ໜ້າຫຼັກ / ການເຄື່ອນໄຫວ / ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຜົ້ງສາລີ ເຜີຍແຜ່ເອກະສານ ສຶກສາການເມືອງແນວຄິດ ສຳລັບ ສະມາຊິກພັກ ພະນັກງານ ເພື່ອດຳເນີນຊີວິດການເມືອງ ໃນທົ່ວພັກ.

ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຜົ້ງສາລີ ເຜີຍແຜ່ເອກະສານ ສຶກສາການເມືອງແນວຄິດ ສຳລັບ ສະມາຊິກພັກ ພະນັກງານ ເພື່ອດຳເນີນຊີວິດການເມືອງ ໃນທົ່ວພັກ.

04 Apr 2025 | ພາບ,ຂ່າວ; ຍີນໄຊ ສີບຸນເຮືອງ |

ກອງປະຊຸມໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 4 ເມສາ ປີ 2025 ທີຫ້ອງປະຊຸມຂອງພະແນກຂອງຕົນ ໂດຍ ການເປັນປະທານ ແລະ ເຜີຍແຜ່ ຂອງ ສະຫາຍ ບຸນພະນິດ ແກ້ວຮຸ່ງ ເລຂາໜ່ວຍພັກ ຫົວໜ້າ ພະແນກ ໂຍທາທິການ ແລະ ຂົນສົ່ງແຂວງຜົ້ງສາລີ ເຂົ້າຮ່ວມຮັບຟັງ ມີບັນດາ ສະຫາຍ ຄະນະພັກ ຄະນະພະແນກ,ລັດວິສາຫະກິດ ນໍ້າປະປາ ແລະ ພະນັກງານ ສະມາຊິກພັກ ພາຍໃນພະແນກເຂົ້າຮ່ວມ.
ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການ ເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິຂອງສູນກາງພັກ,ມະຕິຂອງຄະນະພັກ,ອົງການປົກຄອງແຂວງ ສະບັບເລກທີ 71/ຄພຂ ລົງວັນທີ 25 ກຸມພາ 2025,ຮັບຟັງ ແຜນດຳເນີນງານ ຈັດຕັ້ງເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝ ທີ Xl,ມະຕິກອງປະຊຸມຄົບຄະນະບໍລີຫານງານຂອງແຂວງ ຄັ້ງທີ 10 ສະໄໝ ທີ Xl,ມະຕິກອງປະຊຸມ ອົງການປົກຄອງແຂວງ ຄັ້ງ ທີ 9 ສະໄໝ ທີ lX ແລະ ເອກະສານ ສຶກສາອົບຮົມການເມືອງ-ແນວຄິດ ສຳລັບ ພະນັກງານ,ສະມາຊິກພັກ ເພືອດຳເນີນຊີວິດການເມືອງ ໃນທົ່ວພັກ,ເຜີຍແຜ່ ມະຕິ ກອງປະຊຸມຄົບຄະນະ ສະໄໝວິສາມັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ Xl ສະບັບເລກທີ 02/ຄບສພ,ລົງວັນທີ 7 ມີນາ 2025,ເຜີຍແຜ່ ມະຕິ ວ່າດ້ວຍການປັບປຸງກົງຈັກການຈັດຕັັ້ງ ເລກທີ 03/ຄບສພ,ລົງວັນທີ 12 ມີນາ 2025 ທາງນີ້ກໍ່ເພືອສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ ຮັບຮູ້, ເຂົ້າໃຈ ແລະ ຮໍ່າຮຽນເອົາແບບແຜນວິທີເຮັດວຽກ ແລະ ຄຸນສົມບັດສິນທໍາປະຕິວັດອັນສູງສົ່ງ ຂອງປະທານ ໄກສອນ ພົມວິຫານ ເພືອພ້ອມກັນຕັ້ງໜ້າຄົ້ນຄວ້າ, ສຶກສາຮໍ່າຮຽນ ເອົາເພິ່ນເປັນແບບຢ່າງ ເພືອຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນພະນັກງານ, ສະມາຊິກພັກ ຜູ້ດີເດັ່ນມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ທີໜັກແໜ້ນ.ທາງນີ້ກໍ່ ເພືອສຶກສາອົບຮົມ ສະມາຊິກພັກ, ພະນັກງານ ໄດ້ຮັບຮູ້, ເຂົ້າໃຈ ມາດຕະຖານ ຂອງສະມາຊິກພັກ, ພະນັກງານ ເຊຶງແມ່ນສິ່ງທີ່ສໍາຄັນ ແລະ ຈໍາເປັນ ພ້ອມທັງແມ່ນປັດໄຈພື້ນຖານ ໃຫ້ແກ່ການເລືອກເຟັ້ນເອົາພະນັກງານ, ສະມາຊິກພັກ ເຂົ້າໃນການສັບຊ້ອນ, ຈັດວາງ,ກໍ່ສ້າງ,ບໍາລຸງ ແລະ ທັງເປັນບ່ອນອີງໃຫ້ພະນັກງານ, ສະມາຊິກພັກ ໄດ້ຝຶກຝົນຫຼໍຫຼອມຕົນເອງ ດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ເພືອກ້າວຂຶ້ນເປັນພະນັກງານ, ສະມາຊິກພັກ ທີມີຄຸນນະພາບ, ເພືອເປັນການປຸກລະດົມຂະບວນການ ຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ໃນການບຸກບືນສູ້ຊົນຈັດຕັັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີແຫ່ງຊາດ ຄັ້ງທີ IX ແລະ ສອງວາລະແຫ່ງຊາດ ຕິດພັນກັບການສ້າງຜົນງານ ຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ ໃນປີ 2025 (ວັນສ້າງຕັັ້ງພັກປະຊາຊົນປະຕິວັດລາວ ຄົບ ຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ).

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ