື່ອນໍາສະເໜີຂັ້ນເທິງພິຈະລະນາ;
  8. ສະເໜີເຈົ້າແຂວງບັນຈຸສັບຊ້ອນ, ການເລື່ອນຊັ້ນ, ຂັ້ນເງິນເດືອນໃຫ້ພະນັກງານ-ລັດຖະກອນ ທີ່ສັງກັດພະແນກບົນພື້ນຖານການເຫັນດີຈາກພະແນກພາຍໃນແຂວງ;
  9. ສະເໜີຂັ້ນເທິງພິຈາລະນາຕົກລົງປະຕິບັດນະໂຍບາຍຍ້ອງຍໍ, ສັນລະເສີນຕໍ່ ບຸກຄົນ, ນິຕິບຸກຄົນ, ການ ຈັດຕັ້ງທີ່ມີຜົນງານ ແລະ ປະຕິບັດວິໄນຕໍ່ຜູ້ທີ່ລະເມີດນິຕິກຳ ກ່ຽວກັບວຽກງານຖະແຫຼງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ;
  10. ສະເໜີເຈົ້າແຂວງ ຫຼື ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ປັບປຸງກົງຈັກການຈັດຕັ້ງພາຍໃນພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ;
  11. ຊີ້ນໍາ ແລະ ນໍາພາການຈັດຕັ້ງປະຕິບັດວຽກງານຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ;
  12. ໂຄສະນາ ແລະ ສ້າງກິດຈະກຳຕ່າງໆ ຮ່ວມກັບພາກລັດ ແລະ ເອກະຊົນ ເພື່ອໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວໃນງານວາງສະແດງການທ່ອງທ່ຽວ, ນິເທດສະການຕ່າງໆ ນັບທັງຢູ່ພາຍໃນ ແລະ ຕ່າງ ປະເທດ;
  13. ຂຶ້ນແຜນງົບປະມານ, ພາຫະນະ, ອຸປະກອນຮັບໃຊ້ດ້ານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເພື່ອຄຸ້ມຄອງການນຳໃຊ້ໃຫ້ມີປະສິດທິຜົນ;
  14. ຄຸ້ມຄອງ, ນຳໃຊ້ກອງທຶນສົ່ງເສີມການທ່ອງທ່ຽວແຫ່ງຊາດ ແລະ ກອງທຶນສົ່ງເສີມວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ;
  15. ປະຕິບັດສິດອື່ນໆ ຕາມການມອບໝາຍຂອງຂັ້ນເທິງ.

 

ໝວດທີ 3

ໂຄງປະກອບການຈັດຕັ້ງ

 

ມາດຕາ 5   ໂຄງປະກອບກົງຈັກ

  1.  ການຈັດຕັ້ງດ້ານບໍລິຫານ ແລະ ຄຸ້ມຄອງດ້ານວິຊາການຊ່ວຍວຽກພະແນກປະກອບມີ:
  2. ຂະແໜງບໍລິຫານ, ຈັດຕັ້ງ ແລະ ກວດກາ;
  3. ຂະແໜງຖະແຫຼງຂ່າວ;
  4. ຂະແໜງວັດທະນະທຳ;
  5. ຂະແໜງທ່ອງທ່ຽວ;
  6. ກອງວິຊາການປະກອບມີ:
  7. ກອງວິຊາການ ສະຖານີວິທະຍຸ-ໂທລະພາບ;
  8. ກອງວິຊາການ ວັດທະນະທໍາ;
  9. ກອງວິຊາການ ສື່ສິ່ງພິມ.

 

ມາດຕາ 6    ໂຄງປະກອບບຸກຄະລາກອນ

      ບຸກຄະລາກອນຂອງພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ປະກອບດ້ວຍ:

  1. ຫົວໜ້າພະແນກ 01 ທ່ານ ຮັບຜິດຊອບຕໍ່ເຈົ້າແຂວງ ແລະ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ ໃນການຄຸ້ມຄອງຕາມຂະແໜງການຕົນຮັບຜິດຊອບ ຊຶ່ງມີສິດ ແລະ ໜ້າທີ່ຕາມກໍານົດໄວ້;

ໃນເວລາຕິດຂັດ ຫົວໜ້າພະແນກ ຕ້ອງມອບສິດໃຫ້ຮອງຫົວໜ້າພະແນກ ທ່ານໃດໜຶ່ງ ເປັນຜູ້

ຮັກສາການແທນ;

  1. ມີຮອງຫົວໜ້າພະແນກຈຳນວນໜຶ່ງ ຊ່ວຍຫົວໜ້າພະແນກໃນການຊີ້ນຳວຽກງານຂອງຕົນ, ຮັບຜິດ ຊອບວຽກງານໃດໜຶ່ງ ຕາມການມອບໝາຍຂອງຫົວໜ້າພະແນກ;

       ຮອງຫົວໜ້າພະແນກເປັນຜູ້ຮັກສາການແທນ ໃນເວລາຫົວໜ້າພະແນກຕິດຂັດ;

  1. ຫົວໜ້າຂະແໜງ, ຫົວໜ້າກອງວິຊາການ, ຮອງຫົວໜ້າຂະແໜງ, ຮອງຫົວໜ້າກອງວິຊາການ ແລະ ລັດຖະກອນວິຊາການຈຳນວນໜຶ່ງ ຕາມການກໍານົດຕຳແໜ່ງງານ.

        ການບັນຈຸ, ສັບຊ້ອນ, ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ແມ່ນປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ກຳນົດໄວ້.

 

ໝວດທີ 4

ໜ້າທີ່ຂອງແຕ່ລະຂະແໜງ

 

ມາດຕາ 7    ຂະແໜງບໍລິຫານ, ຈັດຕັ້ງ ແລະ ກວດກາ

               ຂະແໜງບໍລິຫານ, ຈັດຕັ້ງ ແລະ ກວດກາ ມີໜ້າທີ່ ດັ່ງນີ້:

  1. ຄົ້ນຄວ້າ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງ, ກົດໝາຍຂອງລັດ ແລະ ແຜນຍຸດທະສາດ; ສ້າງແຜນການ, ແຜນງານ, ໂຄງການ ກ່ຽວກັບວຽກງານຄຸ້ມຄອງບໍລິຫານ, ວຽກງານສະຖິຕິແຜນການ ແລະ ຮ່ວມມືກັບຕ່າງປະເທດ, ວຽກງານຈັດຕັ້ງ ແລະ ກວດກາ;
  2. ເປັນໃຈກາງໃນການພົວພັນ, ປະສານງານກັບພາກສ່ວນກ່ຽວຂ້ອງ, ອໍານວຍຄວາມສະດວກໃນການ ເຄື່ອນໄຫວວຽກງານຂອງຄະນະພະແນກ, ບັນດາຂະແໜງ ແລະ ພະນັກງານ-ລັດຖະກອນ ທີ່ສັງກັດພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ;
  3. ຄົ້ນຄວ້າສັງລວມບັນດາເນື້ອໃນເອກະສານ, ຂໍ້ມູນຂ່າວສານຕ່າງໆ ແລະ ບັນທຶກກອງປະຊຸມພ້ອມທັງສ້າງແຜນການ, ສະຫຼຸບວຽກງານຂອງພະແນກ ເປັນປະຈໍາອາທິດ, ເດືອນ, 3 ເດືອນ, 6 ເດືອນ ແລະ ປະຈໍາປີ;
  4. ບັນທຶກເອກະສານຂາເຂົ້າ-ຂາອອກ, ແຈກຍາຍບັນດາເອກະສານຕ່າງໆໃຫ້ພາກສ່ວນທີ່ກ່ຽວຂ້ອງ; ຄຸ້ມຄອງຕາປະທັບ, ສໍາເນົາ ແລະ ຮັກສາເອກະສານທີ່ເປັນຄວາມລັບທາງລັດຖະການຢ່າງເຂັ້ມງວດ; ຮັບ ຜິດຊອບວຽກງານບໍລິຫານ-ພິທີການ, ຈັດກອງປະຊຸມ; ຮ່າງເອກະສານທາງລັດຖະການທີ່ພົວພັນກັບວຽກງານຂອງຕົນ;
  5. ຄຸ້ມຄອງ ແລະ ຂຶ້ນແຜນກໍ່ສ້າງ, ສ້ອມແປງຕຶກອາຄານ, ພາຫະນະ, ປະມູນ, ຈັດຊື້, ເບີກຈ່າຍອຸປະກອນຮັບໃຊ້ພາຍໃນພະແນກ;
  6. ສ້າງແຜນການ, ໂຄງການ, ການນໍາໃຊ້ງົບປະມານ, ຄຸ້ມຄອງ, ສະຫຼຸບລາຍຮັບ-ລາຍຈ່າຍ; ປະສານສົມ ທົບກັບພະແນກການເງິນແຂວງ ໃນການນໍາໃຊ້ງົບປະມານຂອງພະແນກ; ຄິດໄລ່ເງິນເດືອນ, ເງິນອຸດໜູນ ແລະ ນະໂຍບາຍຕ່າງໆ ໃຫ້ພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງພະແນກຕາມລະບຽບການ;
  7. ຄົ້ນຄ້ວາ ສ້າງແຜນງົບປະມານ, ລາຍຮັບວິຊາການ, ຄຸ້ມຄອງນໍາໃຊ້ ແລະ ມອບພັນທະ ເຂົ້າງົບປະມານ

ໃຫ້ຖືກຕ້ອງຕາມລະບຽບການ;

  1. ຕິດຕາມ, ກວດກາ, ເກັບກໍາ, ຄຸ້ມຄອງ ແລະ ຂຶ້ນບັນຊີ ຊັບສົມບັດຄົງທີ່, ພາຫະນະ ແລະ ອຸປະກອນຮັບໃຊ້ວຽກງານຕ່າງໆທາງດ້ານວິຊາການ;
  2. ຊູກຍູ້, ຕິດຕາມ, ເກັບກຳ, ແນະນໍາການຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມຈົບງາມ ແລະ ຄວາມສະຫງົບພາຍໃນສໍານັງານ;
  3. ຄົ້ນຄວ້ານໍາສະເໜີຄະນະນໍາພະແນກ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງ, ການກໍານົດຕໍາແໜ່ງງານ; ຂຶ້ນແຜນຄວາມຕ້ອງການລັດຖະກອນໃໝ່ປະຈໍາປີ, ສອບເສັງ, ບັນຈຸ, ສັບຊ້ອນ, ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແໜ່ງ, ນໍາໃຊ້, ຝຶກອົບຮົມ, ຍົກລະດັບ, ປະເມີນຜົນການປະຕິບັດວຽກງານ, ຈັນຍາບັນ, ຍ້ອງຍໍ, ປະຕິບັດວິໄນ ແລະ ການອອກຈາກລັດຖະກອນໃນຮູບການຕ່າງໆ ທີ່ຂຶ້ນກັບການຄຸ້ມຄອງ ຂອງພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ;
  4. ຄຸ້ມຄອງຈໍານວນພົນ, ສະຖິຕິ, ຂໍ້ມູນ ແລະ ຊີວະປະຫວັດ ພ້ອມທັງຄົ້ນຄວ້າບໍານານ, ອຸດໜູນເທື່ອດຽວ ແລະ ປະຕິບັດນະໂຍບາຍປະເພດຕ່າງໆ, ເລື່ອນ ແລະ ດັດແກ້ຊັ້ນ-ຂັ້ນເງິນເດືອນຂອງພະນັກງານ-ລັດຖະ ກອນ ພາຍໃນພະແນກ ເພື່ອສະເໜີຕາມຂັ້ນຕອນ;
  5. ປະສານສົມທົບກັບຄະນະຈັດຕັ້ງແຂວງ ໃນການຂຶ້ນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຕິດພັນກັບແຜນບໍາລຸງ-ກໍ່ສ້າງ ແລະ ແຜນສັບຊ້ອນຈັດວາງ ພະນັກງານ-ລັດຖະກອນ ພາຍໃນພະແນກ;
  6. ສະເໜີຂັ້ນເທິງປະຕິບັດນະໂຍບາຍຕ່າງໆ ຕໍ່ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງທັງພາຍໃນ ແລະ ຕ່າງປະ ເທດອົງການຈັດຕັ້ງສາກົນ,ຫົວໜ່ວຍທຸລະກິດທີ່ມີຜົນງານດີເດັ່ນ ໃນການເຄື່ອນໄຫວດໍາເນີນທຸລະກິດ ຫຼື ປະກອບສ່ວນທືນຮອນ ພັດທະນາວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຢູ່ພາຍໃນແຂວງ;
  7. ຕິດຕາມ, ກວດກາການຈັດຕັ້ງ ຫຼື ບຸກຄົນ ໃນການປະຕິບັດແນວທາງນະໂຍບາຍຂອງພັກ, ກົດໝາຍ, ລະບຽບການ, ແຜນການ, ພາລະບົດບາດ, ສິດໜ້າທີ່ ແລະ ຄວາມຮັບຜິດຊອບຂອງພະນັກງານ-ລັດຖະ ກອນ ພາຍໃນພະແນກ;
  8. ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ, ການປະຕິບັດນະໂຍບາຍປະຢັດ ແລະ ຕ້ານການຟູມເຟືອຍ;
  9. ຊຸກຍູ້, ຕິດຕາມ, ກວດກາແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ-ລັດຖະກອນທີ່ຂຶ້ນກັບການຄຸ້ມຄອງຂອງພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ;
  10. ຄົ້ນຄວ້າ, ລາຍງານຜົນຂອງການກວດກາ, ສະເໜີວິທີແກ້ໄຂຄໍາຮ້ອງ-ຄໍາສະເໜີຂອງການຈັດຕັ້ງ, ບຸກ ຄົນ ເພື່ອລາຍງານຄະນະພັກ, ຄະນະພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ພິຈາລະນາ;
  11. ກວດກາການນຳໃຊ້ງົບປະມານ ແລະ ຊັບສົມບັດທີ່ຂື້ນກັບພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ;
  12. ຮັບ ແລະ ຄົ້ນຄ້ວາຄໍາສະເໜີ, ຄໍາຮ້ອງຝ້ອງ, ຄໍາຮ້ອງທຸກ ຂອງບັນດາການຈັດຕັ້ງສັງຄົມ, ນິຕິບຸກຄົນ, ບຸກຄົນ ທີ່ພົວພັນເທິງວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວໃນຂອບເຂດຄວາມຮັບ ຜິດຊອບຂອງພະແນກ;
  13. ຄົ້ນຄວ້າກຳນົດວິໄສທັດ, ແຜນຍຸດທະສາດ ແລະ ແຜນພັດທະນາວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໃນແຕ່ລະໄລຍະ ໂດຍປະສານສົມທົບກັບບັນດາຂະແໜງ ແລະ ພາກສ່ວນທີ່ກ່ຽວຂ້ອງ;
  14. ຊີ້ນຳ, ຕິດຕາມ, ປະເມີນຜົນການຈັດຕັ້ງປະຕິບັດແຜນການ, ແຜນງານ ແລະ ໂຄງການ ຂອງວຽກງານສະຖິຕິ, ແຜນການ ແລະ ການຮ່ວມມື ທີ່ຂຶ້ນກັບຄວາມຮັບຜິດຊອບຂອງພະແນກ;
  15. ເກັບກຳ, ວິໄຈຂໍ້ມູນສະຖິຕິ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຢູ່ພາຍໃນແຂວງ;
  16. ສະໜອງຂໍ້ມູນກ່ຽວກັບວຽກງານສະຖິຕິ, ແຜນການ ແລະ ການຮ່ວມມືຢູ່ພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດ ຕາມການມອບໝາຍ;
  17. ປະສານງານກັບບັນດາໂຄງການ, ການພົວພັນຮ່ວມມືກັບບັນດາຂະແໜງການ ແລະ ຮ່ວມມືກັບຕ່າງ ປະເທດ, ອົງການຈັດຕັ້ງສາກົນ ຕາມແນວທາງນະໂຍບາຍຂອງພັກ, ຕາມຫຼັກການ ແລະ ຕາມການມອບໝາຍ;
  18. ລາຍງານການເຄື່ອນໄຫວວຽກງານຂອງຂະແໜງ ໃຫ້ຄະນະພະແນກເປັນປົກກະຕິ;
  19. ປະຕິບັດໜ້າທີ່ອືື່ນ ຕາມການມອບໝາຍຂອງຄະນະພະແນກ.

 

ມາດຕາ 11  ຂະແໜງຖະແຫຼງຂ່າວ

               ຂະແໜງຖະແຫຼງຂ່າວ ມີໜ້າທີ່ ດັ່ງນີ້:

  1. ຄົ້ນຄ້ວາ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ແຜນຍຸດທະສາດ; ສ້າງແຜນການ, ແຜນງານ, ໂຄງການ ກ່ຽວກັບວຽກງານຖະແຫຼງຂ່າວ ພ້ອມທັງຈັດຕັ້ງປະຕິບັດ ໃຫ້ມີປະ ສິດທິພາບ ແລະ ປະສິດທິຜົນ;
  2. ຄົ້ນຄວ້າກໍານົດແຜນຍຸດທະສາດ ການພັດທະນາວຽກງານຖະແຫຼງຂ່າວ-ສື່ມວນຊົນ ໃຫ້ຫົວໜ້າພະແນກພິຈະລະນາ ພ້ອມທັງຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ;
  3. ຄົ້ນຄ້ວາແລະ ຈັດຕັ້ງປະຕິບັດເຜີແຜ່ຄຳສັ່ງ, ​ແຈ້ງການ, ຂໍ້ກຳນົດ, ກົດໝາຍດ້ານສື່ມວນຊົນຢູ່ພາຍໃນແຂວງ ແລະ ນໍາສະເໜີປະຕິບັດມາດຕະການຕໍ່ຜູ້ລະເມີດ;
  4. ຄຸ້ມຄອງ, ກວດກາພາຫະນະສື່ມວນຊົນຂອງລັດແລະເອກະຊົນ ທີ່ເຄື່ອນໄຫວຢູ່ພາຍໃນແຂວງ ເຊັ່ນ: ສື່​​ເອເລັກໂຕຣນິກ, ກ້ອງຖ່າຍຮູບທຸກປະເພດ, ຈານດາວທຽມ, ໃຫ້ຖືກຕ້ອງຕາມລະບຽບກົດໝາຍ;
  5. ຄຸ້ມຄອງ, ນັກຂ່າວສື່ມວນຊົນທັງພາຍໃນແລະ ຕ່າງປະເທດ ທີ່ເຄື່ອນໄຫວເກັບກຳຂ່າວ ຢູ່ພາຍໃນແຂວງ;
  6. ແນະນຳ ປຸກລະດົມຊຸກຍູ້ ບັນດາສຳນັກງານ, ອົງການ, ​ໂຮງຮຽນ, ​ໂຮງໝໍແລະ ຮາກຖານປະຊາຊົນໃນການປັບປຸງ-ກໍ່ສ້າງຕາໜ່າງຂ່າວ, ຫໍຂ່າວ ຢູ່ພາຍໃນແຂວງ;
  7. ຄົ້ນຄວ້າ ແລະ ນໍາສະເໜີການອະນຸມັດການສ້າງຕັ້ງ, ໂຈະ, ຍົກເລີກ, ອອກ ແລະ ຖອນໃບອະນຸຍາດ ປະກອບການກ່ຽວກັບການເຄື່ອນໄຫວວຽກງານຖະແຫຼງຂ່າວ-ສື່ມວນຊົນ;
  8. ຄົ້ນຄ້ວາ, ຂຶ້ນແຜນ ແລະ ຝືກອົບຮົມວິຊາການຖະແຫຼງຂ່າວ, ຜູ້ປະກອບການທຸລະກິດ ສື່ມວນຊົນ;
  9. ຄົ້ນຄ້ວາປະກອບຄໍາຄິດ ຄໍາເຫັນດ້ານວິຊາການ ແລະ ນໍາສະເໜີປະຕິບັດນະໂຍບາຍຍ້ອງຍໍ, ວິໄນ ແລະ ປະຕິບັດມາດຕະການຕໍ່ຜູ້ລະເມີດນິຕິກໍາ ດ້ານຖະແຫຼງຂ່າວ-ສື່ມວນຊົນ;
  10. ຄົ້ນຄວ້າ ແລະ ລົງຈັດຕັ້ງຝຶກອົບຮົມຕາມການສະເໜີຂອງຜູ້ປະກອບການ ດ້ານສື່ມວນຊົນ ບົນພື້ນຖານການຕົກລົງຂອງຂັ້ນເທິງ;
  11. ປຸກລະດົມ ແລະ ຂົນຂວາຍ ທຶນຮອນຈາກພາກລັດ ແລະ ເອກະຊົນປະກອບສ່ວນພັດທະນາວຽກງານຖະແຫຼງຂ່າວ;
  12. ເກັບກໍາສະຖິຕິກ່ຽວກັບວຽກງານຖະແຫຼງຂ່າວ;
  13. ສະຫຼຸບ, ສັງລວມ ແລະ ລາຍງານການເຄື່ອນໄຫວວຽກງານຂອງຂະແໜງ ໃຫ້ຄະນະພະແນກເປັນປົກ ກະຕິ;
  14. ປະຕິບັດໜ້າທີ່ອືື່ນ ຕາມການມອບໝາຍຂອງຄະນະພະແນກ.

 

ມາດຕາ 12  ຂະແໜງວັດທະນະທຳ

               ຂະແໜງວັດທະນະທໍາ ມີໜ້າທີ່ ດັ່ງນີ້:

  1. ຄົ້ນຄ້ວາ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ແຜນຍຸດທະສາດ; ສ້າງແຜນການ, ແຜນງານ, ໂຄງການ ກ່ຽວກັບວຽກງານວັດທະນະທໍາ ພ້ອມທັງຈັດຕັ້ງປະຕິບັດ ໃຫ້ມີປະ ສິດທິພາບ ແລະ ປະສິດທິຜົນ;
  2. ຄົ້ນຄ້ວາ, ກໍານົດແຜນຍຸດທະສາດ ການອະນຸລັກ, ສົ່ງເສີມວັດທະນະທໍາ ແລະ ນຳສະເໜີໃຫ້ຄະນະພະແນກ ພິຈະລະນາ ພ້ອມທັງຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ;
  3. ຄົ້ນຄ້ວາເຜີຍແຜ່ແລະ ປະຕິບັດຄຳສັ່ງ, ​ແຈ້ງການ, ຂໍ້ກຳນົດ, ກົດໝາຍ ແລະ ນິຕິກໍາຕ່າງໆ ກ່ຽວກັບການຄຸ້ມຄອງດ້ານວັດທະນະທຳຢູ່ພາຍໃນແຂວງ;
  4. ຊຸກຍູ້, ຕິດຕາມ, ກວດກາ, ແນະນໍາການສ້າງຄອບຄົວ ແລະ ບ້ານວັດທະນະທຳ, ສະຖານທີ່ບັນເທິງ ທຸກປະເພດ, ປ້າຍ, ເກມ, ສະໂມສອນ, ສວນສາທາລະນະ, ຮີດຄອງປະເພນີ, ການເຮັດບຸນສິນກິນທານ ແລະ ງານພິທີກຳຕ່າງໆ ຂອງບັນດາເຜົ່າ ຢູ່ພາຍໃນແຂວງ;
  5. ປົກປັກຮັກສາ, ຟື້ນຟູບູລະນະ, ພັດທະນານຳໃຊ້ຄຸນຄ່າມໍລະດົກທາງດ້ານວັດທະນະທຳທີ່ເປັນຮູບປະທຳ ແລະ ນາມມະທຳໃຫມີປະສິດທິຜົນ;
  6. ຊຸກຍູ້, ຕິດຕາມ, ກວດກາ, ແນະນໍາການເຄື່ອນໄຫວ ວຽກງານພິມຈໍາໜ່າຍ, ຜະລິດຕະພັນດ້ານວັດທະ ນະທໍາ ແລະ ວຽກງານສົ່ງເສີມການອ່ານພາຍໃນແຂວງ;
  7. ຄົ້ນຄວ້າ, ນໍາສະເໜີການອະນຸມັດການສ້າງຕັ້ງ, ໂຈະ, ຍົກເລີກ, ອອກ ແລະ ຖອນໃບອະນຸຍາດປະກອບການເຄື່ອນໄຫວວຽກງານວັດທະນະທໍາ ຕາມການແບ່ງຂັ້ນຄຸ້ມຄອງ;
  8. ສ້າງແຜນການ, ກວດກາ, ເກັບກໍາຂໍ້ມູນ ແລະ ຂຶ້ນບັນຊີມໍລະດົກວັດທະນະທໍາ ຕາມຂອບເຂດການຄຸ້ມຄອງ;
  9. ຄຸ້ມຄອງ, ປັບປຸງບູລະນະ ຫໍພິພິທະພັນ ບັນດາເຜົ່າ ແລະ ຫໍມູນເຊື້ອປະຕິວັດຂອງແຂວງ;
  10. ຄຸ້ມຄອງ, ອະນຸຍາດ ແລະ ຍົກເລິກ ການຜະລິດການຈຳໜ່າຍ ແລະ ການນຳເຂົ້າ-ສົ່ງອອກຜະລິດຕະພັນປະເພດພາບ, ສຽງ, ຮູບພາບ, ຮູບແກະສະລັກ, ຮູບປັ້ນ-ຫຼໍ່ ຕາມການແບ່ງຂັ້ນຄຸ້ມຄອງ;
  11. ຄຸ້ມຄອງ, ສົ່ງເສີມ ແລະ ຈັດຕັ້ງການເຄື່ອນໄຫວສະແດງດ້ານສິລະປະອາຊີບ, ສິລະປະມວນຊົນ, ຈັດຕັ້ງງານແຂ່ງຂັນມະໂຫລານສິລະປະວັນນະຄະດີພື້ນເມືອງເຜົ່າຕ່າງໆ ເພື່ອສ້າງບັນຍາກາດຮັບໃຊ້ໜ້າທີ່ການ ເມືອງຮັບໃຊ້ມວນຊົນຢູ່ພາຍໃນແຂວງ ແລະ ຕ່າງປະເທດຕາມການຕົກລົງຂອງຂັ້ນເທິງ;
  12. ຄົ້ນຄ້ວາປະກອບຄໍາຄິດຄໍາເຫັນດ້ານວິຊາການ ແລະ ນໍາສະເໜີປະຕິບັດນະໂຍບາຍຍ້ອງຍໍ, ວິໄນ ແລະ ປະຕິບັດມາດຕະການຕໍ່ຜູ້ລະເມີດນິຕິກໍາດ້ານວັດທະນະທໍາ;
  13. ຄົ້ນຄ້ວາ, ສ້າງແຜນ, ສັງລວມແຜນການກ່ຽວກັບການຝຶກອົບຮົມ ເພື່ອນໍາສະເໜີຂັ້ນເທິງ ແລະ ພາກ ສ່ວນທີ່ກ່ຽວຂ້ອງ ເພື່ອຈັດຕັ້ງຝຶກອົບຮົມໃຫ້ແກ່ພະນັກງານວິຊາການ ແລະ ຜູ້ປະກອບການທຸລະກິດ ອາຊີບດ້ານວັດທະນະທໍາ ຢູ່ພາຍໃນແຂວງ;
  14. ປຸກລະດົມ ແລະ ຂົນຂວາຍ ທຶນຮອນປະກອບສ່ວນຈາກສັງຄົມ, ຜູ້ປະກອບການດ້ານວັດທະນະທໍາ ເຂົ້າໃນການພັດທະນາວຽກງານວັດທະນະທໍາຢູ່ພາຍໃນແຂວງ;
  15. ຄຸ້ມຄອງ ສັງລວມຂໍ້ມູນ ສະຖິຕິດ້ານວຽກງານວັດທະນະທໍາ;
  16. ສະຫຼຸບສັງລວມ ແລະ ລາຍງານການເຄື່ອນໄຫວວຽກງານຂອງຂະແໜງ ໃຫ້ຄະນະພະແນກເປັນປົກກະຕິ;
  17. ປະຕິບັດໜ້າທີ່​ອື່ນໆ ຕາມ​ການ​ມອບໝາຍຂອງຄະນະພະແນກ.

 

ມາດຕາ 13  ຂະແໜງທ່ອງທ່ຽວ

 ຂະແໜງທ່ອງທ່ຽວ ມີໜ້າທີ່ ດັ່ງນີ້:

  1. ຄົ້ນຄ້ວາ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ແຜນຍຸດທະສາດ; ສ້າງແຜນການ, ແຜນງານ, ໂຄງການ ກ່ຽວກັບວຽກງານທ່ອງທ່ຽວ ພ້ອມທັງຈັດຕັ້ງປະຕິບັດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ;
  2. ໂຄສະນາ, ເຜີຍແຜ່ ຄໍາສັ່ງ, ກົດໝາຍ, ຂໍ້ກໍານົດ ແລະ ແຈ້ງການຕ່າງໆກ່ຽວກັບການທ່ອງທ່ຽວຢູ່ພາຍໃນແຂວງ;
  3. ຄົ້ນຄ້ວາ, ສຶກສາ, ວິເຄາະ, ວິໄຈ, ນໍາສະເໜີໂຄງການລົງທຶນຂອງລ