ໜ້າຫຼັກ / ການເຄື່ອນໄຫວ / ການນຳພັກ - ລັດ, ແຂວງຜົ້ງສາລີ ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດວັນສ້າງຕັ້ງພັກປະຊາຊາຊົນປະຕິວັດລາວ ຄົບຮອບ 70 ປີ.

ການນຳພັກ - ລັດ, ແຂວງຜົ້ງສາລີ ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດວັນສ້າງຕັ້ງພັກປະຊາຊາຊົນປະຕິວັດລາວ ຄົບຮອບ 70 ປີ.

22 Mar 1970 | ແສງຄຳ ສາລີວັນ |

ເນື່ອງໃນໂອກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າ ແຂວງຜົ້ງສາລີ ມີຄວາມເອກອ້າງທະນົງໃຈ ແລະ ເບີກບານມວນຊື່ນ, ອອກແຮງແຂ່ງຂັນສ້າງຜົນ ງານຂະບວນຮອບດ້ານ ຂ່ຳນັບຮັບຕ້ອນ ວັນສ້າງຕັ້ງພັກປະຊາຊາຊົນປະຕິວັດລາວ ຄົບຮອບ 70 ປີ ຄືແຕ່ ວັນທີ 22 ມິນາ 1955 - 22 ມິນາ 2025 ນັ້ນ. ໃນຕອນເຊົ້າຂອງວັນທີ 22 ມີນາ 2025 ນີ້, ການນຳພັກ - ລັດ, ສອງກໍາລັງປະກອບອາວຸດ ຕາງໜ້າສະມາຊິກພັກ, ພະນັກງານ ແລະ ປະຊາຊົນບັນດາເຜົ່າທຸກຊັ້ນຄົນ, ທຸກເພດໄວໃນທົ່ວແຂວງຜົ້ງສາລີ ນຳໂດຍ ສະຫາຍ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງໆຜົ້ງສາລີ ໄດ້ພ້ອມກັນນໍາເອົາ ພວງມະລາ ມາວາງຢູ່ອະນຸສາວະລີນັກຮົບນິລະນາມ ເພື່ອສະແດງຄວາມເຄົາລົບຮັກ, ກະຕັນຍູຮູ້ບຸນຄຸນ ແລະ ລະນຶກເຖິງຜົນງານ, ຄຸນງາມຄວາມດີ ຕໍ່ບັນດາທ່ານ ອາດີດການນໍາພັກ-ລັດ, ນັກຮົບປະຕິວັດ, ນັກຮົບແຂ່ງຂັນ ທີ່ໄດ້ອຸທິດຕົນເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ຍາດເອົາເອກະລາດ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ມາສູ່ປະຊາຊົນລາວທັງຊາດ ກໍ່ຄື ແຂວງຜົ້ງສາລີໄດ້ຢ່າງສົມບູນ, ເຮັດໃຫ້ປະເທດເຮົາ ຫຼຸດພົ້ນອອກຈາກການເປັນຫົວເມືອງຂຶ້ນຂອງຈັກກະພັດຕ່າງດ້າວ ກາຍເປັນປະເທດເອກະລາດ, ມີອິດສະຫຼະພາບ ແລະ ມີຖານະອັນສົມກຽດໃນເວທີສາກົນ, ຊື່ສຽງຮຽງນາມ, ຄຸນງາມຄວາມດີ ແລະ ວິລະກຳອັນລ້ຳເລີດຂອງບັນດາທ່ານ ໄດ້ກາຍເປັນສັນຍາລັກແຫ່ງການເຕົ້າໂຮມ ຄວາມສາມັກຄີເປັນເອກະພາບໃນທຸກຊັ້ນຄົນ, ທຸກເພດໄວ.
ພາຍຫຼັງສຳເລັດພິທີວາງພວງມາລາທີ່ອະນຸສາວະລີນັກຮົບນິລະນາມແລ້ວ ກໍ່ໄດ້ສຶບຕໍ່ວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ ເພື່ອສະແດງຄວາມເຄົາລົບຮັກ, ຮູ້ບຸນຄຸນ ຕໍ່ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງພັກ-ລັດ ແລະ ປວງຊົນລາວບັນດາເຜົ່າທັງຊາດ, ຜູ້ນຳພາສ້າງຕັ້ງ, ຖະນຸບຳລຸງ, ຝຶກຝຶນຫຼໍ່ຫຼອມ, ກໍ່ສ້າງ ແລະ ປັບປຸງພັກ ໃຫ້ໜັກແໜ້ນ, ເຂັ້ມແຂງຢ່າງບໍ່ຢຸດຢັ້ງ ຊຶ່ງຊື່ສຽງຮຽງນາມຂອງ ປະທານ ໄກສອນ ພົມວິຫານ ໄດ້ຕິດພັນຢ່າງສະໜິດແໜ້ນ ຕະຫຼອດໄລຍະແຫ່ງການນຳພາ ພາລະກິດປະຕິວັດອັນຍິ່ງໃຫຍ່ຂອງພັກ ແລະ ປະເທດລາວເຮົາ ທັງຢູ່ໃນໄລຍະຕໍ່ສູ້ກູ້ຊາດ, ໄລຍະປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ສ້າງສາພັດທະນາປະເທດຊາດ, ລິເລີ່ມ ແລະ ນຳພາ ພາລະກິດປ່ຽນແປງໃໝ່ ຮອບດ້ານ ທີ່ມີຫຼັກການຂອງພັກ, ຍາດໄດ້ໄຊຊະນະ ສະຫງ່າງາມຕະຫຼອດມາ. ຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ຍືນຍົງໃນດວງໃຈຂອງປວງຊົນລາວທັງຊາດ ຕະຫຼອດກາລະນານ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ