ໜ້າຫຼັກ / ການເຄື່ອນໄຫວ / ບໍລິສັດ ຢ່າຮຶງ ການຄ້າຂາເຂົ້າ-ຂາອອກຈຳກັດຜູ້ດຽວ ມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວທີ່ທຸກຍາກຈໍານວນ 05 ບ້ານທີ່ຂຶ້ນກັບກຸ່ມ ດັບກະຈອກ.

ບໍລິສັດ ຢ່າຮຶງ ການຄ້າຂາເຂົ້າ-ຂາອອກຈຳກັດຜູ້ດຽວ ມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວທີ່ທຸກຍາກຈໍານວນ 05 ບ້ານທີ່ຂຶ້ນກັບກຸ່ມ ດັບກະຈອກ.

09 Mar 2025 | ພອນເພັດ ສີສົມພອນ |

ໃນວັນທີ 9 ມີນາ 2025, ທ່ານ ສອນສະໜຸກ ສີສຸລາດ ເຈົ້າເມືອງ - ເມືອງຂວາ, ທ່ານ ຫວຽດເຮືອງ ປະທານບໍລິສັດ ຢ່າຮຶງ ການຄ້າຂາເຂົ້າ-ຂາອອກຈຳກັດຜູ້ດຽວ ປະຈຳບ້ານ ນາຕຸ່ນ ເມືອງຂວາ ແຂວງຜົ້ງສາລີ, ທ່ານ ພົມມີ ອິນມະສອນ ຮອງເລຂາພັກເມືອງ ປະທານກວດກາພັກ - ລັດ, ສະມາຊິກສະພາປະຊາຊົນແຂວງ, ທ່ານ ວົງເດືອນ ພູມມີທໍາ ຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງ, ຜູ້ຊີ້ນໍາຂົງເຂດເສດຖະກິດຂັ້ນເມືອງ, ທ່ານ ສົມນຶກ ໄຊຍະຈິດ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງ, ຜູ້ຊີ້ນໍາຂົງເຂດວັດທະນະທໍາ - ສັງຄົມຂັ້ນເມືອງ ພ້ອມດ້ວຍຄະນະທິມງານຂັ້ນເມືອງ ເລຂາຄະນະພັກຮາກຖານກຸ່ມບ້ານ ດັບກະຈອກໄດ້ລົງມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວທີ່ທຸກຍາກຈໍານວນ 05 ບ້ານທີ່ຂຶ້ນກັບກຸ່ມດັບກະຈອກ ຈໍານວນ 41 ຄອບຄົວ, ເຄື່ອງທີ່ນໍາມາມອບໃນຄັ້ງນີ້ປະກອບມີເຄື່ອງນຸ່ງ, ອາຫານແຫ້ງ. ລວມມູນຄ່າ 27,770,000 ກີບ. ທ່ານ ອຸດອນ ວິລະຈິດໄດ້ ກ່າວວ່າ: ເຄື່ອງດັ່ງກ່າວແມ່ນໄດ້ຮັບການຊ່ວຍເຫຼືອຈາກ ທ່ານ ຫວຽດເຮືອງ ປະທານບໍລິສັດ ບໍລິສັດ ຢ່າຮຶງ ການຄ້າ ຂາເຂົ້າ - ຂາອອກຈຳກັດຜູ້ດຽວ ປະຈຳບ້ານນາຕຸ່ນເມືອງ ຂວາ ແຂວງຜົ້ງສາລີ ເພື່ອບັນເທົ່າທຸກຂອງປະຊາຊົນທີ່ຢູ່ເຂດຫ່າງໄກຊອກຫຼີກ ເວົ້າລວມ, ເວົ້າສະເພາະແມ່ນຄອບຄົວຜູ້ທຸກຍາກ ຂາດເຂີນ, ໂອກາດດັ່ງກ່າວ ທ່ານ ສອນສະໜຸກ ສີສຸລາດ ເຈົ້າເມືອງ - ເມືອງຂວາ ໄດ້ກ່າວວ່າ: ດ້ວຍຄວາມເປັນຫ່ວງເປັນໄຍຂອງພັກ - ລັດຂັ້ນເທິງ ກໍຄືບໍລິສັດຢ່າຮຶງ ການຄ້າຂາເຂົ້າ - ຂາອອກຈຳກັດຜູ້ດຽວ ທີ່ມີຕໍ່ພໍ່ແມ່ປະຊາຊົນ ຄອບຄົວຜູ້ທຸກຍາກ ຈິ່ງໄດ້ນໍາເອົາເຄື່ອງອຸປະໂພກ ແລະ ບໍລິໂພກມາມອບໃຫ້ ເຖິງວ່າຈະມີມູນຄ່າບໍ່ຫຼາຍກໍ່ຕາມ ແລະ ໄດ້ແນະນໍາໃຫ້ອົງການປົກຄອງບ້ານ, ພໍ່ແມ່ປະຊາຊົນ ນໍາໃຊ້ເຄື່ອງດັ່ງກ່າວໃຫ້ເກີດປະໂຫຍດສູງສຸດ, ໃນໂອກາດໜ້າ ຖ້າຫາກໄດ້ຮັບການຊ່ວຍເຫຼືອຈາກຂັ້ນເທິງ ຫຼື ພາກສ່ວນອື່ນກໍ່ຈະນໍາມາມອບໃຫ້ບັນດາຄອບຄົວຕື່ມອີກ.
ໂອກາດນີ້. ທາງອົງປົກຄອງບ້ານແຕ່ລະບ້ານຕາງໜ້າພໍ່ແມ່ ປະຊາຊົນ ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈເປັນຢ່າງຍິງຕໍ່ບໍລິສັດ ແລະ ທ່ານ ເຈົ້າເມືອງພ້ອມ ດ້ວຍຄະນະທິມງານ ທີ່ໄດ້ປະກອບສ່ວນເຄື່ອງຊ່ວຍເຫຼືອໃຫ້ ພໍ່ແມ່ປະຊາຊົນໃນຄັ້ງນີ້ ແລະ ຫວັງວ່າໂອກາດໜ້າຈະໄດ້ ຮັບການຊ່ວຍເຫຼືອຕື່ມອີກ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ