ໜ້າຫຼັກ / ການເຄື່ອນໄຫວ / ພະແນກ ຍທຂ ແຂວງສຳເລັດຝືກອົບຮົມຫຼັກສຸດ ການຄູ້ມຄອງ ແລະ ເກັບຮັກສາເອກະສານ ໂຄງການ
ໃນຕອນເຊົ້າຂອງວັ ທີ່ 31 ມັງກອນ 2025 ນະທີ່ຫ້ອງປະຊຸມພະແນກ ໂຍທາທີການ ແລະ ຂົ່ນສົ່ງແຂວງ,ໄດ້ເປີດຝືກອົບຮົມຫຼັກສຸດ ການຄູ້ມຄອງ ແລະ ເກັບຮັກສາເອກະສານ ໂຄງການ ໂດຍການເປັນກຽດເຂົ້າຮ່ວມ ຂອງ ທ່ານ ໄຊສົມເພັດ ສີພັນ ຮອງຫົວໜ້າພະແນກ ຍທຂ ແຂວງ, ທ່ານ ປອ ບຸນທິບປະເສີດ ຊຸມພົນພັກດີ, ຫົວໜ້າໂຄງການພັດທະນາໂຄງລ່າງຊົນນະບົດ RDP 4. ບັນດາ ນັກສຳມະນາກອນ ຂອງພະແນກ, ຫ້ອງການ ຍທຂ ເມືອງ 03 ເມືອງ, ເມືອງບຸນເໜືອ, ເມືອງໃໝ່ ແລະ ເມືອງຂວາ ແລະ ພະແນກການອ້ອມຂ້າງ ແຂວງ ເຂົ້າຮ່ວມ.
ໃນການຝຶກອົບຮົມຄັ້ງນີ້:ນັກສຳມະນາກອນໄດ້ຮຽນຮູ້ກ່ຽວກັບ ບັນດາ ເອກະສານໃນຫຼັກສູດ ປະກອບມີ 10 ບົດຄື: ການຮ່າງເອກະສານທາງການ, ຄວາມຮູ້ເພີ່ມເຕີມກ່ຽວກັບການນໍາໃຊ້ໂປຼແກມຮ່າງ/ຈັດເອກະສານ, ການນໍາໃຊ້ ClearScanner ໃນມືຖືສະມາດໂຟນ, ການນໍາໃຊ້ ແລະ ຕິດຕັ້ງໂປຼແກມຊ່ວຍໃນວຽກຄຸ້ມຄອງເອກະສານ ໂປຼແກມ NitroPro; ການນໍາໃຊ້ ແລະ ຕິດຕັ້ງໂປຼແກມຊ່ວຍໃນວຽກຄຸ້ມຄອງເອກະສານ ໂປຼແກມ WinRAR/Zip; ທົບທວນຄືນການນໍາໃຊ້ WhatsApp ແລະ ຄວາມຮູ້ເພີ່ມຕື່ມ; ການນໍາໃຊ້ Gmail ແລະ ການນໍາໃຊ້ Google Drive; ຄວາມສໍາຄັນຂອງວຽກງານຄຸ້ມຄອງເອກະສານ ແລະ ຄວາມຮັບຜິດຊອບ ຂອງຜູ້ເກັບຮັກສາເອກະສານ; ການຈັດມ້ຽນເອກະສານທາງການ; ການເບິ່ງແຍງຮັກສາຄອມພິວເຕີຂັ້ນພື້ນຖານຜ່ານການຝືກອົບຮົມ ເຫັນໄດ້ວ່າ ນັກສຳມະນາກອນແຕ່ລະທ່ານ ມີຄວາມຕັ້ງໃຈ, ເອົາໃຈໃສ່ ແລະ ສູມສະຕິປັນຍາຂອງຕົນເອງ ເຂົ້າໃນການສ້າງຮ່າງເອກະສານ ທາງການ ແລະ ເຕັກນິກໃນການເກັບຮັກສາເອກະສານ ລວມທັງການບຳລຸງຮັກສາເຄື່ອງຄອມພິວເຕີ, ສາມາດກຳໄດ້ເນື້ອໃນບົດຮຽນຢ່າງເລິກເຊິ່ງ ພໍສົມຄວນ, ຊຶ່ງສະແດງອອກ ແຕ່ລະທ່ານໄດ້ມີການຖາມເຈາະຈິ້ມ ແລະ ຈັດຕັ້ງປະຕິບັດຕົວຈິງ ເພື່ອແລກປ່ຽນບົດຮຽນໃນແຕ່ລະຫົວຂໍ້ ໄດ້ຢ່າງລະອຽດຈະແຈ້ງດີ ນອກຈາກນັ້ນນັກສຳມະນາກອນໄດ້ຮຽນຮູ້ ການຄຸ້ມຄອງ ແລະ ເກັບຮັກສາເອກະສານໂຄງການ ແລ້ວ ຍັງໄດ້ຮຽນຮູ້ເພີ່ມຕື່ມໃນການ ນຳໃຊ້ Applcication ຕ່າງໆ ເຂົ້າໃນການສ້າງ ແລະ ເກັບຮັກສາເອກະສານ ເຂົ້າໃນການປະຕິບັດວຽກງານຕົວຈິງ ເພື່ອແລກປ່ຽນບົດຮຽນ ຊຶ່ງກັນ ແລະ ກັນ.
ຈາກນັ້ນ ທາງໂຄງການພັດທະນາຊົນນະບົດ ໄລຍະ 4 ມອບໃບຢັ້ງຢືນ ຂື້ນມອບໂດຍ ທ່ານ ໄຊສົມເພັດ ສີພັນ ຮອງຫົວໜ້າພະແນກ ຍທຂ ແຂວງ,ຂື້ນຮັບໂດຍນັກສຳມະນາກອນຕາມລຳດັບ.