ໜ້າຫຼັກ / ການເຄື່ອນໄຫວ / ກອງປະຊຸມຜູ້ບໍລິຫານການສືກສາ, ວິທະຍາສາດ ແລະ ກິລາ ປະຈຳ ສົກຮຽນ 2023-2024 ແລະ ວາງແຜນພັດທະນາການສຶກສາປະຈໍາສົກຮຽນ 2024-2025.

ກອງປະຊຸມຜູ້ບໍລິຫານການສືກສາ, ວິທະຍາສາດ ແລະ ກິລາ ປະຈຳ ສົກຮຽນ 2023-2024 ແລະ ວາງແຜນພັດທະນາການສຶກສາປະຈໍາສົກຮຽນ 2024-2025.

27 Aug 2024 | ນັກຂ່າວຫ້ອງການ ຖວທ ເມືອງບຸນໃຕ້ |

ຕອນເຊົ້າຂອງວັນທີ 26 ສິງຫາ 2024 ນີ້, ຫ້ອງການສຶກສາທິການ ແລະ ກິລາເມືອງບຸນໃຕ້ ໄດ້ຈັດກອງປະຊຸມຜູ້ບໍລິຫານການສືກສາ, ວິທະຍາສາດ ແລະ ກິລາ ປະຈຳ ສົກຮຽນ 2023-2024 ແລະ ວາງແຜນພັດທະນາການສຶກສາປະຈໍາສົກຮຽນ 2024-2025 ຂຶ້ນຢ່າງເປັນທາງການ ນະທີສະໂມສອນຫຼັງເກົ່າຂອງເມືອງບຸນໃຕ້, ແຂວງຜົ້ງສາລີ. ໂດຍພາຍໃຕ້ການ ເປັນປະທານຂອງ ທ່ານ ນາງ ຂັນຫຼ້າ ເພັດໄຊຄຸນ ກໍາມະການພັກເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ໃຫ້ກຽດເຂົ້າຮ່ວມມີ ທ່ານ ຄໍາຫຼ້າ ດວງມາໄລ ກໍາມະການພັກເມືອງ, ຮອງເຈົ້າເມືອງ, ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທໍາ-ສັງຄົມ, ມີ ທ່ານ ພົມລື ແກ້ວຄໍາໃຈ ຮອງຫົວໜ້າພະແນກສືກສາທິການ-ກີລາແຂວງ, ມີຄະນະຜູ້ບໍລິຫານການສຶກສາຂັ້ນເມືອງ, ມີເລຂາຄະນະພັກຮາກຖານກຸ່ມບ້ານ, ມີປະທານສະມາຄົມນັກຮຽນ, ເລຂາພັກບ້ານ-ນາຍບ້ານເທດສະບານເມືອງ, ມີຜູ້ອໍານວຍການໂຮງຮຽນ, ຫົວໜ້າໂຮງຮຽນ ຕະຫຼອດຮອດພະນັກງານຄູ-ອາຈານ ໃນທົ່ວເມືອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ທ່ານ ນາງ ຂັນຫຼ້າ ເພັດໄຊຄຸນ ກໍາມະການພັກເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ມີຄໍາເຫັນຕໍ່ກອງປະຊຸມວ່າ: ກອງປະຊຸມຜູ້ບໍລິຫານການສຶກສາຈະໄດ້ດຳເນີນເປັນເວລາ 2 ວັນ ແຕ່ວັນທີ 26-27 ສິງຫາ 2024 ເພື່ອເຮັດໃຫ້ການດໍາເນີນກອງປະຊຸມຄັ້ງນີ້ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ນັ້ນ ທ່ານໄດ້ເໜັ້ນໜັກໃຫ້ຜູ້ແທນກອງປະຊຸມ ເອົາໃຈໃສ່ ເພີ່ມທະວີໃນການຕິດຕາມ, ຮັບຟັງການລາຍງານຂອງພາກສ່ວນກ່ຽວຂ້ອງ, ສົມທຽບກັບການຈັດຕັ້ງປະຕິບັດວຽກງານຕົວຈິງຂອງຕົນຊີ້ນຳຢ່າງຖີ່ຖ້ວນ ແລະ ພິຈາລະນາປະກອບຄຳເຫັນຕໍ່ບົດລາຍງານຢ່າງມີຄວາມຮັບຜິດຊອບສູງ ເຊິ່ງໃນກອງປະຊຸມຄັ້ງນີ້ຜູ້ເຂົ້າຮ່ວມໄດ້ຮັບຟັງ ການເຜີຍແຜ່ ບັນດາເອກະສານຕ່າງໆດັ່ງນີ້: ຮັບຟັງເຜີຍແຜ່ດໍາລັດວ່າດ້ວຍລັດຖະກອນຄູ ສະບັບເລກທີ 202/ລບ (ປັບປຸງໃໝ່); ຮັບຟັງຂໍ້ຕົກລົງ ວ່າດ້ວຍກອງທຶນສະຫວັດດີການຄູແຫ່ງຊາດສະບັບເລກທີ 5000ສສກ (ສະບັບປັບປຸງໃໝ່); ຮັບຟັງການສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດບົດປະຊາມະຕິຂັ້ນເມືອງປະຈໍາສົກຮຽນ 2022-2023; ເຜີຍແຜ່ຄໍາສັ່ງ ເລກທີ 543/ສກຂ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນຂະແໜງການສຶກສາ ແລະ ກິລາ; ຮັບຟັງການເຜີຍແຜ່ຂໍຕົກລົງ ເລກທີ 2093/ສກຂ.ກປສ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບກອງທຶນພັດທະນາ ແລະ ສົ່ງເສີມກິລານັກຮຽນສາມັນສຶກສາ ແລະ ຮັບຟັງການເຜີຍແຜ່ກົດລະບຽບເລກທີ 1302/ກທກ.ຂຜລ ວ່າດ້ວຍກອງທຶນກິລາກາຍະກໍາແຂວງຜົ້ງສາລີ. ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນ ປະກອບຄໍາເຫັນຕໍ່ກອງປະຊຸມດັ່ງກ່າວຢ່າງກົງໄປກົງມາ.

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ເຜີຍແຜ່ນະໂຍບາຍປັບປຸງໃໝ່ຂອງກອງທຶນປະກັນສຸຂະພາບແຫ່ງຊາດຢູ່ແຂວງຜົ້ງສາລີ.

  • 11 Oct 2024
  • ແສງຄຳ ສາລີວັນ

         ໃນວັນທີ 11 ສິງຫາ 2024 ນີ້,...

ອ່ານເພີ່ມ

ເສດຖະກິດ

ໂຄສະນາ, ເຜີຍແຜ່ ແລະ ສ້າງຈິດສໍານຶກໃນການຄຸ້ມຄອງ, ນໍາໃຊ້ ແລະ ປົກປັກ ຮັກສາວຽກງານດ້ານສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຢືນຍົງ ໃຫ້ໂຮງຮຽນ ມໍຕົ້ນ ພຽງໄຊ ເມືອງບຸນເໜືອ.

  • 10 Oct 2024
  • ແສງຄຳ ສາລີວັນ

            ຕອນເຊົ້າຂອງວັນທີ 9...

ອ່ານເພີ່ມ

ເສດຖະກິດ

ເຜີຍແຜ່ເນື້ອໃນສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ 3 ບ້ານທີ່ຂຶ້ນກັບເມືອງຜົ້ງສາລີ.

  • 08 Oct 2024
  • ແສງຄຳ ສາລີວັນ

...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງເສນາທິການ, ກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III

  • 08 Oct 2024
  • ທອງໄຊ ແສງອຸດົມ

ຄະນະພັກຮາກຖານຫ້ອງເສນາທິການ,...

ອ່ານເພີ່ມ