ໜ້າຫຼັກ / ການເຄື່ອນໄຫວ / ພະແນກກວດກາ, ຫ້ອງການເມືອງ, ກອງບັນຊາກການທະຫານແຂວງຜົ້ງສາລີ ລົງເຄື່ອນໄຫວເຮັດວຽກຢູ່ບັນດາກົມກອງ

ພະແນກກວດກາ, ຫ້ອງການເມືອງ, ກອງບັນຊາກການທະຫານແຂວງຜົ້ງສາລີ ລົງເຄື່ອນໄຫວເຮັດວຽກຢູ່ບັນດາກົມກອງ

27 Aug 2024 | ທອງໄຊ ແສງອຸດົມ |

ໃນລະຫວ່າງວັນທີ 20-22 ສິງຫາ 2024 ທີ່ຜ່ານມານີ້, ພະແນກກວດການ, ຫ້ອງການເມືອງ, ກອງບັນຊາກການທະຫານແຂວງຜົ້ງສາລີ, ລົງເຄື່ອນໄຫວເຮັດວຽກຢູ່ກອງບັນຊາການທະຫານເມືອງບຸນເໜືອ, ກອງບັນຊາການທະຫານເມືອງບຸນໃຕ້, ໂຮງຮຽນການທະຫານທ້ອງຖິ່ນ, ກອງຮ້ອຍຜະລິດ, ຄໍ 225, ກອງປະຕິບັດງານ 216, ແລະ ກອງພັນນ້ອຍທະຫານຮາບ 19 ເຜີຍແຜ່ເຊື່ອມຊຶມເອກສານນິຕິກໍາກ່ຽວກັບວຽກງານກວດກາ, ໂດຍການເປັນປະທານຂອງສະຫາຍ ພັນເອກ ສົມຈັນ ລອດສຸລີ ຄະນະປະຈໍາພັກ, ຫົວໜ້າຫ້ອງການເມືອງ, ກອງບັນຊາການທະຫານແຂວງຜົ້ງສາລີ, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ເຂົ້າຮ່ວມ.

          ສະຫາຍ ພັນໂທ ໄຊແກ້ວ ພົນຮຸງເລີດ ຫົວໜ້າພະແນກກວດກາ, ຫ້ອງການເມືອງ, ກອງບັນຊາການທະຫານແຂວງຜົ້ງສາລີ, ຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງຜົ້ງສາລີ, ສະບັບເລກທີ 490/ກບຊ, ລົງວັນທີ 14/8/2024 ວ່າດ້ວຍການແຕ່ງຕັ້ງຄະນະທີມງານຜັນຂະຫຍ້າຍນິຕິກໍາກ່ຽວກັບວຽກງານກວດກາພັກ-ລັດ ແລະ ເກັບກໍາສະຖິຕິຈໍານວນພົນປະຈໍາປີ 2024, ຈາກນີ້: ເລຂາຄະນະພັກແຕ່ລະກົມກອງໄດ້ລາຍງາຍສະພາບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກວດກາພັກ-ລັດ, ໃນໄລຍະຜ່ານມາຄະນະພັກ-ຄະນະບັນຊາແຕ່ລະກົມກອງ, ໄດ້ເອົາໃຈໃສ່ເປັນເຈົ້າການໃນການສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ ຂອງຕົນມີແນວຄິດອຸ່ນອຽນທຸນທຽງເຊື້ອໝັ້ນຕໍ່ການຊີ້ນໍາ-ນໍາພາ ຂອງພັກ-ລັດ, ວຽກງານກວດກາພັກ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະຂອງຕົນ ເພື່ອເຮັດສໍາເລັດໜ້າທີ່ຕາມການມອບໝາຍຂອງຂັ້ນເທິງຖືເອົາການຈັດຕັ້ງປະຕິບັດຕາມຂໍ້ກໍານົດກົດລະບຽບຂອງພັກປະຊາຊົນປະຕິວັດລາວວາງອອກຢ່າງເຂັ້ມງວດ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ແຕ່ລະກົມກອງໄດ້ມີຄວາມເປັນເອກກະພາບໃນທຸກໆວຽກງານທີ່ໄດ້ຈັດຕັ້ງປະຕິບັດແຕ່ລະໄລຍະ ແລະ ໄດ້ເຄື່ອນໄຫວຕາມພາລະບົດບາດສິດ ແລະ ໜ້າທີ່, ໂດຍຖືເອົາຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະແບ່ງບຸກຄົນຮັບຜິດຊອບມີການສະຫຼຸບຖອດຖອນບົດຮຽນສອງແສງລາຍງານໃຫ້ຂັ້ນເທິງເປັນປົກກະຕິຕ້ານ ແລະ ສະກັດກັ້ນການສໍລາດບັງລວງຈໍານວນພົນແຕ່ລະກົມກອງແມ່ນຖືກຕ້ອງຕາມໂຄງປະກອບຂອງກົມໃຫຍ່ເສນາທິການກະຊວງປ້ອງກັນປະເທດວາງອອກ, ການນະໂຍບາຍຍ້ອງຍໍເລື່ອນຊັ້ນ, ເລື່ອນຕໍາແໜ່ງມອບໝາຍໜ້າທີ່ສະເໜີເງິນອຸດໜູນບໍ່ານານຕໍ່ຜູ້ທີ່ມີຜົນງານດີເດັ່ນ ເຮັດສໍາເລັດໜ້າທີ່.

          ຕອນທ້າຍຂອງພິທີຍັງໄດ້ຮັບຟັງການໂອ້ລົມຂອງປະທານພິທີ ເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການລາຍງານຂອງແຕ່ລະສະຫາຍ ທີ່ໄດ້ໃຫ້ການຈະແຈ້ງ ແລະ ມີຈຸດທີພົນເດັ່ນທີ່ໄດ້ເຮັດຫຼ້ອນໜ້າທີ່ຕໍ່ຜົນງານທີ່ໄດ້ເຄື່ອນໄຫວໃນຂົງເຂດວຽກງານກວດກາ, ເຊິ່ງເປັນເສນາທິການໃຫ້ເແກ່ຄະນະພັກ-ຄະນະບັນຊາພາຍໃນກົມກອງມີຜົນສຳເລັດສູງໄປເທື່ອລະກ້າວ.

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ເຜີຍແຜ່ນະໂຍບາຍປັບປຸງໃໝ່ຂອງກອງທຶນປະກັນສຸຂະພາບແຫ່ງຊາດຢູ່ແຂວງຜົ້ງສາລີ.

  • 11 Oct 2024
  • ແສງຄຳ ສາລີວັນ

         ໃນວັນທີ 11 ສິງຫາ 2024 ນີ້,...

ອ່ານເພີ່ມ

ເສດຖະກິດ

ໂຄສະນາ, ເຜີຍແຜ່ ແລະ ສ້າງຈິດສໍານຶກໃນການຄຸ້ມຄອງ, ນໍາໃຊ້ ແລະ ປົກປັກ ຮັກສາວຽກງານດ້ານສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຢືນຍົງ ໃຫ້ໂຮງຮຽນ ມໍຕົ້ນ ພຽງໄຊ ເມືອງບຸນເໜືອ.

  • 10 Oct 2024
  • ແສງຄຳ ສາລີວັນ

            ຕອນເຊົ້າຂອງວັນທີ 9...

ອ່ານເພີ່ມ

ເສດຖະກິດ

ເຜີຍແຜ່ເນື້ອໃນສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ 3 ບ້ານທີ່ຂຶ້ນກັບເມືອງຜົ້ງສາລີ.

  • 08 Oct 2024
  • ແສງຄຳ ສາລີວັນ

...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງເສນາທິການ, ກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III

  • 08 Oct 2024
  • ທອງໄຊ ແສງອຸດົມ

ຄະນະພັກຮາກຖານຫ້ອງເສນາທິການ,...

ອ່ານເພີ່ມ