ໂຄງຮ່າງການຈັດຕັ້ງ

ໜ້າຫຼັກ / ໂຄງຮ່າງການຈັດຕັ້ງ

ພາລະບົດບາດກອງວິຊາການວິທະຍຸ-ໂທລະພາບ

  1. ຄົ້ນຄວ້າ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ແຜນຍຸດທະສາດ; ສ້າງແຜນການ, ແຜນງານ, ໂຄງການ ກ່ຽວກັບວຽກງານວິທະຍຸ-ໂທລະພາບ;
  2. ຄົ້ນຄວ້າ, ຮ່າງຂໍ້ຕົກລົງ, ບົດແນະນຳ, ແຈ້ງການ ແລະ ໜັງສືສະເໜີຕ່າງໆ ທີ່ພົວພັນເຖີງວຽກງານ ວິທະ​ຍຸ​ກະ​ຈາຍ​ສຽງ ແລະ ໂທ​ລະ​ພາບ ໃຫ້ຄະນະພະແນກພິຈາລະນາ;
  3. ປັບປຸງ​ເນື້ອ​ໃນ,​ ຮູບ​ແບບ​ລາຍການ, ຂ່າວ​ໃຫ້​ທັນສະ​ໄໝ,​ ວ່ອງ​ໄວ, ​ແຫຼມ​ຄົມ, ຫລາຍ​ຮູບ, ຫລາຍ​ສີ, ​ເລິກ​ເຊິ່ງກວ້າງຂວາງ ​ເພື່ອ​ຮັບ​ໃຊ້​ໜ້າ​ທີ່​ການ​ເມືອງ​ ຂອງພັກ-​ລັດ​ໃນ​ແຕ່​ລະ​ໄລຍະ;
  4. ໂຄສະນາ​ເຜີຍ​ແຜ່ ​ແນວທາງ​ນະ​ໂຍບາຍຂອງ​ພັກ, ມະຕິ,  ຄໍາ​ສັ່ງ,  ກົດໝາຍຂອງ​ລັດ,  ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ສະໜອງ​ຂໍ້​ມູນ​ຂ່າວສານ ​ແລະ ຄວາມ​ຮູ້​ເຕັກນິກ​ວິທະຍາສາດ​​ອັນໃໝ່ໃຫ້​ແກ່ສັງຄົມ;
  1. ເປັນ​ເຈົ້າ​ການ​ອະທິບາຍ​ຊີ້​ແຈງ​ບັນ​ຫາຕອບ​ໂຕ້​ຖ້ອຍ​ທໍານອງ​ບິດ​ເບືອນ​ຄວາມ​ຈິງ ຂອງ​ກຸ່ມ​ຄົນ​ບໍ່​ດີ, ຕ້ານແລະ ສະ​ກັດ​ກັ້ນປະກົດ​ການ​ຫຍໍ້​ທໍ້​ຕ່າງໆ​, ​ສືກ​ສາ​ອົບ​ຮົມ ແລະ ຊີ້​ນຳໃຫ້ສັງຄົມ​ຮັບ​ຮູ້ເຂົ້າ​ໃຈ;
  2. ເລືອກ​ເຟັ້ນຂ່າ​ວ, ບົດ​, ວຽກດີຄົນເດັ່ນ, ຮູບ​ພາບ, ​ເວັບ​ໄຊ​ຂອງ​ວິທະຍຸກະ​ຈາຍ​ສຽງ ແລະ ໂທລະພາບເພື່ອ​ເຜີຍ​ແຜ່​ໃຫ້​ສັງຄົມຮັບ​ຮູ້ ແລະ ​ເຂົ້າ​ໃຈ ຕໍ່​ແນວທາງ​ນະ​ໂຍບາຍ​ຂອງ​ພັກ-​ລັດ,  ສະພາບ​ພັດທະນາ​ເສດຖະກິດ-ສັງຄົມ​ຢ່າງ​ກວ້າງຂວາງ;
  1. ສ້າງ​ແຜນການ​ຍົກ​ລະດັບ​ມາດຖານ​ເຕັກ​ນິກ, ປັບປຸງ, ​ປ່ຽນຖ່າຍ, ສ້ອມ​ແປງ, ຈັດ​ຊື້ ​ເພື່ອ​ຮັບປະກັນ​ການ​ເຄື່ອນ​ໄຫ​ວຮັບ​ໃຊ້​ໜ້າທີ່ວຽກ​ງານໃຫ້​ປົກກະຕິ;
  2. ຄຸ້ມ​ຄອງ​, ຕິດ​ຕາມ, ກວດ​ແກ້ເນື້ອ​ໃນລາຍ​ການຕ່າງໆທີ່​​ຈະກະ​ຈາຍອອກ​ອາ​ກາດ​​ທາງວິ​ທະ​ຍຸ​ກະ​ຈາຍ​ສຽງແລະ ໂທ​ລະ​ພາບ;
  3. ຂຸດ​ຄົ້ນ, ຄຸ້ມ​ຄອງ​ລາຍ​ຮັບ-​ລາຍ​ຈ່າຍວິຊາ​ການພ້ອມ​ທັງ​ມອບ​ພັນທະ​ເຂົ້າ​ງົບປະມານ​ໃຫ້​ຖືກຕ້ອງ;
  4. ສ້າງ​ແຜນຝຶກ​ອົບ​ຮົມ​ດ້ານ​ວິ​ຊາ​ການ ​ເພື່ອ​ຕອບ​ສະໜອງຄວາມ​ຕ້ອງການ​ວຽກງານ ຂອງ​ຂະ​ແໜງ​ໃນ​​ໄລຍະໃໝ່;
  1. ປະສານສົມທົບກັບຂະແໜງຖະແຫຼງຂ່າວ, ວິທະຍຸ​ກະ​ຈາຍ​ສຽງ-ໂທ​ລະ​ພາບ​ແຫ່ງ​ຊາດ, ວິ​ທະຍຸຊຸມຊົນ ເພື່ອແລກປ່ຽນທາງດ້ານວິຊາການ, ປັບ​ປຸງ​ຕາ​ໜ່າງຂ່າວ​ຂັ້ນຕ່າງໆ, ເກັບ​ກຳ​ຂ່າວ, ລາຍ​ງານ​ຂ່າວສົ່ງ​ໃຫ້​ແຂວງ ແລະ ສູນ​ກາງ;
  2. ຕິດຕາມ, ກວດກາ, ​ເກັບ​ກໍາ, ຄຸ້ມ​ຄອງ, ຂຶ້ນ​ບັນຊີ​ຊັບ​ສົມບັດ​ຄົງ​ທີ່, ພາຫະນະ ​ແລະ ອຸປະກອນຮັບ​ໃຊ້​ວຽກ​ງານ​ຕ່າງໆ ທາງ​ດ້ານ​ວິຊາ​ການ;
  3. ຄົ້ນຄວ້າ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ດ້ານ​ວິຊາ​ການ ແລະ ນຳ​ສະ​ເໜີປະຕິບັດ​ນະ​ໂຍບາຍຍ້ອງຍໍຕໍ່ລັດ​ຖະ​ກອນ ​ຜູ້​ທີ່​ມີ​ຜົນງານ,​ ປະ​ຕິ​ບັດວິ​​ໄນ, ມາດຕະການ ຕໍ່ຜູ້ລະເມີດລະບຽບກົດໝາຍ;
  4. ສະຫຼຸບ​ສັງ​ລວມ, ລາຍ​ງານ​ການເຄື່ອນໄຫວວຽກງານຂອງກອງວິຊາການ ໃຫ້ຄະນະພະແນກເປັນປົກກະຕິ ພ້ອມ​ທັງ​ນໍາ​ເອົາ​ທິດ​ຊີ້​ນໍາ​ຂອງ​ຂັ້ນ​ເທິງ​ລົງ​ມາ​ເຜີຍ​​ແຜ່​ຈັດ​ຕັ້ງ​ປະຕິບັດ;
  5. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຄະນະພະແນກ.