ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)
05 Jun 2025 | ຂ່າວ ນາງ ວຽງສະຫວັນ |
ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ ໄດ້ຈັດພິທີປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງຂຶ້ນຢູ່ທີ່ຫ້ອງປະຊຸມຊັ້ນ 2 ສໍານັກງານປົກຄອງແຂວງ ໂດຍການເປັນປະທານຂອງ ສະຫາຍ ພອນໄຊ ແກ້ວສົມພັນ ກຳ
ມະການປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ ຜູ້ຊີ້ນໍາສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະ
ຫາຊົນຂັ້ນແຂວງ, ສະຫາຍ ພັທ ຄໍາດາ ໂສລະພົມ ເລຂາໜ່ວຍພັກ ປະທານສະຫະພັນນັກຮົບເກົ່າ, ມີຄະນະຮັບຜິດຊອບບຸກຄະລາກອນຂັ້ນແຂວງ, ການນໍາສະຫະພັນນນັກຮົບເກົ່າ, ສະມາຊິກພັກ ແລະ ພະນັກງານພາຍໃນສະຫະ
ພັນນັກຮົບເກົ່າແຂວງ ເຂົ້າຮ່ວມ.
ໃນພິທີ ຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງເລກທີ 347/ຂຜລ, ຜົ້ງສາລີ ລົງວັນທີ 30 ເມສາ 2025 ວ່າດ້ວຍການຮັບເອົາພະນັກງານຈາກກໍາລັງປະກອບອາວຸດມາຢູ່ຝ່າຍພົນລະເຮືອນ ແລະ ແຕ່ງຕັ້ງໃຫ້ດຳລົງຕຳແໜງບໍລິຫານໃນນີ້ເຫັນດີຮັບເອົາ ສະຫາຍ ພັອ ຄຳພອນ ແສນສີວົງສາ ຮອງຫົວໜ້າກົມໂຮງຮຽນກົມໃຫ່ຍເສ
ນາທິການກອງທັບ ກະຊວງປ້ອງກັນປະເທດ ມາສັງກັດຢູ່ສະຫະພັນນັກຮົບເກົ່າແຂວງຜົ້ງສາລີ ແລະ ແຕ່ງຕັ້ງເປັນ ຮອງປະທານສະຫະພັນນັກຮົບເກົ່າແຂວງຜົ້ງສາລີ. ຈາກນັ້ນ, ກໍໄດ້ມອບມະຕິຕົກລົງໃຫ້ ສະຫາຍ ພັອ ຄຳພອນ ແສນສີວົງສາ ໃຫ້ກຽດມອບໂດຍ ສະຫາຍ ພອນໄຊ ແກ້ວສົມພັນ ກຳມະການປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ .
ຕອນທ້າຍພິທີ ສະຫາຍ ພອນໄຊ ແກ້ວສົມພັນ ປະທານແນວລາວສ້າງຊາດແຂວງ ກໍມີຄໍາເຫັນໂອ້ລົມຊີ້ທິດເຍືອງທາງ ໂດຍຊຸກຍູ້ມາຍັງບັນດາສະຫາຍ ໃນຄະນະພັກ ຈົ່ງຮັກສາມູນເຊື້ອອັນດີງາມ ແລະ ພ້ອມກັນຍົກສູງຄວາມຮັບ
ຜິດຊອບການເມືອງຂອງຕົນ, ເຮັດໜ້າທີ່ໃນການເຂົ້າປົກປັກຮັກສາພັດທະນາປະເທດຊາດ ຢ່າງສຸດກົກສຸດປາຍ ແລະ ນຳພາ-ຊີ້ນຳ ສະມາຊິກພັກພາຍ ໃນສະຫະພັນນັກຮົບເກົ່າແຂວງ ໃຫ້ເປັນລະບົບ ແລະ ມີຜົນສໍາເລັດຕາມຄາດໝາຍກວ່າເກົ່າ.
Share: