ໜ້າຫຼັກ / ການເຄື່ອນໄຫວ / ທະນາຄານການຄ້່າຕ່າງປະເທດໜ່ວຍບໍລິການເມືອງຜົ້ງສາລີມອບເງິນໃຫ້ອົງການປົກຄອງເມືອງຜົ້ງສາລີເພື່ອນໍາໃຊ້ເຂົ້າໃນກອງປະຊຸມໃຫ່ຍຄັ້ງທີ XI ຂອງອົງຄະນະພັກເມືອງຜົ້ງສາລີ.

ທະນາຄານການຄ້່າຕ່າງປະເທດໜ່ວຍບໍລິການເມືອງຜົ້ງສາລີມອບເງິນໃຫ້ອົງການປົກຄອງເມືອງຜົ້ງສາລີເພື່ອນໍາໃຊ້ເຂົ້າໃນກອງປະຊຸມໃຫ່ຍຄັ້ງທີ XI ຂອງອົງຄະນະພັກເມືອງຜົ້ງສາລີ.

03 Feb 2025 | ນັກຂ່າວຫ້ອງການ ຖວທ ເມືອງຜົ້ງສາລີ |

ຕອນເຊົ້າວັນທີ 3 ກຸມພາ 2025 ນີ້ທາງທະນາຄານການຄ້າຕ່າງປະເທດໜ່ວຍບໍລິການເມືອງຜົ້ງສາລີໄດ້ນໍາເອົາເງິນຈໍານວນ 5.000.000 ກີບ ມາມອບໃຫ້ອົງການປົກຄອງເມືອງຜົ້ງສາລີເພື່ອນໍາໃຊ້ເຂົ້າໃນກອງປະຊຸມໃຫ່ຍຄັ້ງທີ ຄັ້ງທີ XI ຂອງອົງຄະນະພັກເມືອງຜົ້ງສາລີໂດຍການກ່າວມອບຂອງ ທ່ານ ແຫຼວຄໍາ ກອງມະນີຕາງໜ້າທະນາຄານການຄ້່າຕ່າງປະເທດໜ່ວຍບໍລິການເມືອງຜົ້ງສາລີ ແລະ ກ່າວຮັບໂດຍ ທ່ານ ບູນສະຫວາດ ສີວົງໄຊ ວ່າການແທນເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງ - ເມືອງຜົ້ງສາລີ ໂອກາດທີມີຄວາມໝາຍສໍາຄັນນີ້ ທ່ານ ບູນສະຫວາດ ສີວົງໄຊ ວ່າການແທນເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງ - ເມືອງຜົ້ງສາລີຕາງໜ້າການນໍາພັກ-ລັດເມືອງຜົ້ງສາລີກໍ່ຄືໃນນາມສ່ວນຕົວຍັງໄດ້ກ່າວສະແດງຄວາມຮູ້ບູນຄຸນ ແລະ ຂອບອົກຂອບໃຈມາຍັງທ່ານ ແຫຼວຄໍາ ກອງມະນີຕາງໜ້າທະນາຄານການຄ້າຕ່າງປະເທດໜ່ວຍບໍລິການເມືອງຜົ້ງສາລີທີ່ນໍາເອົາວັດຖຸປັດໃຈມາມອບໃນຄັ້ງນີ້ພ້ອມເຮົາພ້ອມແລ້ວທີຈະນໍາເອົາວັດຖຸປັດໃຈໃນຄັ້ງນີ້ໄປນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ ແລະ ອວຍພອນມາຍັງທ່ານ ແຫຼວຄໍາ ກອງມະນີ ຕາງໜ້າທະນາຄານການຄ້າຕ່າງປະເທດໜ່ວຍບໍລິການເມືອງຜົ້ງສາລີພ້ອມດ້ວຍຄອບຄົວຈົ່ງມີສຸກະພາບແຂງແຮງປະສົບຜົນສໍາເລັດໃນໜ້າທີ່ການງານ ແລະ ມີຄວາມຈະເລີນຮຸ່ງເຮື່ອງຕະຫຼອດໄປ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ