ແຂວງຜົ້ງສາລີ ສະເຫຼີມສະຫຼອງວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວຄົບຮອບ 70 ປີ
08 Apr 2025 | ຂ່າວ: ສົມຄິດ ( ແຂວງຜົ້ງສາລີ) |
ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (14/4/1955 - 14/4/2025) ຢູ່ແຂວງຜ້ງສາລີ ໄດ້ຈັດຂື້ນ ໃນຕອນເຊົ້າຂອງວັນທີ 8 ເມສາ 2025 ນີ້ ທີ່ຫ້ອງປະຊຸມຊັ້ນ5 ສໍານັກງາປົກຄອງແຂວງ, ໂດຍ ການເປັນປະທານ ແລະ ປາຖະກະຖາວັນດັ່ງກ່າວຂອງ ທ່ານ ຄໍາເຫຼັກ ໃຈອີສານ ກໍາມະການປະຈໍາພັກແຂວງ, ຮອງເຈົ້າແຂວງ,ເຂົ້າຮ່ວມີທ່ານ ຫຸມພັນ ຈັນທະລາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຜົ້ງສາລີ , ມີ ບັນດາຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາໜ່ວຍ ແລະ ສະມາຊິກຊາວໜຸ່ມຈາກ ພະແນກການ, ອົງການ ແລະ ເມືອງເຂົ້າຮ່ວມ.
ໃນພິທີໄດ້ຮັບຟັງການເລົ່າຄືນມູນເຊື້ອຂອງຊາວໜູ່ມປະຊາຊົນປະຕິຫວັດລາວ ເຊີ່ງປະຫວັດສາດຊາວໜຸ່ມລາວບໍ່ວ່າຊາດໃດໃດກໍ່ຕາມ ຊາວໜຸ່ມ ແມ່ນມີບົດບາດສຳຄັນໃນຂະບວນການຕໍ່ສູ້, ຂະບວນການພັດທະນາ, ຂະບວນການຕໍ່ສູ້ເພືອປົກປັກຮັກສາ ແລະ ສ້າງສາບ້ານເມືອງ, ຊາວໜຸ່ມຈຳນວນບໍ່ໜ້ອຍໄດ້ເສຍສະຫຼະຊີວິດ ເພື່ອປົກປັກຮັກ
ສາເອກະລາດ ແລະ ຜືນແຜນດີນອັນແສນຮັກຂອງຕົນໄວ້, ບັນພະບຸລຸດທີ່ລືຊື່ເຊັ່ນ: ຂຸນບູລົມ, ເຈົ້າຟ້າງຸ່ມ, ເຈົ້າສຸລິຍະວົງສາ, ເຈົ້າໄຊເສດຖາທິລາດ, ເຈົ້າອານຸວົງ, ທ່ານໄກ
ສອນ ພົມວິຫານ ແລະ ຜູ້ອື່ນໆ ເຊິ່ງເຄີຍນຳພາປະເທດຊາດຕໍ່ສູ້ຕ້ານການຮຸກຮານຂອງສັດຕູພາຍນອກ, ນຳເອົາປະເທດຊາດຜ່ານພົ້ນພະຍຸລົມແລງ ແລະ ສາມາດຮັກສາແຜນດີນໄວ້ຢ່າງໜັ້ນຄົງ, ນ້ຳໃຈຮັກເຊື້ອແພງຊາດ, ບໍ່ຍອມຈຳນວນຕໍ່ສັດຕູ ສະເພາະໄລຍະປະຫວັດສາດ ນັບແຕ່ມື້ສ້າງຕັ້ງພັກປະຊາຊົນ ປະຕິວັດລາວມານີ້, ຊາວໜຸ່ມໄດ້ຖືກຂະໜາມນາມວ່າ: ເປັນແຂນຂວາຂອງພັກ, ເປັນກະດູກສັນຫຼັງຂອງປະເທດຊາດ, ເປັນຜູ້ສຶບທອດທີ່ຈົ່ງຮັກພັກດີ ຂອງປະເທດຊາດ, ມູນເຊື້ອ ແລະ ວິລະກຳຂອງຊາດໄດ້ຮັບການຜັນຂະຫຍາຍ ກາຍເປັນການກະທຳປະຕິວັດຂອງຊາວໜຸ່ມ ເຊິ່ງສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງພັກ ຂອງປະເທດຊາດໃຫ້ກ້າວເດີນຕາມເສັ້ນທາງສັງຄົມນິຍົມ. ສະນັ້ນ, ພັກຈຶ່ງຕົກລົງສ້າງຕັ້ງອົງການຈັດຕັ້ງຊາວໜຸ່ມຕະລຸມບອນຂຶ້ນ ໃນຖັນແຖວກຳລັງປະກອບອາວຸດ ໃນວັນທີ 14 ເມສາ ປີ 1955, ອົງ
ການຈັດຕັ້ງດັ່ງກ່າວນີ້ ໄດ້ກາຍເປັນໃຈກາງເຕົ້າໂຮມ ແລະ ສຶກສາອົບຮົມຊາວໜຸ່ມ ປະຕິບັດບົດບາດເປັນກຳລັງປະຈັນບານ ໃນທຸກສະໜາມຮົບດ້ວຍມານະຈິດທີ່ວ່າ: ຍອມຕາຍດີກວ່າເສຍເອກະລາດ ເດັດຂາດບໍ່ຍອມໃຫ້ປະເທດຊາດຖືກຕັດແບ່ງ ແລະ ຄວາມປອງດອງຊາດຖືກທຳລາຍ. ພ້ອມທັງໄດ້ຮັບຟັງຜົນສຳເລັດການນຳພາ-ຊີ້ນຳ ຂອງຄະນະບໍລິຫານງານຊາວໜຸ່ມແຂວງຜົ້ງສາລີ ໃນຕະຫຼອດໄລຍະທີ່ຜ່ານມາ ແລະ ມີການຖາມ-ຕອບຄວາມຮູ້ກ່ຽວກັບມູນເຊື້ອຊາວໜຸ່ມ.
ທັງນີ້ກໍ່ເພື່ອໃຫ້ຜູ້ເຂົ້າຮ່ວມຮັບຮູ້ໄດ້ເຖິງມູນເຊື້ອຂອງຊາວໜຸ່ມແຕ່ລະຮຸ້ນ ໃນການຕໍ່ສູ້ເພື່ອປົດປ່ອຍຊາດ; ເຂົ້າເຖິງແຫຼ່ງຂໍ້ມູນເຊື້ອຂອງຊາວໜຸ່ມໃນແຕ່ລະຮຸ່ນຕິດພັນກັບ ສອງໜ້າທີຍຸດທະສາດຂອງພັກໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນລະບອບໃໝ່ ແລະ ບົດຮຽນໃນການສຶບທອດເສີມຂະຫຍາຍມູນເຊື້ອອັນດີງາມດັ່ງກ່າວໃຫ້ນັບຫຼາຍຂື້ນ ແລະ ກວາງຂວາງເຖີ່ງຖອງ.
ໃນພິທີຍັງໄດ້ມອບຫຼຽນຊາວໜຸ່ມຕະລຸມບອນໃຫ້ແກ່ບຸກຄົນຂອງແຂວງຜົ້ງສາລີ ຈໍານວນ 35 ທ່ານ ທີມີຜົນງານດີເດັ່ນ, ມີຄຸນງາມຄວາມດີໃນການອຸທິດເຫື່ອແຮງ, ສະຕິປັນຍາ ແລະຊີ້ນໍາວຽກງານຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວໄລຍະຜ່ານມາ.
Share: