ໜ້າຫຼັກ / ການເຄື່ອນໄຫວ / ພະແນກປະກັນສັງຄົມ ທະຫານແຂວງຜົ້ງສາລີ ຈັດພິທີມອບ-ຮັບເງິນອຸດໜູນໃຫ້ແກ່ຄອບຄົວຜູ້ເສຍຊີວິດ.

ພະແນກປະກັນສັງຄົມ ທະຫານແຂວງຜົ້ງສາລີ ຈັດພິທີມອບ-ຮັບເງິນອຸດໜູນໃຫ້ແກ່ຄອບຄົວຜູ້ເສຍຊີວິດ.

04 Feb 2025 | ຮ້ອຍຕີ ນາງສຸນາລີ ອຸ່ນວີໄຊ. |

ໂດຍປະຕິບັດຕາມນະໂຍບາຍຂອງພັກ-ລັດ, ກໍ່ຄືກອງບັນຊາການທະຫານແຂວງຜົ້ງສາລີ ທີ່ມີຕໍ່ພະນັກງານນັກຮົບຜູ້ທີ່ເສຍຊີວິດໃນການປະກອບສ່ວນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຕອນບ່າຍຂອງວັນທີ 4 ກຸມພາ 2025 ນີ້, ຢູ່ທີ່ຫ້ອງປະຊຸມກອງບັນຊາການທະຫານແຂວງຜົ້ງສາລີ ພະແນກປະກັນສັງຄົມ ຫ້ອງການເມືອງ ໄດ້ຈັດພິທີມອບ-ຮັບເງິນອຸດໜູນເສຍຊີວິດນາຍ ແລະ ພົນທະຫານ ແລະ ເງິນອຸດໜູນເສຍຊີວິດລູກ, ໂດຍການເປັນປະທານຂອງສະຫາຍ ພັນໂທ ບຸນເພັງ ແສງສຸລີ ຄະນະພັກກອງບັນຊາການ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ, ເຂົ້າຮ່ວມມີພະະແນກການທີ່ກ່ຽວຂ້ອງ ແລະ ຕ່າງໜ້າຄອບຄົວຂອງຜູ້ເສຍຊີວິດເຂົ້າຮ່ວມ

          ໃນພິທີສະຫາຍ ພັນໂທ ພັນໄຊ ແກ້ວບຸນທີ ຫົວໜ້າພະແນກປະກັນສັງຄົມ ຫ້ອງການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ຂຶ້ນຜ່ານບົດບັນທຶກມອບ-ຮັບເງິນອຸດໜູນເສຍຊີວິດຂອງນາຍ ແລະ ພົນທະຫານ ແລະ ເງິນອຸດໜູນເສຍຊີວິດລູກ ສະບັບເລກທີ 04, 05/ພປກຄ, ຜົ້ງສາລີ ວັນທີ 04.02.2025, ໃນຈໍານວນເງິນທັງໝົດ(ຫ້າສີບແປດລ້ານກ່ວາກີບ), ຈາກນັ້ນຕ່າງໜ້າຄອບຄົວຜູ້ເສຍຊີວິດ ໄດ້ກ່າວສະແດງຄວາມຂອບອົກຂອບໃຈຕໍ່ການນໍາພັກ-ລັດທີ່ເຫັນໄດ້ຄຸນງາມຄວາມດີ ແລະ ມີນະໂຍບາຍຕໍ່ພະນັກງານນັກຮົບຜູ້ທີ່ເສຍຊີວິດ

          ຕອນທ້າຍພິທີໄດ້ຮັບຟັງການໂອ້ລົມຈາກປະທານ ກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ຂອງຜູ້ເສຍຊີວິດ ໃນການປະກອບສ່ວນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນຕະລອດໄລຍະທີ່ຜ່ານມາ, ແລະ ຮຽກຮ້ອງມາຍັງຄອບຄົວຂອງຜູ້ເສຍຊີວິດພາຍຫຼັງໄດ້ຮັບເງິນອຸດໜູນດັ່ງກ່າວແລ້ວໃຫ້ໝູນໃຊ້ເຂົ້າໃນຄອບຄົວໃຫ້ເກີດປະໂຫຍດສູງສຸດ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ