ໜ້າຫຼັກ / ການເຄື່ອນໄຫວ / ອົງການໄອຍະການແຂວງຜົ້ງສາລີ ລົງເຄື່ອນໄຫວວຽກງານຢູ່ເມືອງຂວາ, ແຂວງຜົ້ງສາລີ

ອົງການໄອຍະການແຂວງຜົ້ງສາລີ ລົງເຄື່ອນໄຫວວຽກງານຢູ່ເມືອງຂວາ, ແຂວງຜົ້ງສາລີ

27 Aug 2024 | ສອນໄຊ ແສງມະນີ (ນັກຂ່າວຫ້ອງການ ຖວທ ເມືອງຂວາ) |

ວັນທີ 27 ສິງຫາ 2024 ນີ້ ອົງການໄອຍະການແຂວງຜົ້ງສາລີ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງຂວາ ຊຶ່ງນຳພາໂດຍທ່ານ ຄຳໄຊ ສູນວີເລີດ ຫົວໜ້າອົງການໄອຍະການແຂວງຜົ້ງສາລີ ເປັນກຽດເຂົ້າຮ່ວມຂອງ ທ່ານ ພອນທະວີ ໄຊມົນຕີ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງຂວາ ມີບັນດາທ່ານກໍາມະການປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງ, ຫ້ອງການ, ຫົວໜ້າກອງບັນຊາການ ປກຊ-ປກສ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ອໍານວຍການໂຮງຮຽນ ມສ ນາຕູ່ນ-ມໍຕົ້ນຫ້ວຍຍາງ,ພະນັກງານລດຖະກອນ, ລັດວິສາຫະກິດພາຍໃນເທດສະບານເມືອງເຂົ້າຮ່ວມ.

ທ່ານ ຄຳໄຊ ສູນວີເລີດ ຫົວໜ້າອົງການໄອຍະການແຂວງຜົ້ງສາລີ ໄດ້ສະເໜີຈຸດປະສົງການລົງເຄື່ອນໄຫວເຮັດວຽກໃນຄັ້ງນີ້ ເພື່ອເປັນການຊຸກຍູ້, ເຜີຍແຜ່ບັນດາຄຳສັ່ງ ກ່ຽວກັບການປະຕິບັດກົດໝາຍ ໃຫ້ມີຄວາມສອດຄ່ອງ ແລະ ຖືກຕ້ອງຕາມລະບຽບຫຼັກການ ພ້ອມທັງຮັບຟັງຫ່າງສຽງຈາກສັງຄົມ ກ່ຽວກັບການປະຕິບັດສິດ ແລະ ພັນທະຕໍ່ກົດໝາຍຂັ້ນເມືອງ. ຈາກນັ້ນ ຄະນະທີມງານຂັ້ນແຂວງໄດ້ຜັດປ່ຽນກັນຂຶ້ນຜ່ານບັນດາຄຳສັ່ງຕ່າງໆ ເປັນຕົ້ນແມ່ນ: ຄຳສັ່ງສະບັບເລກທີ 006/ອອປສ, ລົງວັນທີ 30/03/2023 ວ່າດ້ວຍການດໍາເນີນຄະດີຕໍ່ການປູກ, ຜະລິດ, ປຸງແຕ່ງ, ຄ້າຂາຍ, ຈຳໜ່າຍ, ຂົນສົ່ງ, ມີໄວ້ໃນການຄອບຄອງ, ນ້ຳເຂົ້າ, ສົ່ງອອກ, ເສບພືດທີ່ໃຫານເສບຕິດເຊັ່ນ: ໃບກະທ່ອມ, ນ້ຳກະທ່ອມ ຫຼື ສານລະເຫີຍທີ່ມີສານເສບຕິດອື່ນໆເຊັ່ນ: ປຸມເປົ້າແກ໌ສ, ສານໄນຕັດອ໋ອກໄຊ, ຢາສູບໄຟຟ້າ-ຊີຊ່າ (ບາລາກູ), ຄຳສັ່ງເລກທີ 013/ອອປສ, ລົງວັນທີ 25/07/2022 ວ່າດ້ວຍການກວດກາ, ຜູ້ຖືກຫາ, ນັກໂທດ ທີ່ໄດ້ຮັບອະນຸຍາດ ອອກໄປປິ່ນປົວ, ຄຳສັ່ງ ເລກທີ 015/ອອປສ, ລົງວັນທີ 10/09/2021 ວ່າດ້ວຍການຕິດຕາມກວດກາການປະຕິບັດຄໍາຕັດສິນຂອງສານ, ຄຳສັ່ງເລກທີ 026/ອອປສ, ລົງວັນທີ 27/12/2021 ວ່າດ້ວຍການກວດກາການດໍາເນີນຄະດີແພ່ງ, ແຮງງານ, ການຄ້າ, ຄອບຄົວ ແລະ ເດັກ ຂອງສານປະຊາຊົນຂັ້ນອຸທອນ, ຄຳສັ່ງເລກທີ 017/ອອປສ, ລົງວັນທີ 13/09/2022 ວ່າດ້ວຍການບໍ່ອະນຸຍາດໃຫ້ອົງການໄອຍະການປະຊາຊົນສົມທົບກັບ ປກສ ເມືອງ, ແຂວງ ແກ້ໄຂຄະດີຢາເສບຕິດ ດ້ວຍຮູບການປັບໃໝທາງບໍລິຫານແລ້ວປ່ອຍຕົວຜູ້ກະທຳຜິດ. ພ້ອມດຽວກັນນັ້ນຍັງໄດ້ຮັບຟັງການປະກອບຄຳຄິດຄຳເຫັນຈາກຄະນະນຳຂັ້ນເມືອງຕໍ່ກັບການປະຕິບັດຄຳສັ່ງຕ່າງໆຢູ່ເມືອງຂວາ.

ໃນໂອກາດການລົງເຄື່ອນໄຫວເຮັດວຽກຂອງ ອົງການໄອຍະການແຂວງຜົ້ງສາລີ ຢູ່ເມືອງຂວາ ໃນຄັ້ງນີ້ ທ່ານ ຄຳໄຊ ສູນວີເລີດ ຫົວໜ້າອົງການໄອຍະການແຂວງຜົ້ງສາລີ ແລະ ພອນທະວີ ໄຊມົນຕີ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງຂວາ ຍັງໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງກ່ອນອື່ນ ທັງສອງທ່ານໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງອົງການໄອຍະການສານ ເຊິ່ງເປັນອົງການລັດ ທີ່ເຮັດໜ້າທີ່ຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍ ໃນຂອບເຂດທົ່ວປະເທດ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານ ຕາມກົດໝາຍ ແນໃສ່ປົກປ້ອງຜົນປະໂຫຍດຂອງລັດ, ສັງຄົມ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ຄວາມ ເປັນລະບຽບຮຽບຮ້ອຍ. ພ້ອມດຽວກັນນັ້ນ ທັງສອງທ່ານ ຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ເປັນຕົ້ນແມ່ນ ພະນັກງານ-ລັດຖະກອນ ຈົ່ງເປັນເຈົ້າການ, ເປັນແບບຢ່າງໃນການປະຕິບັດກົດໝາຍ, ເປັນຕົວແທນໃນການໂຄສະນາການປະຕິບັດກົດໝາຍໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ທັງນີ້ ກໍເພື່ອເຮັດໃຫ້ການຈັດຕັ້ງພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການໄອຍະການປະຊາຊົນໃນການຕິດຕາມກວດກາການຈັດຕັ້ງປະຕິບັດຄໍາສັ່ງ, ຄໍາຊີ້ຂາດ, ຄໍາຕັດສິນ ຫຼື ຄໍາພິພາກສາຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ ແນໃສ່ເຮັດໃຫ້ຄໍາຕັດສິນຂອງສານໄດ້ຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ຖືກຕ້ອງ, ວ່ອງໄວ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ; ເພີ່ມທະວີຄວາມສັກສິດຂອງອໍານາດລັດ ແລະ ຂອງກົດໝາຍ; ປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ; ສິດ ແລະ ຜົນປະໂກຍດອັນຊອບທໍາຂອງລວມໜູ່ ແລະ ຂອງພົນລະເມືອງ, ເຮັດໃຫ້ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມຍຸຕິທໍາ.

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ເຜີຍແຜ່ນະໂຍບາຍປັບປຸງໃໝ່ຂອງກອງທຶນປະກັນສຸຂະພາບແຫ່ງຊາດຢູ່ແຂວງຜົ້ງສາລີ.

  • 11 Oct 2024
  • ແສງຄຳ ສາລີວັນ

         ໃນວັນທີ 11 ສິງຫາ 2024 ນີ້,...

ອ່ານເພີ່ມ

ເສດຖະກິດ

ໂຄສະນາ, ເຜີຍແຜ່ ແລະ ສ້າງຈິດສໍານຶກໃນການຄຸ້ມຄອງ, ນໍາໃຊ້ ແລະ ປົກປັກ ຮັກສາວຽກງານດ້ານສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຢືນຍົງ ໃຫ້ໂຮງຮຽນ ມໍຕົ້ນ ພຽງໄຊ ເມືອງບຸນເໜືອ.

  • 10 Oct 2024
  • ແສງຄຳ ສາລີວັນ

            ຕອນເຊົ້າຂອງວັນທີ 9...

ອ່ານເພີ່ມ

ເສດຖະກິດ

ເຜີຍແຜ່ເນື້ອໃນສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ 3 ບ້ານທີ່ຂຶ້ນກັບເມືອງຜົ້ງສາລີ.

  • 08 Oct 2024
  • ແສງຄຳ ສາລີວັນ

...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງເສນາທິການ, ກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III

  • 08 Oct 2024
  • ທອງໄຊ ແສງອຸດົມ

ຄະນະພັກຮາກຖານຫ້ອງເສນາທິການ,...

ອ່ານເພີ່ມ