ໜ້າຫຼັກ / ການເຄື່ອນໄຫວ / ກອງຮ້ອຍທະຫານຊາຍແດນ 116 ເປິດຊຸດອົບຮົມ-ຫັດແອບ ໄຕມາດ I ປະຈໍາປີ 2025

ກອງຮ້ອຍທະຫານຊາຍແດນ 116 ເປິດຊຸດອົບຮົມ-ຫັດແອບ ໄຕມາດ I ປະຈໍາປີ 2025

04 Apr 2025 | ນັກຂ່າວ ປກຊ ແຂວງ |

ໃນລະຫວ່າງທ້າຍເດືອນມີນາ 2025 ທີ່ຜ່ານມານີ້, ກອງຮ້ອຍທະຫານຊາຍແດນ 116 ທະຫານແຂວງຜົ້ງສາລີ, ໄດ້ຈັດພິທີເປີດຊຸດອົບຮົມ-ຫັດແອບ, ການທະຫານ, ການເມືອງ ພະລາທິການ ແລະ ເຕັກນິກ ປະຈໍາໄຕມາດ I ປີ 2025, ໂດຍເປັນປະທານຂອງ ສະຫາຍ ພັນໂທ ເພັດແກ້ວ ອຸ່ນປະເສີດ ເລຂາຄະນະພັກ ຫົວໜ້າການເມືອງກອງຮ້ອຍທະຫານຊາຍແດດນ 116, ມີຄະນະພັກ-ຄະນະບັນຊາ ນາຍ ແລະ ພົນທະຫານ ພາຍໃນກົມກອງເຂົ້າ.
ສະຫາຍ ພັນຕີ ຄໍາສອນ ອິນສົມໝັ້ນ ຫົວໜ້າການທະຫານກອງຮ້ອຍ 116 ໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງຜົ້ງສາລີ, ວ່າດ້ວຍການອະນຸມັດໃຫ້ກອງຮ້ອຍ 116 ເປີດຊຸດອົມຮົມ-ຫັດແອບ ການທະຫານ,ການເມືອງ, ພະລາທິການ, ເຕັກນິກ ແລະ ວິຊາສະເພາະຊາຍແດນ ໄຕມາດ I ປະຈໍາປີ 2025 ຈາກນັ້ນ, ສະຫາຍ ຮ້ອຍໂທ ວັນສີ ສີວິໄລ ຮອງຫົວໜ້າການທະຫານກອງຮ້ອຍທະຫານຊາຍແດນ 116 ໄດ້ຜ່ານແຜ່ນການ ອົບຮົມ-ຫັດແອບ, ເຊິ່ງເນື້ອໃນການອົບຮົມຫັດແອບມີ: ພາກການເມືອງ, ພາກການທະຫານ, ພາກພະລາທິການ, ພາກເຕັກນິກ ແລະ ພາກວິຊາສະເພາະຊາຍແດນ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ