ໜ້າຫຼັກ / ການເຄື່ອນໄຫວ / ທ່ານ ຮອງເຈົ້າແຂວໆ ຜົ້ງສາລີ ຕ້ອນຮັບຄະນະກຳມະການນັກຮົບເກົ່າແຂວງຢູນນານ ແຫ່ງ ສປ ຈີນ

ທ່ານ ຮອງເຈົ້າແຂວໆ ຜົ້ງສາລີ ຕ້ອນຮັບຄະນະກຳມະການນັກຮົບເກົ່າແຂວງຢູນນານ ແຫ່ງ ສປ ຈີນ

24 Mar 2025 | ແກ້ວະຫ່ວາງ ໄຊຍະເງິນ |

ໃນຕອນເຊົ້າວັນທີ 24 ມີນາ 2025 ທີ່ສຳນັກງານປົກຄອງແຂວງ ທ່ານ ວິສອນ ລາວເມົາ ຮອງເຈົ້າແຂວງໆຜົ້ງສາລີ ຜູ້ຊີ້ນຳຂົງເຂດເສດຖະກິດຂັ້ນແຂວງ ພ້ອມດ້ວຍຄະນະ ຕາງໜ້າການນຳຂອງແຂວງ ໄດ້ຕ້ອນຮັບການມາເຄື່ອນໄຫວວຽກງານຂອງຄະນະກຳມະການນັກຮົບເກົ່າແຂວງຢູນນານ ແຫ່ງ ສປ ຈີນ ເຊິ່ງນຳໂດຍທ່ານ ຊູໂລ້ຜີ້ງ ຫົວໜ້າຄະນະ ພ້ອມດ້ວຍຄະນະ.
ໂອກາດນີ້ ທ່ານ ຮອງເຈົ້າແຂວງຜົ້ງສາລີ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕິລາຄາສູງ ຕໍ່ການມາເຄື່ອນໄຫວວຽກງານຂອງ ທ່ານ ຊູ ໂລ້ຜີ້ງ ຫົວໜ້າຄະນະ, ພ້ອມດ້ວຍຄະນະ ຈໍານວນ 08 ທ່ານ ທີ່ໄດ້ ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຜົ້ງສາລີ ໃນຄັ້ງນີ້ ຂອງຄະນະກຳມະການນັກ ຮົບເກົ່າ (ໜ່ວຍທະຫານຊ່າງແຊງ 8338) ແຂວງຢູນນານ ແຫ່ງ ສປ ຈີນ, ພ້ອມທັງລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໃຫ້ຄະນະຮັບຊາບ.
ພ້ອມກັນນີ້ ທ່ານ ຊູໂລ້ຜີ້ງ ຫົວໜ້າຄະນະໜ່ວຍທະຫານຊ່າງແຊງ 8338 ແຂວງຢູນນານ ແຫ່ງ ສປ ຈີນ ກໍ່ໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບຂອງທ່ານ ຮອງເຈົ້າແຂວງຜົ້ງສາລີ ໃນຄັ້ງນີ້, ພ້ອມທັງແຈ້ງຈຸດປະສົງຂອງການມາເຮັດວຽກຢູ່ແຂວງຜົ້ງສາລີ ເວົ້າລວມ, ເວົ້າສະເພາະແມ່ນເພື່ອມາພົບປະປືກສາຫາລືວຽກງານກັບສະຫະພັນນັກຮົບເກົ່າແຂວງຜົ້ງສາລີ ເພື່ອເປັນການຊຸກຍູ້ຂົງເຂດວຽກງານຂອງສະຫະພັນນັກຮົບເກົ່າ ໃຫ້ມີການຮ່ວມມືແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເປັນການເສີມ ຂະຫຍາຍມູນເຊື້ອ ແລະ ເພີ່ມພູນຄູນສ້າງ ສາຍພົວພັນຮ່ວມມືທີ່ດີ ລະຫວ່າງສອງພັກ, ສອງລັດ ປະຊາ ຊົນສອງຊາດລາວ-ຈີນ ເວົ້າລວມ, ເວົ້າສະເພາະ ແມ່ນລະຫວ່າງສອງສະຫະພັນນັກຮົບເກົ່າແຂວງຜົ້ງສາລີ ແລະ ຄະນະກຳມະການນັກຮົບເກົ່າແຂວງຢູນນານ ສປ ຈີນ. ໂອກາດນິ້ ຄະນະໜ່ວຍທະຫານຊ່າງແຊງ 8338 ແຂວງຢູນນານ ຍັງຈະໄດ້ໄປຢ້ຽມຢາມດ່ານປ່າຄາຕື່ມອີກ.

Share:

ຂ່າວຫຼ້າສຸດ

ການເມືອງ

ແຂວງຜົ້ງສາລີ ເຜີຍແຜ່ເອກະສານ ສຶກສາການເມືອງແນວຄິດ ສຳລັບ ສະມາຊິກພັກ ພະນັກງານ ເພືອດຳເນີນຊີວິດການເມືອງທົ່ວພັກ.

  • 01 May 2025
  • ຂ່າວ: ຍີນໄຊ ສີບຸນເຮືອງ

...

ອ່ານເພີ່ມ

ການເມືອງ

ກອງຮ້ອຍທະຫານຊາຍແດນ 116 ເປິດຊຸດອົບຮົມ-ຫັດແອບ ໄຕມາດ I ປະຈໍາປີ 2025

  • 04 Apr 2025
  • ນັກຂ່າວ ປກຊ ແຂວງ

ໃນລະຫວ່າງທ້າຍເດືອນມີນາ 2025...

ອ່ານເພີ່ມ