ໜ້າຫຼັກ / ການເຄື່ອນໄຫວ / ຄະນະພັກຮາກຖານກອງບັນຊາການປ້ອງກັນຄວາມສະຫງົບເມືອງຜົ້ງສາລີ ສຳເລັດກອງປະຊຸມໃຫຍ່ຄັ້ງທີ II

ຄະນະພັກຮາກຖານກອງບັນຊາການປ້ອງກັນຄວາມສະຫງົບເມືອງຜົ້ງສາລີ ສຳເລັດກອງປະຊຸມໃຫຍ່ຄັ້ງທີ II

27 Aug 2024 | ທອງໄຊ ແສງອຸົມ |

ຕອນເຊົ້າຂອງວັນທີ 23 ສິງຫາ 2024, ນະທີ່ສະໂມສອນໃຫຍ່ຂອງເມືອງຜົ້ງສາລີ, ຄະນະພັກຮາກຖານ ກອງບັນຊາການປ້ອງກັນຄວາມສະຫງົບເມືອງຜົ້ງສາລີ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ II, ໂດຍການເປັນປະທານຂອງ ສະຫາຍ ປອ ວັນໄຊ ແສນຍອດ ກໍາມະການພັກແຂວງ, ເລຂາພັກເມືອງເຈົ້າເມືອງໆຜົ້ງສາລີ, ປະທານ ປກຊ-ປກສ ເມືອງ, ມີຄະນະພັກ-ຄະນະບັນຊາ, ພ້ອມດ້ວຍແຂກຖືກເຊີນຕະຫຼອດຮອດພະນັກງານສະມາຊິກພັກສົມບູນ-ສໍາຮອງເຂົ້າຮ່ວມຢ່າງພ້ອມພຽງ.

          ສະຫາຍ ສຸລິສັກ ຂັນທະສັກ ຮອງປະທານກວດກາພັກ-ລັດເມືອງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກເມືອງຜົ້ງສາລີ, ສະບັບເລກທີ 125/ຄພມ ຜົ້ງສາລີ, ລົງວັນທີ 22 ສິງຫາ 2024 ວ່າດ້ວຍການອະນຸມັດດໍາເນີນກອງປະຊຸມໃຫຍ່ຄັ້ງ II ຂອງຄະນະພັກຮາກຖານກອງບັນຊາການປ້ອງກັນຄວາມສະຫງົບເມືອງຜົ້ງສາລີ, ຈາກນີ້: ສະຫາຍ ພັນໂທ ວັນສຸກ ສຸລິຍະ ກໍາມະການປະຈໍາພັກເມືອງ, ເລຂາຄະນະພັກຮາກຖານ, ຫົວໜ້າກອງບັນຊາການ ກອງບັນຊາການປ້ອງກັນຄວາມສະຫງົບເມືອງຜົ້ງສາລີ, ໄດ້ກ່າວເປີດກອງປະຊຸມພ້ອມທັງຜ່ານບົດລາຍງານການເມືອງ 2 ພາກໃນໄລຍະ 5 ປີຜ່ານມາ, ຄະນະພັກຮາກຖານກອງບັນຊາການກອງບັນຊາການປ້ອງກັນຄວາມສະຫງົບເມືອງ, ໄດ້ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ, ສະມາຊິກພັກມີແນວຄິດອຸ່ນອຽນທຸນທຽງ ເດັດດ່ຽວຍຶດໝັ້ນຕໍ່ອຸດົມການຂອງພັກ, ມີຄວາມສາມັກຄີ ແລະ ເຮັດສໍາເລັດໜ້າທີ່ ທີ່ການຈັດຕັ້ງຂັ້ນເທິງມອບ   ໝາຍຢ່າງມີຄວາມຮັບຜິດຊອບສູງ, ເພີ່ມທະວີຄວາມເອົາໃຈໃສ່ວຽກງານການເມືອງ-ແນວຄິດໃຫ້ນັບມື້ເລິກເຊິ່ງທົ່ວເຖິງ,  ຈັດຕັ້ງເຊື່ອມຊຶມແນວທາງນະໂຍບາຍ, ມະຕິຄໍາສັງ, ລະບຽບກົດໝາຍ ແລະ ເອກະສານມູນເຊື້ອຂອງກໍາລັງ, ໃຫ້ແກ່ສະມາຊິກພັກ, ຢ່າງຕໍ່ເນື່ອງ ແລະ ສອດຄ່ອງກັບຈຸດພິເສດຂອງແຕ່ລະໜ່ວຍພັກ, ຕິດພັນກັບການຍົກສະພາບຕົວຈິງ, ຖືສໍາຄັນວຽກງານປ້ອງກັນຄວາມສະຫງົບຂອງເມືອງ, ໃຫ້ມີສະຖຽນລະພາບທາງດ້ານການເມືອງ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ປຸກລະດົມທົ່ວປວງຊົນເຂົ້າຮ່ວມວຽກງານປ້ອງກັນຄວາມສະຫງົບ, ປັບປຸງກໍາລັງໃຫ້ມີຄວາມເຂັ້ມແຂງ, ຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ ຕິດພັນການຊຸກຍູ້ຂະບວນການຮອບດ້ານຢູ່ຮາກຖານ ເພື່ອກໍາສະພາບປະກົດການຍໍ້ທໍ້ຂີ້ລັກງັດແງະ, ລັກລອບປູກຝິ່ນການຄ້າມະນຸດ, ກວດກາ ແລະ ແກ້ໄຂອາວຸດເຖືອນ, ລ່າສັດນໍ້າ-ສັດປ່າທີ່ຜິດກົດໝາຍໃຫ້ເຂັ້ມງວດຂຶ້ນກວ່າເກົ່າ, ເພີ່ມທະວີໃນການນໍາພາອົງການຈັດຕັ້ງມະຫາຊົນ, ຊຸກຍູ້ໃຫ້ເຄື່ອນໄຫວຕາມພາລະບົດບາດສິດ ແລະ ໜ້າທີ່ເຂົ້າຮ່ວມຊີວິດເສຍເງິນສະຕິ, ສໍາຫຼວດກວດກາ ແລະ ນໍາພາສ້າງຂະບວນການວິຊາສະເພາະເຄື່ອນໄຫວກິລາ ສີລະປະວັນນະຄະດີ ອະນາໄມລວມເປັນຂະບວນການຝົດຟື້ນ, ປັບປຸງອົງການຈັດຕັ້ງຊາວໜຸ່ມ-ແມ່ຍິງ ເຊື່ອມຊຶ້ມຈັດຕັ້ງປະຕິບັດຂໍ້ແຂ່ງຂັ້ນໃຫ້ປະຕິບັດຕາມຄໍາຂວັນ 4 ບຸກຂອງຊາວໜຸ່ມ, ແລະ 3 ດີ 4 ພັດທະນາ ຂອງອົງການຈັດຕັ້ງແມ່ຍິງ, ວຽກງານປ້ອງກັນຄວາມສະຫງົບ ສະມາຊິກພັກ, ພະນັກງານ-ນັກຮົບເອົາໃຈໃສ່ວຽກງານປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍບັນດາໜ່ວຍພັກ, ເພື່ອບໍ່ໃຫ້ພວກຄົນບໍ່ດີແຊກຊຶ້ມເຂົ້າໃນຖັນແຖວກໍາລັງປ້ອງກັນບໍ່ໃຫ້ຕົກເຂົ້າໃນກົນອຸບາຍຂອງພວກສັດຕູ ແລະ ກຸ່ມຄົນບໍ່ຫວັງດີ, ຮູ້ຈໍາແນກມິດສັດຕູ້ຢ່າງຈະແຈ້ງ. ວຽກງານກໍ່ສ້າງພັກ-ພະນັກງານຄະນະພັກແຕ່ລະຂັ້ນຕ້ອງເອົາໃຈໃສ່ຊີ້ນໍາ-ນໍາພາ, ການປັບປຸງໃນການກໍ່ສ້າງພັກ-ພະນັກງານໃຫ້ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານການເມືອງ-ແນວຄິດເຂັ້ມແຂງການຈັດຕັ້ງຍຶດໝັ້ນ ແລະ ກໍ່ສ້າງຕາມ 5 ຫຼັກການ 3 ທິດນໍາ ປະຕິບັດກົດລະບຽບຂອງພັກຢ່າງເຂັ້ມງວດ, ພ້ອມກັນນັ້ນກໍ່ໄດ້ເອົາໃຈໃສ່ກໍ່ສ້າງກົມກອງ ສ້າງໜ່ວຍພັກໃຫ້ປອດໃສ່, ເຂັ້ມແຂງ, ໜັກແໜ້ນ ແລະ ມີແບບແຜນທີ່ທັນສະໃໝ່, ວຽກງານພົວພັນຮ່ວມມືກັບຕ່າງປະເທດ, ສືບຕໍ່ເພີ່ມທະວີການຮ່ວມມືຮອບດ້ານກັບຕໍາຫຼວດເມືອງນໍ້າໂປ, ເມືອງແຍ້ ແລະ ດ່ຽນບ່ຽນ ສສ ຫວຽດນາມ ແລະ ຮ່ວມມື້ກັບເຂດຊີເມົ້າ ສປ ຈີນ ໃນຂົງເຂດວຽກງານປ້ອງກັນຄວາມສະຫງົບແລກປ່ຽນບົດຮຽນຂໍ້ມູນຂ່າວສານ ແລະ ຊ່ວຍເຫຼື່ອທາງດ້ານວິຊາສະເພາະ ແລະ ບໍາລຸງກໍ່ສ້າງກໍາລັງຕືມອີກ, ໃນກອງປະຊຸມຍັງໄດ້ປອນບັດຄັດເລືອກເອົາຄະນະພັກຮາກຖານຊຸດໃໝ່ໃນນີ້ໄດ້ເລືອກເອົາ ສະຫາຍ ພັນໂທ ວັນສຸກ ສຸລິຍະ ເປັນເລຂາຄະນະພັກຮາກຖານ, ສະຫາຍ ພັນໂທ ຈິດ ໄຊຍະວົງ ເປັນຮອງເລຂາຄະນະພັກຮາກຖານ, ສະຫາຍ ພັນໂທ ເສັດ ອິນທະວົງ, ສະຫາຍ ພັນໂທ ສີໄຊ ຫຼ້າ ເປັນກໍາມະການພັກທັງເປັນປະທານກວດກາ, ສະຫາຍ ພັນໂທ ສຸລິສັກ ແສງບຸບຜາ ທັງເປັນຮອງປະທານກວດກາ.

          ໃນກອງປະຊຸມທີມີຄວາມໝາຍຄວາມສໍາຄັນຍັງໄດ້ຮັບຟັງການໂອ້ລົມຈາກປະທານພິທີ ເຊິ່ງເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍຄະນະພັກຮາກຖານຊຸດໃໝ່ ຈົ່ງເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ທີ່ໄດ້ຮັບການມອບໝາຍ, ມີຄວາມສາມັກຄີພາຍໃນ ແລະ ພາຍນອກ, ເປັນແບບຢ່າງນໍາໜ້າທີ່ດີ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ຕາມການມອບໝາຍຂອງຂັ້ນເທິງ.

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ເຜີຍແຜ່ນະໂຍບາຍປັບປຸງໃໝ່ຂອງກອງທຶນປະກັນສຸຂະພາບແຫ່ງຊາດຢູ່ແຂວງຜົ້ງສາລີ.

  • 11 Oct 2024
  • ແສງຄຳ ສາລີວັນ

         ໃນວັນທີ 11 ສິງຫາ 2024 ນີ້,...

ອ່ານເພີ່ມ

ເສດຖະກິດ

ໂຄສະນາ, ເຜີຍແຜ່ ແລະ ສ້າງຈິດສໍານຶກໃນການຄຸ້ມຄອງ, ນໍາໃຊ້ ແລະ ປົກປັກ ຮັກສາວຽກງານດ້ານສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຢືນຍົງ ໃຫ້ໂຮງຮຽນ ມໍຕົ້ນ ພຽງໄຊ ເມືອງບຸນເໜືອ.

  • 10 Oct 2024
  • ແສງຄຳ ສາລີວັນ

            ຕອນເຊົ້າຂອງວັນທີ 9...

ອ່ານເພີ່ມ

ເສດຖະກິດ

ເຜີຍແຜ່ເນື້ອໃນສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ 3 ບ້ານທີ່ຂຶ້ນກັບເມືອງຜົ້ງສາລີ.

  • 08 Oct 2024
  • ແສງຄຳ ສາລີວັນ

...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງເສນາທິການ, ກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III

  • 08 Oct 2024
  • ທອງໄຊ ແສງອຸດົມ

ຄະນະພັກຮາກຖານຫ້ອງເສນາທິການ,...

ອ່ານເພີ່ມ