ໜ້າຫຼັກ / ການເຄື່ອນໄຫວ / ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

05 Jun 2025 | ຂ່າວ:ຍີນໄຊ ສີບູນເຮືອງ |

ໃນວັນທີ 5 ມິຖຸນາ 2025 ນີ້​ ທີ່ຫ້ອງປະຊຸມຂອງພະແນກພະລັງງານ ແລະ ບໍ່ແຮ່ ແຂວງຜົ້ງສາລີ​ ທາງແນກພະລັງ
ງານ ແລະ ບໍ່ແຮ່ແຂວງ​ ຮ່ວມກັບ ກົມຄຸ້ມຄອງກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເປີດກອງປະຊຸມຝຶກອົບຮົມ ສ້າງຄວາມເຂັ້ມແຂງທາງດາ້ນເຕັກນິກວິຊາການໃຫ້ແກ່ພະນັກງານພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ ແລະ ຫ້ອງການພະລັງງານ ແລະ ບໍ່ແຮ່ ປະຈຳເມືອງ.ເຂົ້າຮ່ວມເປັນປະທານ ແລະ ກ່າວເປີດກອງປະຊຸມຝຶກອົບຮົມ ຂອງ ທ່ານ ພອນໄຊ ສີສົມບັດ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ,ເຂົ້າຮ່ວມມີບັນດາ ທ່ານ ນັກວິທະຍາກອນຈາກກົມຄຸ້ມຄອງກະຊວງພະລັງງານ ແລະ ບໍ່ແຮ່,ມີນັກສຳມະນາກອນຈາກພະແນກພະລັງ
ງານ ແລະ ບໍ່ແຮ່ ແລະ ຫ້ອງການພະລັງງານ ແລະ ບໍ່ແຮ່ເມືອງ 7 ເມືອງເຂົ້າຮ່ວມ.
ໃນກອງປະຊຸມໄດ້ສະເໜີຈຸດປະສົງ ຈາກນັ້ນ ປະທານໄດ້ມີຄຳເຫັນ ກ່າວເປີດກອງປະຊຸມຝຶກອົບຮົມຢ່າງເປັນທາງ
ການ.​ ເຊີ່ງຊຸດຝຶກອົບຮົມຄັ້ງນີ້ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານເອກະສານເປັນຕົ້ນແມ່ນ:ຂັ້ນຕອນການອອກໃບອະ
ນຸຍາດ ແລະ ການອອກແຜນທີເຂດສໍາປະທານ,ວຽກງານການຂຸດຄົ້ນບໍ່ແຮ່,ການຄຸ້ມຄອງການປຸງແຕ່ງແຮ່ທາດເຄື່ອງນຳເຂົ້າຕົວຢ່າງເພື່ອວິໄຈ ແລະ ທົດລອງເຕັກໂນໂລຊີ,ຂັ້ນຕອນການສະເໜີ ການພິຈາລະນາ ແລະ ການຄຸ້ມ
ຄອງວຽກງານການ ຊື້ -​ ຂາຍ,ນຳເຂົ້າ-ສົ່ງອອກ ແລະ ສົ່ງຜ່ານແຮ່ທາດ ແລະ ຜະລິດຕະພັນແຮ່ທາດ,ຂັ້ນຕອນການສະເໜີພິຈາລະນາ ແລະ ,ການເກັບຂໍ້ມູນ ແລະ ການລາຍງານວຽກບໍ່ແຮ່,ວຽກງານການກວດກາ ແລະ ປະເມີນ
ຜົນບໍ່ແຮ່.ໃນກອງປະຊຸມຜູ້ເຂົ້າຮ່ວມຍັງໄດ້ສົນທະນາແລກປ່ຽນປະກອບຄຳຄິດຄຳເຫັນ ຢ່າງກົງໄປກົງມາ ໃນການຈັດຕັ້ງປະຕິບັດວຽກງານບໍ່ແຮ່ຢູ່ຂັ້ນທ້ອງຖິ່ນ ແລະ ຂັ້ນສູນກາງໃນໄລຍະທີຜ່ານມາ ທັງນີ້ກໍ່ເພືອເຮັດໃຫ້ພະນັກ
ງານວິຊາການພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ,​ຫ້ອງການພະລັງງານ ແລະ ບໍ່ແຮ່ບັນດາເມືອງ ໃຫ້ມີຄວາມຮັບຮູ້ເຂົ້າໃຈຕໍ່ວຽກງານບໍ່ແຮ່ທາງດ້ານເຕັກນິກເພື່ອນຳໄປຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ມີປະສິດທິ
ພາບ ແລະ ປະສິດທິຜົນສູງ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກວິຊາການຄະນະພັກຮາກຖານພະແນກສາທາລະນະສຸກແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີI ແລະ ທາບທາມບຸກຄະລາກອນຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ