ໜ້າຫຼັກ / ການເຄື່ອນໄຫວ / ພະແນກຈະລາຈອນ ປກສ ແຂວງ ຜົ້ງສາລີ ກຽມພ້ອມບໍລິການຄອຍເຫດຕະຫຼອດ 24 ຊົ່ວໂມງ ໄລຍະສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ລາວ

ພະແນກຈະລາຈອນ ປກສ ແຂວງ ຜົ້ງສາລີ ກຽມພ້ອມບໍລິການຄອຍເຫດຕະຫຼອດ 24 ຊົ່ວໂມງ ໄລຍະສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ລາວ

09 Apr 2025 | ນັກຂ່າວ ປກສ ແຂວງ |

ພະແນກຈະລາຈອນ ກະກຽມຄວາມພ້ອມຮອບດ້ານ ເພື່ອຮັບໃຊ້-ບໍລິການຄອຍເຫດ ຕະຫລອດ 24 ຊົ່ວໂມງ ໃນໄລຍະສະເຫລີມສະຫລອງສົ່ງທ້າຍປີ ເກົ່າ ແລະ ຕ້ອນຮັບປີ ໃໝ່ສາກົນ ເປັນຕົ້ນໄດ້ກະກຽມຄວາມພ້ອມເພີ່ມຂຶ້ນກວ່າປົກກະຕິ ໂດຍສະເພາະ ວຽກງານສະກັດກັ້ນ ແລະ ຕ້ານອຸບປະຕິເຫດ ໂດຍໄດ້ຈັດຕັ້ງເວນຍາມເປັນພິເສດ ທັງນີ້, ກໍເພື່ອຮັບປະກັນການບໍລິການຄອຍເຫດໃຫ້ທົ່ວແຂວງ ໃຫ້ທົ່ວເຖິງ, ວ່ອງໄວ ແລະ ປອດໄພ.
ທ່ານ ພັທ ເປົາງາ ສຸວັນໄຊ ຫົວໜ້າພະແນກຈະລາຈອນ ປກສ ແຂວງ ຜົ້ງສາລີ ໃຫ້ສໍາພາດເມື່ອບໍ່ດົນນີ້ວ່າ: ເພື່ອຮັບຮອງຄວາມເປັນລະບຽບຮຽບຮ້ອຍໃນໄລຍະເທດສະການສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ລາວ, ຕາມທິດຊີ້ນໍາຂອງກົມຈະລາຈອນ ກໍ່ຄືກອງບັນຊາການ ປກສ ແຂວງ ແລະ ຫ້ອງຕຳຫຼວດ ໄດ້ກະກຽມຄວາມພ້ອມດ້ານບຸກຄະລາກອນ ແລະ ໄດ້ກຳນົດຈຸດຕ່າງໆເພືອຮັກສາຄວາມເປັນລະບຽບຮຽບຮ້ອຍໃນການສັນຈອນໄປ_ມາຂອງນັກຂັບຂີ່ ໃນນັ້ນທາງພະແນກຈະລາຈອນ ປກສ ແຂວງ ຜົ້ງສາລີ ແມ່ນເລີ້ມປ້ອງກັນແຕ່ວັນທີ13_16ເມາສາ ປີ2025 ແບ່ງອອກເປັນ4ຈຸດ ປ້ອງກັນຄື: 4 ແຍກ ບ້ານບູນເໜືອ, 4 ແຍກ ທາງຂື້ນຫ້ອງວ່າການແຂວງ, 3ແຍກ ໂນນສະຫວ່າງ , 3 ແຍກບ້ານໃໝ່ ແລະ ຈູປະຈຳການຄອຍເຫດຕະຫຼອດ 24ຊົ່ວໂມງ ນອກຈາກນີ້, ຍັງໄດ້ກະກຽມອຸປະກອນນຳໃຊ້ເຂົ້າໃນວຽກງານວີຊາສະເພາະທີຈຳເປັນຕ່າງໆ ເຊັ່ນ: ອຸປະກອນຈັບວາມໄວ, ກວດທາດເຫຼົ້າ ແລະ ພາຫະນະທີນຳໃຊ້ເຂົ້າໃນວຽກງານວີຊາສະເພາະ ເພືອຫຼຸດຜ່ອນບັນຫາອຸປະຕິເຫດທີຈະເກີດຂື້ນໃນຊ່ວງໄລຍິສະເຫຼີ້ມສະຫຼອງປີໃໝ່ລາວ

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ