ໜ້າຫຼັກ / ການເຄື່ອນໄຫວ / ເມືອງສໍາພັນຈັດກອງປະຊູມເຜີຍແຜ່ ເຊື່ອມຊຶມເອກະສານ ສຶກສາອົບຮົມການເມືອງ-ແນວຄິດ ຕິດພັນກັບ ການທາບທາມ ບຸກຄະລາກອນ ຮອບ III

ເມືອງສໍາພັນຈັດກອງປະຊູມເຜີຍແຜ່ ເຊື່ອມຊຶມເອກະສານ ສຶກສາອົບຮົມການເມືອງ-ແນວຄິດ ຕິດພັນກັບ ການທາບທາມ ບຸກຄະລາກອນ ຮອບ III

13 Mar 2025 | (ນັກຂ່າວຫ້ອງການ ຖວທ ເມືອງສຳພັນ) |

ໃນຕອນເຊົ້າຂອງວັນທີ່ 13 ມີນາ 2025 ນີ້ ຄະນະບໍລີຫານງານພັກເມືອງສໍາພັນສະໄໝທີ່XIV ໄດ້ຈັດກອງປະຊຸມເຊື່ອມຊຶມເອກະສານ ສຶກສາອົບຮົມການເມືອງ-ແນວຄິດ ຕິດພັນກັບ ການທາບທາມ ບຸກຄະລາກອນ ຮອບ III ຂຶ້ນ ຢູ່ທີສະໂມສອນຂອງເມືອງສໍາພັນ , ໂດຍການເປັນປະທານຂອງ ສະຫາຍ ພອນໄຊ ແກ້ວສົມພັນ ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນແຂວງ ທັງເປັນຜູ້ຊີ້ນໍາວຽກງານຮອບດ້ານຂອງເມືອງສໍາພັນ ,ມີບັນດາສະຫາຍຄະນະປະຈໍາພັກແຂວງ,ຄະນະຮັບຜິດຊອບບຸກຄະລາກອນຂັ້ນແຂວງ, ຄະນະບໍລິຫານງານພັກເມືອງສະໄໝທີ່XIV ຕະຫລອດຮອດເລຂາຄະນະພັກຮາກຖານ,ຜູ້ແທນສົມບູນ ທີ່ຈະເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງສໍາຄັນຄັ້ງທີ່ XV ເຂົ້າຮ່ວມຢ່າງພ້ອມພຽງ; ເປັນກຽດເຜີຍແຜ່ເຊື່ອມຊຶມເອກະສານໂດຍ ສະຫາຍ ບູນສຸລີ ໂລມາ ຮອງຫົວຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ
ເອກະສານຂອງພັກທີ່ນໍາມາເຜີຍແຜ່ເຊື່ອມຊຶມຄັ້ງນີ້ ມີ4ບົດຄື: ເອກະສານ ຄວາມຮັບຮູ້ເຂົ້າໃຈ ກ່ຽວກັບການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ເອກະສານຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງພັກ; ເອກະສານ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ ແລະ ເອກະສານ ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານ, ສະມາຊິກພັກ.
ຈຸດປະສົງໃນການຈັດຕັ້ງເຜີຍແຜ່ເຊື່ອມຊືມເອະກະສານຄັ້ງນີ້ເພື່ອແນໃສ່ການຍົກສູງໃຫ້ແກ່ການຫ້າງຫາກະກຽມບຸກຄະລາກອນທີ່ຈະປະກອບເຂົ້າໃນກອງປະຊູມໃຫຍ່ຂອງອົງຄະນະພັກເມືອງຄັ້ງທີ XV ເພື່ອໃຫ້ເປົ້າໝາຍດັ່ງກ່າວ ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊີ່ງຕໍ່ກັບການຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງພັກ; ການ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ ແລະ ມີຄວາມ ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານ, ສະມາຊິກພັກ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ