ໜ້າຫຼັກ / ການເຄື່ອນໄຫວ / ເມືອງຜົ້ງສາເຜີຍແຜ່ເຊື່ອມຊຶມເອກະສານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ-ພະນັກງານເພື່ອດໍາເນີນຊີວິດການເມືອງທົ່ວພັ

ເມືອງຜົ້ງສາເຜີຍແຜ່ເຊື່ອມຊຶມເອກະສານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ-ພະນັກງານເພື່ອດໍາເນີນຊີວິດການເມືອງທົ່ວພັ

03 Apr 2025 | ນັກຂ່າວຫ້ອງການ ຖວທ ເມືອງຜົ້ງສາລີ |

ກອງປະຊຸມສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ-ພະນັກງານເພື່ອດໍາເນີນຊີວິດການເມືອງທົ່ວພັກໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 3 ເມສາ 2025 ຢູ່ສະໂມສອນໃຫ່ຍຂອງເມືອງຜົ້ງສາລີໂດຍການເປັນປະທານຂອງ ສະຫາຍ ຄໍາເຫຼັກ ໃຈອິສານ ກໍາມະການປະຈໍາພັກແຂວງ, ຮອງເຈົ້າແຂວງ ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມຂັ້ນແຂວງ,ທັງເປັນຜູ້ຊີ້ນໍາວຽກງານຮອບດ້ານເມືອງຜົ້ງສາລີ, ສະຫາຍ ບູນສະຫວາດ ສີວົງໄຊ ເລຂາພັກເມືອງ-ເຈົ້າເມືອງຜົ້ງສາລີ, ເຂົ້າຮ່ວມຮັບຟັງມີບັນດາສະຫາຍຄະນະປະຈໍາພັກເມືອງ,ກໍາມະການພັກເມືອງ,ຫົວໜ້າ-ຮອງຫົວໜ້າຫ້ອງການ,ຫົວໜ້າກອງບັນຊາການ ປກຊ-ປກສ,ທະນາຄານນະໂຍບາຍ,ທະນາຄານການຄ້າ,ທະນາພັດສົ່ງເສີມກະສິກໍາ ແລະ ທະນາຄານພັດທະນາລາວໜ່ວຍບໍລິການເມືອງຜົ້ງສາລີ,ເລຂາຄະນະພັກບ້ານ 12 ບ້ານ ເທດສະບານຕະຫຼອດຮອດພະນັກງານສະມາຊິກພັກອ້ອມຂ້າງເມືອງເຂົ້າ
ຮ່ວມ.
ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງມະຕິຕົກລົງຂອງຄະນະປະຈໍາພັກແຂວງເລກທີ 71/ຄພຂ ລົງວັນທີ 25 ກຸມພາ 2025 ວ່າດ້ວຍ ການແບ່ງຄວາມຮັບຜິດຊອບເຜີຍແຜ່ເຊື່ອມຊຶມ ແລະ ແຜນດໍາເນີນງານຂອງຄະນະໂຄສະນາອົບຮົມແຂວງ, ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 9 ສະໄໝທີ XI,ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄັ້ງທີ 10 ສະໄໝທີ XI ມະຕິກອງປະຊຸມອົງການປົກຄອງແຂວງຄັ້ງທີ 9 ສະໄໝທີ IX, ຮັບຟັງມະຕິກອງປະຊຸມຄົບຄະນະສະໄໝວິສາມັນຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI /ຄບສພ ລົງວັນທີ 12 ມີນາ 2025 ວ່າດ້ວຍ ການປັບປຸງກົງຈັກການຈັດຕັ້ງ ຮັບຟັງເອກະສານສຶກສາອົບຮົມການເມືອງ-ແນວຄິດສໍາລັບພະນັກງານສະມາຊິກພັກເພື່ອດໍາເນີນຊີວິດການເມືອງໃນທົ່ວພັກ,ຮັບຟັງແຜນວິທີເຮັດວຽກ ແລະ ຄຸນສົມບັດສິນທໍາປະຕິວັດຂອງ ປະທານ ໄກສອນ ພົມ
ວິຫານ ຮັບຟັງຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດຂອງພະນັກງານສະມາຊິກພັກ ຈຸດປະສົ່ງກໍ່ເພື່ອສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ,
ພະນັກງານຮັບຮູ້ເຂົ້າໃຈ ແລະ ຮໍາຮຽນເອົາແບບແຜນວິທີເຮັດວຽກ ແລະ ຄຸນສົມບັດອັນສູງສົງຂອງ ປະທານ ໄກສອນ ພົມວິຫານ ເພື່ອພ້ອມກັນຕັ້ງໜ້າຄົ້ນຄົ້ວາສຶກສາຮໍາຮຽນເອົາເປັນແບບຢ່າງເພື່ອຝືກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກງານສະມາຊິກພັກຜູ້ທີດີເດັ່ນມີຄຸນທາດການເມືອງຄຸນສົມບັດທີໜັກແໜ້ນ,ເພື່ອສຶກສາອົບຮົມໃຫ້ພະນັກງານສະມາຊິກພັກໄດ້ຮັບຮູ້ເຂົ້າໃຈມາດຕະຖານຂອງສະມາຊິກພັກເຊິງແມ່ນສິງທີສໍາຄັນ ແລະ ຈໍາເປັນພ້ອມທັງແມ່ນປັດໃຈພື້ນຖານໃຫ້ແກ່ການເລືອກເຟັ້ນເອົາພະນັກງານສະມາຊິກພັກເຂົ້າໃນການສັບຊ້ອນຈັດວາງບໍາລຸງກໍ່ສ້າງ ແລະ ທັງເປັນບ່ອນອີງໃຫ້ພະນັກງານສະມາຊິກພັກໄດ້ຝືກຝົນຫຼໍ່ຫຼອມຕົນເອງດ້ານຄຸນທາດການເມືອງ,ຄຸນສົມບັດສິນທໍາປະຕິວັດເພື່ອກ້າວຂຶ້ນເປັນເປັນພະນັກງານສະມາຊິກພັກທີມີຄຸນນະພາບຕື່ມອີກ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ