ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.
05 Jun 2025 | ພາບ-ຂ່າວ: ແສງຄໍາ ສາລີວັນ |
ພິທີສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກຄົບຮອບ 52 ປີ ແລະ ວັນສິ່ງແວດ ລ້ອມແຫ່ງຊາດ ຄົບຮອບ 26 ປີ ພາຍໃຕ້ຄຳຂວັນ “ຫຼຸດຜ່ອນການນຳໃຊ້ປລາສະຕິກ ເພຶ່ອສິ່ງແວດລ້ອມທີ່ສະອາດ ແລະ ສົດໃສ “ ໄດ້ຈັດຂຶ້ນໃນວັນທີ 5ມີຖຸນາ 2025 ນີ້ ທີ່ໂຮງຮຽນ ມສ ເທດສະບານເມືອງບຸນເໜືອ, ໂດຍການເຂົ້າຮ່ວມຂອງທ່ານ ທອງ ອາລີ ຫົວໜ້າພະແນກ ຊັບພະຍາກອນ, ທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ມີທ່ານ ລີຕ້າ ພັນນາລັດ ອຳນວຍການໂຮງຮຽນ ມສ ເທດສະບານເມືອງບຸນເໜືອ, ມີບັນດາທ່ານ ຫົວໜ້າ, ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ຄູອາຈານ ຕະຫຼອດຮອດນ້ອງນັກຮຽນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນພິທີ ທ່ານ ບຸນເຫຼັກ ຫຼ້າສຸກັນ ຮອງຫົວໜ້າພະແນກ ຊັບພະຍາກອນ, ທຳມະ ຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຜ່ານປະຫວັດຄວາມເປັນມາ ຂອງການສະເຫຼີມສະຫຼອງ ວັນສິ່ງແວດລອ້ມໂລກ ແລະ ວັນສິ່ງແວດລ້ອມແຫ່ງ
ຊາດ ເຊິ່ງນັບຕັ້ງແຕ່ ອົງການຈັດຕັ້ງສາກົນ ເພື່ອການອະນຸລັກທຳມະຊາດ ໄດ້ຈັດກອງປະຊຸມຄັ້ງປະຖົມມະເລີກ ກ່ຽວກັບ ການສຶກສາດ້ານສິ່ງແວດລ້ອມຂຶ້ນ ໃນປີ 1948, ວຽກງານດັ່ງກ່າວ ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ພ້ອມດຽວກັນນັ້ນ ກໍ່ໄດ້ຮັບຮອງເອົາ ນະໂຍບາຍພື້ນຖານສຳຄັນ, ເກີດມີຂະບວນການເຄື່ອນໄຫວຕ່າງໆ, ຜູ້ມີສ່ວນຮ່ວມໃໝ່ໄດ້ປະກົດຂຶ້ນ ແລະ ໄດ້ນຳສະເໜີ ຫົວຂໍ້ໃໝ່ໆ ເຊັ່ນ: ການສຶກສາເພື່ອການພັດທະນາແບບຍືນຍົງ. ພາຍຫຼັງ ອົງ
ການສະຫະປະຊາຊາດ ໄດ້ຈັດກອງປະຊຸມສຸດຍອດໂລກ ກ່ຽວກັບ ສິ່ງແວດລ້ອມຂອງມະນຸດ ໃນປີ 1972, ທີ່ ສະຕ໋ອກໂຮມ, ປະເທດ ສະວີເດັນ. ກອງປະຊຸມ ໄດ້ຮັບຮອງເອົາ ການສຶກສາສິ່ງແວດລ້ອມ ສໍາລັບທຸກຄົນ ໂດຍສະເພາະ ແມ່ນສຳລັບ ເດັກນ້ອຍ ແລະ ໄວໜຸ່ມ ເຊິ່ງເປັນເວທີ ທີ່ໄດ້ສົ່ງເສີມວຽກງານການສຶກສາດ້ານສິ່ງແວດລ້ອມ ເປັນຄັ້ງປະຫວັດສາດ, ພ້ອມດຽວກັນນີ້ ກອງປະຊຸມດັ່ງກ່າວ ຍັງໄດ້ຮັບຮອງເອົາ ວັນທີ 5 ມິຖຸນາ ເປັນວັນສິ່ງແວດລ້ອມໂລກ. ດັ່ງນັ້ນ, ນັບແຕ່ ປີ 1972 ເປັນຕົ້ນມາ ບັນດາປະເທດຕ່າງໆຢູ່ໃນໂລກ ກໍ່ໄດ້ຮ່ວມກັນ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ເຊິ່ງປີ 2025 ນີ້ ໄດ້ຄົບຮອບ 52 ປີ. ສຳລັບ ສປປ ລາວ ພັກ ແລະ ລັດຖະບານແມ່ນໄດ້ເອົາໃຈໃສ່ ສົ່ງເສີມການປົກປັກຮັກສາ ບູລະນະຟື້ນຟູສີ່ງແວດລ້ອມ, ສ້າງຈິດສໍາ ນືກ ຄວາມຮູ້ແລະພ້ອມທັງປຸກລະດົມ ບຸກຄົນ ແລະການຈັດຕັ້ງ ທັງພາຍໃນແລະຕ່າງປະເທດ ໃຫ້ເຫັນໄດ້ ຄວາມສໍາຄັນຂອງສີ່ງແວດລ້ອມ ຂຽວ ສະອາດ ງາມຕາ ປາສະຈາກມົນລະພິດ. ໂດຍອີງຕາມ ກົດໝາຍວ່າ ດ້ວຍການປົກ ປັກຮັກສາສິ່ງແວດລ້ອມ ມາດຕາ 89: ສປປ ລາວ ຖືເອົາ ວັນທີ 5 ມິຖຸນາ ເປັນວັນສິ່ງແວດລ້ອມແຫ່ງຊາດ ເພື່ອສົ່ງເສີມ, ສ້າງຈິດສຳນຶກ ແລະ ຍົກລະດັບຄວາມຕື່ນຕົວ ໃນການປົກປັກຮັກສາສິ່ງແວດລ້ອມ ໃຫ້ແກ່ປະຊາຊົນ. ໃນແຕ່ລະປີ ສູນກາງ ແລະ ທ້ອງຖິ່ນ ຕ້ອງສ້າງຂະບວນການ ແລະ ຈັດພິທີສະເຫຼີມສະຫຼອງດ້ວຍຮູບການທີ່ເໝາະສົມ. ສປປ ລາວ ໄດ້ສະເຫຼີມສະຫຼອງວັນສິ່ງ
ແວດລ້ອມແຫ່ງຊາດ ແຕ່ປີ 1999 ເປັນຕົ້ນມາ ເຊິ່ງປີ 2025 ນີ້ ແມ່ນຄົບຮອບ 26 ປີ. ພ້ອມກັນນີ້ທ່ານຍັງໄດ້ລາຍງານການຈັດຕັ້ງປະຕິບັດວຽກງານສິ່ງແວດລ້ອມໃນໄລຍະຜ່ານມາຢູ່ແຂວງຜົ້ງສາລີ.
ໂອກາດນີ້ ທ່ານ ທອງ ອາລີ ຫົວໜ້າພະແນກ ຊັບພະຍາກອນ, ທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຜ່ານສານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເນື່ອງໃນວັນສິ່ງແວດລ້ອມໂລກ ແລະ ວັນສິ່ງ
ແວດລ້ອມແຫ່ງຊາດ.
ໂອກາດນີ້ ທາງພະແນກ ຊັບພະຍາກອນ, ທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ມອບກະຕ່າໃສ່ຂີ້ເຫຍື້ອ ແລະ ເບ້ຍໄມ້ ໃຫ້ກັບທາງ ໂຮງຮຽນຕື່ມອີກ ຈາກນັ້ນກໍ່ໄດ້ພ້ອມກັນຮ່ວມປູກຕົ້ນໄມ້ໄວ້ເປັນທິລະນຶກໃຫ້ກັບໂຮງຮຽນອີກດ້ວຍ.
Share: