ໜ້າຫຼັກ / ການເຄື່ອນໄຫວ / ສະຖາບັນການເງິນຈຸລະພາກສິນຊັບເມືອງເໜືອທີ່ຮັບເງິນຝາກ ເຂົ້າອວຍພອນຄະນະກອງບັນຊາການທະຫານແຂວງຜົ້ງສາລີ.

ສະຖາບັນການເງິນຈຸລະພາກສິນຊັບເມືອງເໜືອທີ່ຮັບເງິນຝາກ ເຂົ້າອວຍພອນຄະນະກອງບັນຊາການທະຫານແຂວງຜົ້ງສາລີ.

27 Feb 2025 | ທອງສຸກ ຈັນຖະໜອມ |

ເນື່ອງໃນໂອກາດຂໍ່ານັບຮັບຕ້ອນວັນສໍາຄັນຂອງພັກ-ຂອງຊາດ ແລະ ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 76 ປີ, ໂດຍສະເພາະແມ່ນຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກອງບັນຊາການທະຫານແຂວງຜົ້ງສາລີທີ່ໃກ້ຈະມາເຖິງ, ໃນຕອນເຊົ້າວັນທີ 27 ກຸມພາ 2025 ນີ້, ສະຖາບັນການເງິນຈຸລະພາກສິນຊັບເມືອງເໜືອທີ່ຮັບເງິນຝາກ ນໍາໂດຍ ສະຫາຍ ນາງ ສີອໍາໄພ ພົມມະນີ ຫົວໜ້າໜ່ວຍງານບໍລິການ ພ້ອມຄະນະເຂົ້າອວຍພອນຄະນະກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ໂດຍການຕ້ອນຮັບຂອງ ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ພ້ອມຄະນະ.

ໂອກາດດັ່ງກ່າວຄະນະທີມງານໄດ້ອວຍພອນໄຊອັນປະເສີດມາຍັງຄະນະພັກ-ຄະນະບັນຊາ, ນາຍ ແລະພົນທະຫານໃນທົ່ວທະຫານແຂວງຈົ່ງມີສຸຂະພາບແຂງແຮງ, ເປັນກໍາລັງຫຼັກແຫຼ່ງທີ່ເຂັ້ມແຂງ ແລະ ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງທີໄດ້ຮັບການມອບໝາຍ, ພ້ອມນັ້ນໄດ້ນໍາເອົາກະຕ່າຂອງຂວັນ ແລະ ເຄື່ອງທີ່ລະນຶກມອບໃຫ້ຄະນະພັກກອງບັນຊາການທະຫານແຂວງ, ໃນໂອກາດດັ່ງກ່າວ ສະຫາຍຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ຄະນະສະຖາບັນການເງິນຈຸລະພາກສິນຊັບເມືອງເໜືອທີ່ຮັບເງິນຝາກ ທີ່ເຫັນໄດ້ຄວາມໝາຍຄວາມສໍາຄັນ ໄດ້ມາຢ້ຽມຢາມຖາມຂ່າວ, ພ້ອມທັງອວຍພອນຈົ່ງມີຄວາມເຂັ້ມແຂງ, ມີຄວາມຜາສຸກໃນຊີວິດສ່ວນຕົວຄອບຄົວ, ມີຄວາມຈະເລີນກ້າວໜ້າທາງທຸລະກິດ ແລະ ສືບຕໍ່ຮັດແໜ້ນຄວາມສາມັກຄີລະຫວ່າງກົມກອງດ້ວຍກັນໃຫ້ແໜ້ນແຟ້ນຂຶ້ນໄປເລື້ອຍໆ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ