ໜ້າຫຼັກ / ການເຄື່ອນໄຫວ / ຄະນະພັກຮາກຖານກອງບັນຊາການທະຫານເມືອງບຸນເໜືອ ສໍາເລັດກອງປະຊຸມໃຫຍ່ຄັ້ງທີ II

ຄະນະພັກຮາກຖານກອງບັນຊາການທະຫານເມືອງບຸນເໜືອ ສໍາເລັດກອງປະຊຸມໃຫຍ່ຄັ້ງທີ II

27 Aug 2024 | ນາງ ບົວສະຫວັນ (ນັກຂ່າວກອງບັນຊາການທະຫານເມືອງບຸນເໜືອ) |

ຕອນເຊົ້າຂອງວັນທີ 21 ສິງຫາ 2024 ຜ່ານມານີ້, ນະທີ່ສະໂມສອນໃຫຍ່ຂອງຫ້ອງວ່າການປົກຄອງເມືອງບຸນເໜືອ ຄະນະພັກຮາກຖານກອງບັນຊາການທະຫານເມືອງບຸນເໜືອ, ແຂວງຜົ້ງສາລີ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ II ຄະນະພັກຮາກຖານຂັ້ນຂອງຕົນຂຶ້ນຢ່າງເປັນທາງການ, ໂດຍການເປັນປະທານຂອງ ສະຫາຍ ພອນໄຊ ແກ້ວສົມພັນ ກໍາມະການປະຈໍາພັກແຂວງ, ປະທານຄະນະກໍາມະການ ປກຊ-ປກສ ເມືອງ, ເລຂາພັກເມືອງ, ເຈົ້າເມືອງບຸນເໜືອ, ສະຫາຍ ວັນໄຊ ໄຊຍະວົງ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ, ສະຫາຍ ພັນໂທ ບຸນຈັນ ທະໄລຄໍາ ກໍາມະການພັກເມືອງ, ເລຂາຄະນະພັກຮາກຖານ, ຫົວໜ້າການເມືອງ, ກອງບັນຊາການທະຫານເມືອງບຸນເໜືອ, ເຂົ້າຮ່ວມມີອົງການຈັດຕັ້ງທີ່ກ່ຽວຂ້ອງ, ແຂກຖືກເຊີນ, ມີຄະນະໜ່ວຍ ແລະ ບັນດາສະຫາຍພະນັກງານສະມາຊິກພັກພາຍໃນກົມກອງເຂົ້າຮ່ວມ.

        ໃນກອງປະຊຸມຕາງໜ້າຄະນະຈັດຕັ້ງເມືອງ ໄດ້ຜ່ານມະຕິຕົກລົງສະບັບເລກທີ 205/ຄພມ ລົງວັນທີ 20 ສິງຫາ 2024 ວ່າດ້ວຍການອະນຸມັດດໍາເນີນກອງປະຊຸມໃຫຍ່ຄັ້ງທີ II ຂອງຄະນະພັກຮາກຖານກອງບັນຊາການທະຫານເມືອງບຸນເໜືອ, ຈາກນັ້ນ ສະຫາຍ ພັນໂທ ບຸນຈັນ ທະໄລຄໍາ ກໍາມະການພັກເມືອງ, ເລຂາຄະນະພັກຮາກຖານ ໄດ້ຜ່ານບົດລາຍງານການເມືອງທັງສອງພາກ ເຊິ່ງໄດ້ຍົກໃຫ້ເຫັນຜົນງານດ້ານດີອັນຕັ້ງໜ້າ ແລະ ດ້ານອ່ອນຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ປັບປຸງແກ້ໄຂໃນຕໍ່ໜ້າ, ຄະນະພັກຮາກຖານກອງບັນຊາການທະຫານເມືອງບຸນເໜືອ ກໍແມ່ນຄະນະພັກຮາກຖານໜຶ່ງທີ່ເປັນເສນາທິການໃຫ້ແກ່ອົງຄະນະພັກເມືອງ ປະກອບມີຄະນະພັກຮາກຖານ 4 ສະຫາຍ, ມີ 5 ໜ່ວຍພັກທີ່ຂຶ້ນກັບ ແລະ ມີສະມາຊິກພັກທັງໝົດ 95 ສະຫາຍ, ຍິງ 18 ສະຫາຍ, ຕະຫຼອດໄລຍະ 5 ປີຜ່ານມາ ຄະນະພັກໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ພະນັກງານສະມາຊິກພັກ, ນັກຮົບມີຄວາມຮັບຮູ້ເຂົ້າໃຈແຈ້ງກ່ຽວກັບວຽກງານການປ່ຽນແປງໃໝ່ຂອງພັກ, ລະບຽບກົດໝາຍຂອງລັດ ໂດຍການເຊືອມຊື່ມມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ, ຂອງກອງທັບ ແລະ ຂອງກົມກອງວາງອອກຢ່າງເຂັ້ມງວດ, ສະແດງອອກພະນັກງານສະມາຊິກພັກ, ນັກຮົບ ມີຄວາມຕື່ນຕົວ, ມີແນວຄິດອຸ່ນອ່ຽນທຸນທ່ຽງເຊື້ອໝັ້ນຕໍ່ການນໍາພັກຂອງພັກ, ເສີມຂະຫຍາຍມູນເຊື້ອທາດແທ້ຂອງກອງທັບເປັນຢ່າງງດີ, ພ້ອມນັ້ນຄະນະພັກກໍ່ໄດ້ເອົາໃຈໃສ່ປັບປຸງກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາ ສາມາດເຮັດໃຫ້ແຕ່ລະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ທາງດ້ານການເມືອງແນວຄິດ ແລະ ການຈັດຕັ້ງ, ນອກຈາກນີ້ຍັງໄດ້ໃກ້ສິດຕິດແທດຊີ້ນໍາ-ນໍາພາ ແລະ ຊຸກຍູ້ການປະຕິບັດໜ້າທີ່ວຽກງານວິຊາສະເພາະຕາມທີ່ຕັ້ງພາລະບົດບາດ, ສິດ ແລະ ໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ໃນກອງປະຊຸມໄດ້ຮັບຮອງເອົາທິດທາງໜ້າທີ່ລວມເພື່ອຈັດຕັ້ງປະຕິບັດແຕ່ນີ້ຫາກອງປະຊຸມໃຫຍ່ຊຸດໜ້າ, ຈາກນັ້ນ ຄະນະພັກຊຸດເກົ່າໄດ້ຜ່ານບົດສໍາຫຼວດການນໍາພາ ພ້ອມທັງກ່າວລາໜ້າທີ່, ໃນກອງປະຊຸມຍັງໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາເລຂາຄະນະພັກຮາກຖານຊຸດໃໝ່, ເຊິ່ງມີຜູ້ສະໝັກ 9 ສະຫາຍ ໃນນີ້, ເລືອກເອົາ 7 ສະຫາຍ, ໃນກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນຮັບຮອງເອົາ ສະຫາຍ ພັນໂທ ບຸນຈັນ ທະໄລຄໍາ ເປັນເລຂາຄະນະພັກຮາກຖານ, ສະຫາຍ ພັນໂທ ບຸນສີ ໄຊຍະແສງ ເປັນຮອງເລຂາ, ສະຫາຍພັນໂທ ວຽງຄໍາ ມົນທະມິດ, ສະຫາຍ ພັນຕີ ບຸນຍີ ເມັກກິພົນ, ສະຫາຍ ພັນໂທ ສົມພອນ ສຸລິພົນ, ສະຫາຍ ພັນຕີ ຄໍາເຫຼັກ ແສນປະເສີດ ແລະ ສະຫາຍ ພັນຕີ ເອີປໍ ຄໍາມະນີ ເປັນກໍາມະການຄະນະພັກຮາກຖານຊຸດໃໝ່.

        ຕອນທ້າຍກອງປະຊຸມໄດ້ຮັບຟັງການໂອ້ລົມຈາກສະຫາຍ ພອນໄຊ ແກ້ວສົມພັນ ກໍາມະການປະຈໍາພັກແຂວງ ປະທານຄະນະກໍາມະການ ປກຊ-ປກສ ເມືອງ, ເລຂາພັກເມືອງ, ເຈົ້າເມືອງບຸນເໜືອ ເຊີ່ງກ່ອນອື່ນສະຫາຍ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ຜົນງານດ້ານຕ່າງໆທີ່ຄະນະພັກຮາກຖານຊຸດເກົ່າຍາດມາໄດ້ຕະຫຼອດໄລຍະ 5 ປີຜ່ານມາ ແລະ ໄດ້ເໜັ້ນໜັກໃຫ້ຄະນະພັກຮາກຖານຊຸດໃໝ່ສືບຕໍ່ເອົາໃຈໃສ່ເພີ້ມທະວີການສຶກສາອົບຮົມການເມືອງແນວຄິດໃຫ້ແກ່ພະນັກງານສະມາຊິກພັກໃຫ້ມີຄວາມຮັບຮູ້ ແລະເຂົ້າໃຈຕໍ່ແນວທາງແຜນນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ, ລະບຽບກົດໝາຍຂອງລັດຢາງເລິກເຊິ່ງ, ຄະນະພັກ, ສະມາຊິກພັກຕ້ອງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ, ຕ້ອງຍົກສູງຄວາມເປັນເຈົ້າການ, ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ ແລະ ພ້ອມກັນປັບປຸງແບບແຜນວິທີເຮັດວຽກໃຫ້ມີຄວາມເຂັ້ມແຂງບົນພື້ນຖານເພື່ອພ້ອມກັນສໍາເລັດໜ້າທີ່ ທີ່ໄດ້ຮັບການມອບໝາຍ.

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ເຜີຍແຜ່ນະໂຍບາຍປັບປຸງໃໝ່ຂອງກອງທຶນປະກັນສຸຂະພາບແຫ່ງຊາດຢູ່ແຂວງຜົ້ງສາລີ.

  • 11 Oct 2024
  • ແສງຄຳ ສາລີວັນ

         ໃນວັນທີ 11 ສິງຫາ 2024 ນີ້,...

ອ່ານເພີ່ມ

ເສດຖະກິດ

ໂຄສະນາ, ເຜີຍແຜ່ ແລະ ສ້າງຈິດສໍານຶກໃນການຄຸ້ມຄອງ, ນໍາໃຊ້ ແລະ ປົກປັກ ຮັກສາວຽກງານດ້ານສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຢືນຍົງ ໃຫ້ໂຮງຮຽນ ມໍຕົ້ນ ພຽງໄຊ ເມືອງບຸນເໜືອ.

  • 10 Oct 2024
  • ແສງຄຳ ສາລີວັນ

            ຕອນເຊົ້າຂອງວັນທີ 9...

ອ່ານເພີ່ມ

ເສດຖະກິດ

ເຜີຍແຜ່ເນື້ອໃນສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ 3 ບ້ານທີ່ຂຶ້ນກັບເມືອງຜົ້ງສາລີ.

  • 08 Oct 2024
  • ແສງຄຳ ສາລີວັນ

...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງເສນາທິການ, ກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III

  • 08 Oct 2024
  • ທອງໄຊ ແສງອຸດົມ

ຄະນະພັກຮາກຖານຫ້ອງເສນາທິການ,...

ອ່ານເພີ່ມ