ພິທີວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບຄົບຮອບ 64 ປີ ແລະ ວັນສ້າງຕັ້ງກໍາລັງ ປກສ ແຂວງຜົ້ງສາລີ ຄົບຮອບ 62 ປີ.
04 Apr 2025 | ັນັກຂ່າວ ປກສ ແຂວງ |
ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 64 ປີ ( 5 ເມສາ 1961 – 5 ເມສາ 2025 ) ແລະ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບແຂວງຜົ້ງສາລີ ຄົບຮອບ 62 ປີ ( 11 ພຶດສະພາ 1963 – 11 ພຶດສະພາ 2025 ) ໃນຕອນເຊົ້າຂອງວັນທີ 4 ເມສາ 2025 ນີ້, ການນຳພັກ - ລັດ, ສອງກໍາລັງປະກອບອາ
ວຸດ ນຳໂດຍ ສະຫາຍ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຜົ້ງສາລີ ໄດ້ພ້ອມກັນນໍາເອົາ ພວງມະລາມາວາງຢູ່ອະນຸສາວະລີນັກຮົບນິລະນາມ ເພື່ອສະແດງຄວາມເຄົາລົບຮັກ, ກະຕັນຍູຮູ້ບຸນຄຸນ ແລະ ລະນຶກເຖິງຜົນງານ, ຄຸນງາມຄວາມດີ ຕໍ່ບັນດາທ່ານ ອະດີດການນໍາພັກ-ລັດ, ນັກຮົບປະຕິວັດ, ນັກຮົບແຂ່ງຂັນ ທີ່ໄດ້ອຸທິດຕົນເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ຍາດເອົາເອກະລາດ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ມາສູ່ປະຊາຊົນລາວທັງຊາດ ກໍ່ຄື ແຂວງຜົ້ງສາລີໄດ້ຢ່າງສົມບູນ, ເຮັດໃຫ້ປະເທດເຮົາ ຫຼຸດພົ້ນອອກຈາກການເປັນຫົວເມືອງຂຶ້ນຂອງຈັກກະພັດຕ່າງດ້າວ ກາຍເປັນປະເທດເອກະລາດ, ມີອິດສະຫຼະພາບ ແລະ ມີຖານະອັນສົມກຽດໃນເວທີສາກົນ, ຊື່ສຽງຮຽງນາມ, ຄຸນງາມຄວາມດີ ແລະ ວິລະກຳອັນລ້ຳເລີດຂອງບັນດາທ່ານ ໄດ້ກາຍເປັນສັນຍາລັກແຫ່ງການເຕົ້າໂຮມ ຄວາມສາມັກຄີເປັນເອກະພາບໃນທຸກຊັ້ນຄົນ,ທຸກເພດໄວ.
ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນຂອງວັນລະນຶກນີ້ທົ່ວພັກ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວບັນດາເຜົ່າ ສຸດທີ່ມີຄວາມອາໄລອາວອນຢ່າງສຸດຊຶ້ງ, ລະນຶກເຖິງບຸນຄຸນ - ຄຸນຄວາມງາມ ຄວາມດີ ແລະ ສະແດງຄວາມຮູ້ບຸນຄຸນຢ່າງສູງຕໍ່ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ, ວິລະບູລຸດແຫ່ງຊາດລາວ, ລູກຫຼານຜູ້ປະເສີດຂອງປະຊາຊົນລາວ, ເປັນຜູ້ນໍາພາ ກໍ່ຕັ້ງທະນຸບຳລຸງ, ກໍ່ສ້າງພັກ, ກໍ່ສ້າງກຳລັງປະກອບອາວຸດ, ເປັນຜູ້ນໍາພາ ພາລະກິດຕໍ່ສູ້ກູ້ຊາດ ກໍຄືພາລະກິດປົກປັກ ຮັກສາ ແລະ ສ້າງສາປະເທດຊາດ ທັງເປັນຜູ້ນໍາພາ - ຊີ້ນໍາ ກຳລັງ ປກສ ໃຫ້ເຕີບໃຫຍ່ເຂັ້ມແຂງຈົນມາຮອດສູ່ວັນນີ້, ພວກເຮົາມີຄວາມອາໄລອາວອນລະນຶກເຖິງ ປະທານ ໄກສອນ ພົມວິຫານ ທີ່ເສຍສະຫຼະຊີວິດ ເພື່ອພາລະກິດປະຕິວັດຂອງຊາດ ແລະ ຂໍຈົດຈຳບຸນຄຸນຢ່າງຊາບຊຶ້ງ ຕໍ່ພໍ່ແມ່ປະຊາຊົນບັນດາເຜົ່າ ທີ່ໄດ້ອຸທິດເລືອດເນື້ອຂອງຕົນຕະຫຼອດຮອດການເສຍສະຫຼະທຸກສິ່ງ - ຢ່າງ ເພື່ອກໍ່ສ້າງກໍາລັງ ປກສ ໃຫ້ເຕີບໃຫຍ່ເຂັ້ມແຂງ.
Share: