ໜ້າຫຼັກ / ການເຄື່ອນໄຫວ / ອະນຸກໍາມະການຂະບວນການ, ການວາງສະແດງຜະລິດຕະພັນສິນຄ້າ, ຮູບພາບ ແລະ ແຂ່ງຂັນຍ້ອງຍໍຂັ້ນແຂວງ ລົງເຄື່ອນໄຫວເຮັດວຽກຢູ່ເມືອງຂວາ

ອະນຸກໍາມະການຂະບວນການ, ການວາງສະແດງຜະລິດຕະພັນສິນຄ້າ, ຮູບພາບ ແລະ ແຂ່ງຂັນຍ້ອງຍໍຂັ້ນແຂວງ ລົງເຄື່ອນໄຫວເຮັດວຽກຢູ່ເມືອງຂວາ

04 Feb 2025 | ສອນໄຊ ແສງມະນີ (ນັກຂ່າວຫ້ອງການ ຖວທ ເມືອງຂວາ) |

ໃນຕອນບ່າຍຂອງວັນທີ 4 ກຸມພາ 2025 ອະນຸກໍາມະການຂະບວນການ, ການວາງສະແດງຜະລິດຕະພັນສິນຄ້າ, ຮູບພາບ ແລະ ແຂ່ງຂັນຍ້ອງຍໍຂັ້ນແຂວງ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ຊີ້ນໍາການກະກຽມວຽກງານຂະບວນການຮອບດ້ານເພື່ອດໍາເນີນກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງຂວາ ຄັ້ງທີ XVI ຊຶ່ງນໍາໂດຍ ທ່ານ ບຸນເພັງ ຈອມວິສານ ກໍາມະການພັກແຂວງ ຮອງປະທານສະພາ ປະຊາຊົນແຂວງ ທັງເປັນຫົວໜ້າອະນຸກໍາມະການຂະບວນການຂັ້ນແຂວງ ພ້ອມດ້ວຍຄະນະທິມງານ, ເຂົ້າຮ່ວມມີ ທ່ານ ສອນສະໜຸກ ສີສຸລາດ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງ, ມີບັນດາທ່ານຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫ້ອງການ ຕະຫຼອດຮອດຄະນະຮັບຜິດຊອບວຽກງານຂະບວນການຂັ້ນເມືອງເຂົ້າຮ່ວມ.

          ໃນກອງປະຊຸມທ່ານ ບຸນເພັງ ຈອມວິສານ ກໍາມະການພັກແຂວງ ຮອງປະທານສະພາ ປະຊາຊົນແຂວງ ຫົວໜ້າອະນຸກຳມະການຂະບວນການຂັ້ນແຂວງ ໄດ້ມີຄຳເຫັນກ່າວເປີດກອງປະຊຸມ ແລະ ໄດ້ຊີ້ແຈ້ງອະທິບາຍເນື້ອໃນ ຮູບການທີຈະຕ້ອງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດກຽ່ວກັບວຽກງານຂະບວນການຮອບດ້ານ ເພື່ອກຽມຄວາມພ້ອມໃນທຸກດ້ານບັນດາໜ້າວຽກຂອງອະນຸກໍາມະການຂະບວນການຂັ້ນເມືອງ ທີໄດ້ຮັບການມອບໝາຍ ແລະ ວຽກງານຈຸດສຸ່ມ ແຕ່ລະ ໜ້າວຽກຂອງອະນຸຂະບວນການໃຫ້ມີຜົນສໍາເລັດ.

ໂອກາດນິ້, ທ່ານ ສົມນຶກ ໄຊຍະຈິດ ກໍາມະການປະຈໍາພັກເມືອງ ຮອງເຈົ້າເມືອງ ຫົວໜ້າອະນຸຂະບວນການຂະບວນການ, ການວາງສະແດງຜະລິດຕະພັນສິນຄ້າ, ຮູບພາບ ແລະ ແຂ່ງຂັນຍ້ອງຍໍຂັ້ນເມືອງໄດ້ລາຍງານການຕັດຕັ້ງປະຕິບັດການກະກຽມກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງຂວາ ຄັ້ງທີ XVI ແລະ ທິດທາງແຜນການໃນຕໍ່ໜ້າໂດຍຫຍໍ້, ຈາກນັ້ນຄະນະທີມງານຂັ້ນແຂວງກໍ່ໄດ້ພັດປຽນກັນຂື້ນມີຄໍາເຫັນແລກປ່ຽນບັນດາເນື້ອໃນ ແລະ ວິທີການຈັດຕັ້ງປະຕິບັດ ຂອງອະນຸກໍາມະການວຽກງານຂະບວນການພ້ອມທັງມອບໝາຍ ສິດ ແລະ ໜ້າທີ ຄວາມຮັບຜິດຊອບຂອງອະນຸ ການ, ການຈັດຕັ້ງປະຕິບັດຢູ່ແຕ່ລະຂົງເຂດວຽກງານ ແລະ ຄວາມຮັບຜິດຊອບ ຂະບວນການຕ່າງໆ ໃຫ້ມີຄວາມພ້ອມຮອບດ້ານ ມີຄວາມຖືກຕ້ອງ, ສອດຄ່ອງ ແລະ ທັນກັບເວລາ.

ໃນໂອກາດນີ້ ທ່ານ ບຸນເພັງ ຈອມວິສານ ກໍາມະການພັກແຂວງ ຮອງປະທານສະພາ ປະຊາຊົນແຂວງ ກໍ່ໄດ້ມີຄໍາເຫັນໂອ້ລົມ ແລະ ມີທິດຊີ້ນຳ ທ່ານໄດ້ ຍ້ອງຍໍຊົມເຊີຍບັນດາອານຸກຳມະການທັງໝົດທີ່ມີຄວາມ ຮັບຜິດຊອບສູງໃນການກະກຽມກອງປະຊຸມໃນຄັ້ງນີ້ ແລະ ທ່ານມີທິດຊີ້ນໍາໃຫ້ແຕ່ລະອານຸກຳມະການສືບຕໍ່ຈັດຕັ້ງ ປະຕິບັດໜ້າທີ່ຄວາມຮັບຜິດຊອບຂອງຕົນ, ຂໍໃຫ້ແຕ່ລະ ອານຸກຳມະການມີການປະສານງານກັນຢ່າງກົມກຽວ, ຖ້າມີ ບັນຫາຫຍຸ້ງຍາກໃຫ້ຂໍຄໍາເຫັນຈາກຄະນະຊີ້ນໍາລວມເພື່ອມີ ທິດແກ້ໄຂຢ່າງຮີບດ່ວນ ເພື່ອເຮັດໃຫ້ການດໍາເນີນກອງ ປະຊຸມໃຫຍ່ຄັ້ງທີ່ XVI ຂອງອົງຄະນະພັກເມືອງຂວາ ສໍາເລັດຕາມຄາດໝາຍທີ່ວາງໄວ້.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ