ໜ້າຫຼັກ / ການເຄື່ອນໄຫວ / ກຸ່ມ ຜາແດງ ເມືອງຍອດອູ ຫວນຄືນມູນເຊື້ອ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

ກຸ່ມ ຜາແດງ ເມືອງຍອດອູ ຫວນຄືນມູນເຊື້ອ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

13 Mar 2025 | ນັກຂ່າວ ຫ້ອງການ ຖວທ ເມືອງຍອດອູ. |

ໃນຕອນເຊົ້າຂອງວັນທີ 13 ມີນາ 2025 ຢູ່ທີ່ໂຮງຮຽນ ປະຖົມ ບ້ານ ຜາແດງ ເມືອງຍອດອູ ແຂວງຜົ້ງສາລີ ໄດ້ຈັດພິທີປາຖະກາຖາ ເລົ່າມູນເຊື້ອ ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ( 22 ມີນາ 1955 – 22 ມີນາ 2025 )ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງສະຫາຍ ແສງເມືອງ ພົມມະວົງ ກຳມະການປະຈຳພັກເມືອງ ຫົວໜ້າຫ້ອງການ ຖະແຫຼ່ງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ເມືອງຍອດອູ ມີບັນດາສະຫາຍ ເລຂາຄະນະພັກຮາກຖານກຸ່ມບ້ານ ,ພະນັກງານກຸ່ມ,ພະນັກງານຄູ ສອນ ,ເລຂາພັກ-ນາຍບ້ານ, ຄະນະບ້ານ 6ບ້ານ ທີ່ຂື້ນກັບກຸ່ມຜາແດງ ມີອົງອົງການຈັດຕັ້ງຂັ້ນບ້ານຕະຫຼອດຮອດພໍ່ແມ່ປະຊາຊົນ ບ້ານຜາແດງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ສະຫາຍ ແສງເມືອງ ພົມມະວົງ ກຳມະການປະຈຳພັກເມືອງ ຫົວໜ້າຫ້ອງການ ຖະແຫຼ່ງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ເມືອງຍອດອູ ໄດ້ເລົ່າຄືນມູນເຊື້ອຂອງວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນຕົ້ນກໍາເນີດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ໃນທ້າຍສະຕະວັດທີ 19 ຫາຕົ້ນສະຕະວັດ 20 ເປັນໄລຍະທີ່ລັດທິທຶນນິຍົມໄດ້ຂະຫຍາຍຕົວກາຍເປັນລັດທິຈັກກະພັດ, ພວກເຂົາໄດ້ຢຶດເອົາບັນດາປະເທດທີ່ອ່ອນນ້ອຍ ເປັນຫົວເມືອງຂຶ້ນ ແລະ ເຄິ່ງຫົວເມືອງຂຶ້ນຂອງພວກເຂົາ. ບັນດາປະຊາຊາດ ຢູ່ແຫຼມອິນດູຈີນ (ລາວ, ຫວຽດນາມ ແລະ ກຳປູເຈຍ) ກໍ່ຖືກພວກຈັກກະພັດຝຣັ່ງ ຮຸກຮານ ແລະ ຢຶດຄອງເອົາເປັນຫົວເມືອງຂຶ້ນ. ຕະຫຼອດໄລຍະການສ້າງຕັ້ງ, ຕໍ່ສູ້, ເຕີບໃຫຍ່ຂະຫຍາຍຕົວ ແລະ ນໍາພາການປະຕິວັດ 70 ປີຜ່ານມາ ພັກເຮົາ ຍາມໃດກໍ່ຮັກສາໄດ້ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ທາດແທ້ປະຕິວັດວິທະຍາສາດ, ຢຶດໝັ້ນທິດສະດີ ລັດທິມາກ-ເລນິນ, ແນວຄິດ ປະທານໄກສອນ ພົມວິຫານ, ມູນເຊື້ອອັນດີງາມຂອງພັກ, ຂອງຊາດ ແລະ ຈຸດພິເສດຂອງ ສປປ ລາວ. ພັກໄດ້ຢຶດໝັ້ນ ຢ່າງສະເໝີຕົ້ນສະເໝີປາຍຕໍ່ອຸດົມການສັງຄົມນິຍົມ ດ້ວຍການສ້າງ ແລະ ບູລະນະລະບອບປະຊາທິປະໄຕ ປະຊາຊົນ ຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມຢ່າງໜັກແໜ້ນ ໃນເງື່ອນໄຂ ໃໝ່ນີ້ ພັກເຮົາໄດ້ສືບຕໍ່ນຳພາປະເທດຊາດຜ່ານຜ່າ ຄວາມຫຍຸ້ງຍາກ, ສິ່ງທ້າທາຍທົດສອບຕ່າງໆ ສາມາດຍາດໄດ້ຜົນງານອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ, ປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຈົນມີຜົນສຳເລັດເປັນກ້າວໆ ເຮັດໃຫ້ປະເທດເຮົາມີສະຖຽນລະພາບທາງດ້ານການເມືອງຢ່າງ ໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຖືເອົາການຍູ້ແຮງການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ເພີ່ມທະວີຄວາມສາມາດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ, ຍົກສູງບົດບາດຂອງປະເທດໃນເວທີສາກົນນັບມື້ສູງຂຶ້ນ, ປັບປຸງຄວາມເຊື່ອໝັ້ນຂອງປະຊາຊົນບັນດາເຜົ່າຕໍ່ກັບການຊີ້ນໍາ - ນໍາພາຂອງພັກ. ພັກເຮົາສົມແລ້ວທີ່ເປັນກຳລັງຫຼັກແຫຼ່ງນຳພາໃນທົ່ວລະບົບການເມືອງ ປະຊາທິປະໄຕ ປະຊາຊົນ, ຜົນງານ ແລະ ໄຊຊະນະທີ່ຍາດມາໄດ້ນັ້ນ ນອກຈາກການຊີ້ນຳ-ນຳພາ ອັນໜັກແໜ້ນຂອງພັກແລ້ວ ແມ່ນມາຈາກຄວາມພະຍາຍາມສູ້ຊົນ, ບາກບັ້ນຂອງທົ່ວກອງທັບ, ທົ່ວປວງຊົນລາວທັງຊາດ, ໃນນັ້ນ ມີການປະກອບສ່ວນດ້ວຍການເສຍສະຫຼະຊີວິດເລືອດເນື້ອເຫື່ອແຮງ, ສະຕິປັນຍາອັນສຳຄັນ ຂອງຖັນແຖວພະນັກງານ-ສະມາຊິກພັກ, ນັກຮົບ ແລະ ຕະຫຼອດຮອດປະຊາຊົນບັນດາເຜົ່າຊັ້ນຄົນຕ່າງໆ. ພວກເຮົາເປັນຄົນຮຸ່ນໃໝ່ແມ່ນມີຄວາມເອກອ້າງທະນົງໃຈຕໍ່ທາດແທ້ອັນດີງາມ ແລະ ຮໍ່າຮຽນເອົາມູນເຊື້ອວິລະຊົນ ແລະ ປະຫວັດສາດອັນສະຫວ່າງສະໄຫວຂອງພັກ.

Share:

ຂ່າວຫຼ້າສຸດ

ການເມືອງ

ແຂວງຜົ້ງສາລີ ເຜີຍແຜ່ເອກະສານ ສຶກສາການເມືອງແນວຄິດ ສຳລັບ ສະມາຊິກພັກ ພະນັກງານ ເພືອດຳເນີນຊີວິດການເມືອງທົ່ວພັກ.

  • 01 May 2025
  • ຂ່າວ: ຍີນໄຊ ສີບຸນເຮືອງ

...

ອ່ານເພີ່ມ

ການເມືອງ

ພະແນກຈະລາຈອນ ປກສ ແຂວງ ຜົ້ງສາລີ ກຽມພ້ອມບໍລິການຄອຍເຫດຕະຫຼອດ 24 ຊົ່ວໂມງ ໄລຍະສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ລາວ

  • 09 Apr 2025
  • ນັກຂ່າວ ປກສ ແຂວງ

ພະແນກຈະລາຈອນ ກະກຽມຄວາມພ້ອມຮອບດ້ານ...

ອ່ານເພີ່ມ