ໜ້າຫຼັກ / ການເຄື່ອນໄຫວ / ຮອງປະທານ ປກຊ-ປກສ ແຂວງຜົ້ງສາລີ ພ້ອມຄະນະເຂົ້າພົບປະທານ ປກຊ-ປກສ ເມືອງໃໝ່

ຮອງປະທານ ປກຊ-ປກສ ແຂວງຜົ້ງສາລີ ພ້ອມຄະນະເຂົ້າພົບປະທານ ປກຊ-ປກສ ເມືອງໃໝ່

03 Mar 2025 | ຂ່າວ-ພາບ: ທອງສຸກ ຈັນຖະໜອມ |

ເພື່ອກະກຽມການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XV ຂອງອົງຄະນະພັກເມືອງໃໝ່ ທີ່ໃກ້ຈະມາເຖິງ, ໃຫ້ຮັບປະກັນຄວາມສະຫງົບປອດໄພ ແລະ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ. ໃນຕອນເຊົ້າວັນທີ 3 ມີນາ 2025 ນີ້, ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ ຮອງປະທານຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ຜູ້ປະຈໍາການ ແລະ ສະຫາຍ ພັນເອກ ບົວເງິນ ສີທິວົງ ຄະນະພັກ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ ພ້ອມຄະນະໄດ້ເຂົ້າພົບສະຫາຍ ປະທານຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງໃໝ່, ໂດຍການຕ້ອນຮັບຂອງ ສະຫາຍ ພອນທະວີ ໄຊມົນຕີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງ-ເມືອງໃໝ່ ປະທານຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ.
ຈຸດປະສົ່ງໃນການເຂົ້າພົບ ປະທານຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງໃໝ່, ເພື່ອລາຍງານສະພາບ ແລະ ປະສານສົມທົບ, ຊຸກຍູ້ວຽກງານປ້ອງກັນວັນສໍາຄັນຂອງພັກຂອງຊາດ ເປັນຕົ້ນໄລຍະການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ໂດຍສະເພາະແມ່ນກອງປະຊຸມໃຫຍ່ ຄັ້ງທີ XV ຂອງອົງຄະນະພັກເມືອງໃໝ່ ໃຫ້ມີຄວາມສະຫງົບປອດໄພ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນ, ເພື່ອເຮັດໃຫ້ການດໍາເນີນກອງປະຊຸມມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ