ໜ້າຫຼັກ / ການເຄື່ອນໄຫວ / ປະກາດເລຂາຄະນະໜ່ວຍພັກບ້ານສິນໄຊ

ປະກາດເລຂາຄະນະໜ່ວຍພັກບ້ານສິນໄຊ

26 Feb 2025 | ສອນໄຊ ແສງມະນີ (ນັກຂ່າວຫ້ອງການ ຖວທ ເມືອງຂວາ) |

ພິທີ ປະກາດເລຂາຄະນະໜ່ວຍພັກບ້ານສິນໄຊ, ເມືອງຂວາ, ແຂວງຜົ້ງສາລີ ໄດ້ຈັດຂຶ້ນໃນວັນທີ 26 ກຸມພາ 2025 ນິ້, ທີ່ຫ້ອງການບ້ານດັ່ງກ່າວ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະ
ຫາຍ ຄໍາໄລ ສຸທິພອນ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ, ມີສະຫາຍ ບຸນໄມ ລໍຮື ກໍາມະການພັກເມືອງ ຫົວໜ້າຫ້ອງການພາຍໃນເມືອງ, ມີເລຂາຄະນະພັກຮາກຖານກຸ່ມບ້ານ, ຄະນະປັບປຸງກົງຈັກການຈັດຕັ້ງຂັ້ນເມືອງ, ຄະນະໜ່ວຍພັກ, ອົງການປົກຄອງບ້ານພ້ອມດ້ວຍພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ.
ໃນພິທີ ສະຫາຍ ພອນສັກ ບຸດສະດີ ຫົວໜ້າໜ່ວຍງານ ກໍ່ສ້າງພັກ ຄະນະຈັດຕັ້ງເມືອງ ໄດ້ຂຶ້ນຜ່ານມະຕິຂອງຄະນະປະຈໍາພັກເມືອງ ສະບັບເລກທີ 27/ຄພມ, ລົງວັນທີ 25 ກຸມພາ2025 ວ່າດ້ວຍການບົ່ງຕົວ, ແຕ່ງຕັ້ງ ເລຂາ, ຮອງເລຂາຄະນະໜ່ວຍພັກ ໃນນິ້ໄດ້ບົ່ງຕົວແຕ່ງຕັ້ງ ສະຫາຍ ຊຽງ ສົມພອນ ສີສະຫວັນ ຮອງເລຂາໜ່ວຍພັກ ຂື້ນເປັນເລຂາໜ່ວຍພັກ ສະຫາຍນາງ ແກ້ວ ພູມມະໄຊທອງ ຄະນະໜ່ວຍພັກ ເປັນຮອງເລຂາໜ່ວຍພັກ, ສະຫາຍ ຊ. ທອນ ວໍລະຈິດ ຫົວໜ້າໜ່ວຍງານຖະແຫຼງຂາວບ້ານ ເປັນຄະນະໜ່ວຍພັກ ແລະ ຜ່ານຂໍ້ຕົກລົງຂອງເຈົ້້າເມືອງ ສະບັບເລກທີ 78/ມຂ, ລົງວັນທີ 25 ກຸມພາ2025 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ນາຍບ້ານ ແລະ ຮອງນາຍບ້ານ-ບ້ານສິນໄຊ ໃນນິ້ໄດ້ແຕ່ງຕັ້ງ ທ່ານ ຊຽງສົມພອນ ສີສະຫວັນ ຮອງນາຍບ້ານ ເປັນ ນາຍບ້ານ, ຮັບຜິດຊອບວຽກງານຮອບດ້ານ ແລະ ລົງເລິກຊີ້ນໍາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ທ່ານ ຊຽງທອນ ວໍລະຈິດ ຫົວໜ້າປກສ ເປັນ ຮອງນາຍບ້ານ, ຮັບຜິດຊອບວຽກງານວັດທະນະທໍາ-ສັງຄົມ. ໃນພິທີ ສະຫາຍ ບຸນໂຮມ ຈິນດາເພັດ ນາຍບ້ານ-ບ້ານສິນໄຊ ຜູ້ເກົ່າ ໄດ້ສະຫຼຸບລາຍງານສະພາບລວມໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງບ້ານໃນໄລຍະຜ່ານມາ ແລະ ວຽກງານຈຸດສຸມທິດທາງແຜນການໃນຕໍ່ໜ້າ ພ້ອມທັງມີການລົງນາມເຊັນມອບ-ຮັບໜ້າທີ່ ລະຫວ່າງ ສະຫາຍບຸນໂຮມ ຈິນດາເພັດ ນາຍບ້ານ-ບ້ານສິນໄຊ ຜູ້ເກົ່າ ແລະ ສະຫາຍ ຊຽງ ສົມພອນ ສີສະຫວັນ ນາຍບ້ານ-ບ້ານສິນໄຊ ຜູ້ໃໝ່
ໃນຕອນທ້າຍໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ຄໍາໄລ ສຸທິພອນ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ ກໍ່ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຄຸນງາມຄວາມດີ, ທີ່ສະຫາຍ ບຸນໂຮມ ຈິນດາເພັດໄດ້ປະກອບສ່ວນເຫື່ອແຮງ, ສະຕິປັນຍາປະກອບສ່ວນເຂົ້າໃນພາ
ລະກິດປົກປັກຮັກສາ ແລະ ສ້າງສາ ພັດທະນາບ້ານສິນໄຊ ແລະ ຮຽກຮ້ອງໃຫ້ສະຫາຍທີ່ຖືກ ແຕ່ງຕັ້ງໃນຄັ້ງນິ້ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ ໄດ້ຮັບມອບໝາຍ, ປັບປຸງທັດສະນະຄຸນສົມບັດສິນທໍາ ປະຕິວັດ, ແບບແຜນວິທີເຮັດວຽກໃຫ້ຖືກຕ້ອງສອດຄ່ອງ ກັບສະພາບເງື່ອນໄຂຕົວຈິງຂອງບ້ານ, ຍົກສູງຄວາມຮູ້ ຄວາມສາມາດ, ເພີ່ມທະວີຄວາມສາມັກຄີພາຍໃນໝູ່ຄະນະ, ປະກອບສ່ວນອັນສໍາຄັນເຂົ້າໃນການປັບປຸງ ກໍ່ສ້າງສິນໄຊ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເລື່ອຍໆ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ