ໜ້າຫຼັກ / ການເຄື່ອນໄຫວ / ພິທີ ມອບ-ຮັບກິດຈະການສ້ອມແປງ ແລະ ຕໍ່ເຕີມຫ້ອງການຊັບພະຍາກອນທຳມະຊາດ ແລະ ສິງແວດລ້ອມເມືອງ ບຸນໃຕ້ ແຂວງຜົ້ງສາລີ

ພິທີ ມອບ-ຮັບກິດຈະການສ້ອມແປງ ແລະ ຕໍ່ເຕີມຫ້ອງການຊັບພະຍາກອນທຳມະຊາດ ແລະ ສິງແວດລ້ອມເມືອງ ບຸນໃຕ້ ແຂວງຜົ້ງສາລີ

04 Feb 2025 | ນັກຂ່າວຫ້ອງການ ຖວທ ເມືອງບຸນໃຕ້ |

ພິທີ ມອບ-ຮັບ ດັ່ງກ່າວ ໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 4 ກຸມພາ 2025 ທີ່ຜ່ານມານີ້ ຢູ່ທີ່ຫ້ອງປະຊູມຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຫຼັງໃຫມ່ ໂດຍໃຫ້ກຽດເຂົ້າຮ່ວມເປັນສັກສີພະຍານຂອງທ່ານ ບຸນແພງ ລາວລີ ຮອງເຈົ້າເມືອງ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດຂັ້ນເມືອງ, ມີທ່ານ ວີຄຳ ມະວົງສາ ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ, ມີທ່ານ ສອນນາລິນ ມິດຕະພອນ ອຳນວຍການບໍລິສັດ ມິດຕະພອນ ກໍ່ສ້າງ ແລະ ສ້ອມແປງເຄຫະສະຖານ ຈຳກັດ, ມີບັນດາທ່ານອະນຸກຳມະການຄຸ້ມຄອງການກໍ່ສ້າງຂັ້ນເມືອງ, ພະນັກງານຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງເຂົ້າຮ່ວມ.

ໃນພິທີ ທ່ານ ວີຄຳ ມະວົງສາ ໄດ້ຜ່ານບົດລາຍການຈັດຕັ້ງປະຕິບັດກິດຈະກຳວ່າ: ໂຄງການກິດຈະການສ້ອມແປງ ແລະ ຕໍ່ເຕີມຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ບຸນໃຕ້ ແມ່ນໄດ້ຮັບທຶນສະໜອງຈາກກະຊວງຊັບພະຍາກອນທຳມມະຊາດ ແລະ ສິ່ງແວດລ້ອມ (ລວມມູນຄ່າ 700.000.000 ກີບ ແລະ ລວມມູນຄ່າການກໍ່ສ້າງຕົວຈິງທັງໝົດ 699.998.700 ກີບ). ເປັນກິດຈະການກໍ່ສ້າງສ້ອມແປງ ແລະ ຕໍ່ເຕີມຫ້ອງການ ວິນລາຊັ້ນດຽວ ປະກອບ ມີ 1 ຫ້ອງໂຖງ, 1 ຫ້ອງປະຊຸມ ແລະ 6 ຫ້ອງເຮັດວຽກຂອງພະນັກງານ, ມີຂະໜາດ 9,5 x 17,5 ແມັດ, ເປັນອາຄານເບຕົງເສີມເຫຼັກ, ພື້ເບຕົງຂັດມັນ, ຝາກໍ່ດ້ວຍດິນຈີ ໂຄງຫຼັງຄາໄມ້ ມຸງ ກະເບື້ອງ, ມີເພດານ ແລະ ມີລະບົບໄຟຟ້າ, ເຊິ່ງໄລຍະກໍ່ສ້າງ 6 ເດືອນ, ເລີ່ມແຕ່ວັນທີ 29 ກັນຍາ 2024 ຫາ ວັນທີ 23 ມັງກອນ 2025. ການຈັດຕັ້ງປະຕິບັດກິດຈະການດັ່ງກ່າວ ສຳເລັດພາຍໃນ 5 ເດືອນ(ສຳເລັດກ່ອນສັນຍາ 1 ເດືອນ). ໂດຍຜ່ານການຕິດຕາມ, ກວດກາດ້ານເຕັກນິກກໍ່ສ້າງ ຈາກອະນຸກຳມະການທີ່ກ່ຽວຂ້ອງ ເຫັນວ່າ ໄດ້ສຳເລັດຕາມກຳນົດເວລາໃນສັນຍາທີ່ໄດ້ກຳນົດໄວ້ຖືກຕ້ອງ, ການມອບ-ຮັບ ກິດຈະການສ້ອມແປງ ແລະ ຕໍ່ເຕີມ ລະຫວ່າງບໍລິສັດ ມິດຕະພອນ ກໍ່ສ້າງ ແລະ ສ້ອມແປງ ເຄຫະສະຖານ ຈຳກັດ ກັບ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິງແວດລ້ອມເມືອງໃນຄັ້ງນີ້ ເປັນການມອບ-ຮັບ ຊົ່ວຄາວ ເຊິ່ງຍັງຢູ່ໃນໄລະຄໍ້າປະກັນການເປ່ເພ ຕາມລະບຽບການອີກ 12 ເດືອນ.

ຈາກນັ້ນ, ໄດ້ຈັດໃຫ້ມີພິທີລົງນາມບົດບັນທຶກ ມອບ-ຮັບ ລະຫວ່າງ ທ່ານ ວີຄຳ ມະວົງສາ ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມເມືອງ ເຈົ້າຂອງໂຄງການ ແລະ ທ່ານ ສອນນາລິນ ມິດຕະພອນ ອຳນວຍການບໍລິສັດ ມິດຕະພອນ ກໍ່ສ້າງ ແລະ ສ້ອມແປງ ເຄຫະສະຖານ ຈຳກັດ ໂດຍຊ່ອງໜ້າຈາກ ທ່ານບຸນແພງ ລາວລີ ຮອງເຈົ້າເມືອງ, ຜູ້ຊີ້ນຳຂົງເຂດເສດຖະກິດຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ