ໜ້າຫຼັກ / ການເຄື່ອນໄຫວ / ກອງບັນຊາການທະຫານແຂວງຜົ້ງສາລີ ໂຄສະນາ-ປາຖະກະຖາ ວັນສໍາຄັນຂອງເພື່ອນມິດ ແລະ ສາກົນ.

ກອງບັນຊາການທະຫານແຂວງຜົ້ງສາລີ ໂຄສະນາ-ປາຖະກະຖາ ວັນສໍາຄັນຂອງເພື່ອນມິດ ແລະ ສາກົນ.

09 Apr 2025 | ຂ່າວ-ພາບ: ທອງສຸກ ຈັນຖະໜອມ. |

ໃນວັນທີ 09 ເມສາ 2025 ນີ້, ກອງບັນຊາການທະຫານແຂວງຜົ້ງສາລີ ຈັດພິທີໂຄສະນາ-ປາຖະກະຖາ ວັນເກີດທ່ານ ວະລາດີເມຍ ອີລິສ ເລນິນ ຄົບຮອບ 155 ປີ (22 ​ເມສາ 1870-22 ​ເມສາ 2025), ວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ສປ ຈີນຄົບຮອບ 63 ປີ 25.04.1961 - 25.04-2025, ວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ 30 ​ເມສາ 1975 ຫາ 30 ​ເມສາ 2025, ໂດຍການເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ, ສະຫາຍ ພັນເອກ ວິໄລ ແພງສົມເຮືອງ ຄະນະພັກກອງບັນຊາການ ຫົວໜ້າການທະຫານກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ, ພະນັກງານຫຼັກແຫຼ່ງອົງການ 05 ຫ້ອງ, ກົມກອງອ້ອມຂ້າງ, ນາຍ ແລະ ພົນທະຫານເຂົ້້າຮ່ວມ.
ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ປະທານພິທີ ໄດ້ໂຄສະນາ-ປາຖະກະຖາ ວັນເກີດ ທ່ານ ວະລາດີເມຍ ອີລິສ ອູລີຢາໂນບ ເລນິນ ເກີດເມື່ອວັນທີ 10 ເມສາ ( 22 ເມສາ ຕາມປະຕິທິນໃໝ່ ) ປີ 1870 ທີ່ເມືອງຊິມເບີກສເກີ ແຄມຝັ່ງແມ່ນໍ້າໂວນກາ ໃນຄອບຄົວປັນຍາຊົນ, ຜົນງານ ແລະ ຄຸນງາມຄວາມດີຂອງທ່ານ ເລນິນ ເປັນຜູ້ສືບທອດພາລະກິດປະຕິວັດຂອງທ່ານ ກາກມາກ ແລະ ທ່ານ ອັງແກນ ໃນການເສີມຂະຫຍາຍ ລັດທິມາກຢ່າງປະດິດສ້າງເຂົ້າໃນການປະຕິວັດຣັດເຊຍ, ທ່ານເປັນຜູ້ກໍ່ຕັ້ງ ແລະ ນໍາພາພັກໂບນເຊວິກເຊິ່ງເປັນພັກຊົນຊັ້ນກຳມະຊີບ, ນຳພາສ້າງລັດສັງຄົມນິຍົມລັດ ທໍາອິດຂອງໂລກ. ການປະຕິວັດຂອງຊົນຊັ້ນກຳມະຊີບຢູ່ຣັດເຊຍ ໄດ້ເປັນຈຸດເລີ່ມຕົ້ນແຫ່ງການປະຕິວັດໄປສູ່ສັງຄົມນິຍົມ ຂອງຫຼາຍປະເທດເຮັດໃຫ້ສະຕະວັດທີ XX ກາຍເປັນສະຕະວັດແຫ່ງການປະຕິວັດສັງຄົມນິຍົມ, ທ່ານໄດ້ທຸມເທໃຫ້ແກ່ການຂຽນປື້ມ, ບົດນິພົນທີ່ມີຊື່ສຽງຫຼາຍບົດ, ຫຼາຍເຫຼັ້ມທີ່ມີເນື້ອໃນແນ່ໃສ່ການປັບປຸງກໍ່ສ້າງພັກ, ປັບປຸງຄວາມສາມັກຄີພາຍໃນພັກ ແລະ ລະບຽບວິໄນຂອງລັດ “ ຍຸດໂທບາຍຂອງພັກສັງຄົມປະຊາທິປະໄຕ ໃນການປະຕິວັດປະຊາທິປະໄຕ, ກ່ອນປີ 1975 ການພົວພັນ ແລະ ຮ່ວມມືລາວ - ຈີນ ແມ່ນຢູ່ໃນຮູບແບບການສະໜັບສະໜູນຊ່ວຍເຫຼືອໃຫ້ແກ່ພາລະກິດຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ເພື່ອຂັບໄລ່ຈັກກະພັດຕ່າງດ້າວໂຄ່ນລົ້ນຊົນຊັ້ນປົກຄອງທີ່ກົດຂີ່ຂູດຮີດ, ໃນຖານະທີ່ສອງປະເທດມີເສັ້ນຊາຍແດນຕິດຈອດກັນ ດ້ວຍສາຍພູ ແລະ ແມ່ນໍ້າລໍາເຊ, ເປັນປະເທດບ້ານໃກ້ເຮືອນຄຽງກັນ, ສິ່ງສໍາຄັນແມ່ນມີພັກກອມມູນິດນໍາພາການປະຕິວັດຄີກັນ, ພັກ-ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງໄດ້ຢູ່ຄຽງຂ້າງ ແລະ ໃຫ້ການສະໜັບສະໜູນຊ່ວຍເຫຼືອແກ່ການປະຕິວັດລາວ ທັງທາງດ້ານວັດຖຸ ແລະ ຈິດໃຈທັງໃນເວທີສາກົນ ແລະ ພາກພື້ນ, ປະຊາຊົນສອງຊາດມີສາຍພົວພັນມິດຕະພາບມາແຕ່ບູຮານນະການ, ມີມູນເຊື້ອຮັກແພງສາມັກຄີ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ນໍ້າໃຈມິດຕະພາບນັບມື້ນັບເພີ່ມທະວີ, ຜູ້ນໍາສອງພັກ ແລະ ລັດໄດ້ສືບຕໍ່ເພີ່ມທະວີການຢ້ຽມຢາມແລກປ່ຽນ ຖອດຖອນບົດຮຽນຂອງຄະນະຜູ້ແທນຂັ້ນຕ່າງໆເປັນປະຈໍາໃນທຸກດ້ານ, ເປັນຕົ້ນການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ວິທະຍາສາດເຕັກນິກ ແລະ ວັດທະນະທໍາບົນພື້ນຖານຄວາມສະເໝີພາບຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຮັດໃຫ້ການພົວພັນອັນເປັນມູນເຊື້ອລະຫວ່າງສອງພັກ, ສອງປະເທດ ແລະ ປະຊາຊົນສອງຊາດລາວ - ຈີນມີຄວາມສະໜິດແໜ້ນ ແລະ ຂະຫຍາຍຕົວຂຶ້ນສູ່ລະດັບໃຫມ່ຮອບດ້ານ. ມູນເຊື້ອການຕໍ່ສູ້ອັນພິລະອາດຫານຂອງຫວຽດນາມ, ປະຫວັດສາດ 4 ພັນປີແຫ່ງການກໍ່ຕັ້ງປະເທດຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງຊາດຫວຽດນາມເຕັມໄປດ້ວຍເສັ້ນທາງແຫ່ງການຕໍ່ສູ້ຕ້ານການຮຸກຮານຈາກພາຍນອກຫຼາຍຄັ້ງ, ຫຼາຍຍຸກໃນສະໄໝສັກດີນາ, ທ້າຍສະຕະວັດ 19 ຫາຕົ້ນສະຕະວັດທີ 20 ລັດທິລ່າເມືອງຂຶ້ນຝຣັ່ງໄດ້ເຂົ້າມາຮຸກຮານຢຶດເອົາ 3 ຊາດອິນດູຈີນ ກາຍເປັນອານານິຄົມຂອງຝຣັ່ງ. ແຕ່ພາຍໃຕ້ການນໍາພາຂອງພັກກອມມູນິດອິນດູຈີນ ແລະ ປະທານໂຮ່ຈີ່ມິນ ພ້ອມດ້ວຍປະຊາຊົນຫວຽດນາມໄດ້ລຸກຂຶ້ນຕໍ່ສູ້, ຈົນຮອດເດືອນ 8 ປີ 1945 ໄດ້ລຸກຮື້ຂຶ້ນຢຶດອໍານາດ ແລະ ປະກາດເອກະລາດວັນທີ 2.9.1945 ແຕ່ວ່າ 1946 ຈັກກະພັດຝຣັ່ງຊໍ້າພັດກັບຄືນມາຮຸກຮານຫວຽດນາມ ຄັ້ງທີ 2 ປະຊາຊົນຫວຽດນາມ ໄດ້ສືບຕໍ່ການຕໍ່ສູ້ຕ້ານຝຣັ່ງ, ຈົນຮອດວັນທີ 7.5.1954 ສາມາດຮັບໄຊຊະນະທັບມ້າງຖານທັບດຽນບຽນຟູຂອງຝຣັ່ງ, ນໍາໄປສູ່ການເຊັນສັນຍາເຊີແນວກ່ຽວກັບອິນດູຈີນ 20.7.1954. ຈັກກະພັດອາເມລິກາ ໄດ້ເຂົ້າມາຮຸກຮານຫວຽດນາມ ແຕ່ດ້ວຍນໍ້າໃຈຮັກຊາດອັນແຮງກ້າ, ຄຽດແຄ້ນຈັກກະພັດຢ່າງເລິກເຊິ່ງຂອງປະຊາຊົນຫວຽດນາມຜູ້ພິລະອາດຫານ, ໂດຍສືບຕໍ່ມູນເຊື້ອວິລະຊົນແຫ່ງການສ້າງສາແລະປົກປັກຮັກສາປະເທດຊາດ, ປະຊາຊົນຫວຽດນາມພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມໄດ້ລຸກຂຶ້ນຕໍ່ສູ້ກູ້ຊາດຕ້ານຈັກກະພັດອາເມລິກາ ແລະ ລູກມື 20 ກວ່າປີຢ່າງຫມັ້ນຫນຽວເພື່ອກອບກູ້ເອົາເອກະລາດ, ອິດສະຫລະພາບມາໃຫ້ປະເທດຊາດຂອງຕົນ, ແມ່ນໄຊຊະນະອັນຍິ່ງໃຫຍ່ຂອງກອງທັບ ແລະ ປະຊາຊົນຫວຽດນາມ, ໄຊຊະນະລະດູບານໃໝ່ປີ 1975 ຢູ່ພາກໃຕ້ຫວຽດນາມ ແມ່ນໄຊຊະນະລວມແຫ່ງກ້ອນກໍາລັງສາມັກຄີພິເສດ, ຮ່ວມສໍາພັນສູ້ຮົບລະຫວ່າງຫວຽດນາມ, ລາວ ແລະ ກໍາປູເຈຍອ້າຍນ້ອງ. ແມ່ນສະໜາມຮົບຢູ່ບົນດິນແດນແຫຼມອິນດູຈີນອັນດຽວກັນ, ຕ້ານສັດຕູຜູ້ຮຸກຮານໂຕດຽວກັນ, ​ໄຊຊະນະດັ່ງກ່າວແມ່ນປັດໄຈ, ທ່າແຮງຊຸກດັນໄຊຊະນະເຊິ່ງກັນ ແລະ ກັນ. ຈາກໄຊຊະນະປົດປ່ອຍພາກໃຕ້ຫວຽດນາມ ເປັນການ​ໄຂສັງກາດໃຫ້ຫວຽດນາມມີສັນຕິພາບ, ເອກະພາບ ແລະ ກ້າວຂຶ້ນສັງຄົມນິຍົມ, ດໍາເນີນການປ່ຽນແປງໃໝ່, ຫັນເປັນອຸດສາຫະກໍາ ແລະ ທັນສະໄໝ. ໃນພິທີຍັງໄດ້ຜ່ານເອກະສານທີ່ກ່ຽວຂ້ອງອີກຈໍານວນໝຶ່ງ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ