ໜ້າຫຼັກ / ການເຄື່ອນໄຫວ / ໜ່ວຍພັກຫ້ອງວ່າການເມືອງຂວາ, ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ xv

ໜ່ວຍພັກຫ້ອງວ່າການເມືອງຂວາ, ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ xv

27 Aug 2024 | ສອນໄຊ ແສງມະນີ (ນັກຂ່າວຫ້ອງການ ຖວທ ເມືອງຂວາ) |

ກອງປະຊຸມໃຫຍ່ຄັ້ງທີ xv ຂອງໜ່ວຍພັກຫ້ອງວ່າການເມືອງຂວາ, ແຂວງຜົ້ງສາລີ ໄດ້ໄຂຂື້ນໃນຕອນເຊົ້າຂອງວັນທີ 23 ສິງຫາ 2024 ນີ້, ນະທີ່ສະໂມສອນໃຫຍ່ເມືອງຂວາ ພາຍໃຕ້ການເປັນປະທານຂອງ ສະຫາຍ ອຸດອນ ວິລະຈິດ ກໍາມະການພັກເມືອງ, ເລຂາໜ່ວຍພັກ, ຫົວໜ້າຫ້ອງວ່າການເມືອງ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ພອນທະວີ ໄຊມົນຕີ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງ-ເມືອງຂວາ, ສະຫາຍ ພົມມີ ອິນມະສອນ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດ, ມີບັນດາແຂກເຊີນ, ຄະນະໜ່ວຍພັກ, ພ້ອມດ້ວຍສະມາຊິກພັກສົມບູນເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ອຸດອນ ວິລະຈິດ ເລຂາໜ່ວຍພັກ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການພ້ອມທັງຜ່ານບົດລາຍງານການເມືອງ 2 ພາກ ຕີລາຄາໝາກຜົນແຫ່ງການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ (2019–2023), ແຜນພັດທະນາຂອງຫ້ອງວ່າການເມືອງ ແລະ ຜ່ານບົດສໍາຫຼວດການນໍາພາລວມໃນການຊີ້ນຳໆພາລວມໃນໄລຍະ 5 ປີຜ່ານມາ. ໂດຍລວມໃນໄລຍະຜ່ານມາ ຄະນະໜ່ວຍພັກໄດ້ຈັດຕັ້ງເຜີຍແຜ່, ຄົ້ນຄ້ວາ, ເຊື່ອມຊືມແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ ແລະ ຫັນເອົາແນວທາງນະໂຍບາຍຂອງພັກມາເປັນແຜນງານ, ແຜນວຽກ, ແຜນຄົນ. ນອກຈາກນີ້ຄະນະໜ່ວຍພັກໄດ້ໃກ້ຊິດຕິດແທດ, ສຶກສາອົບຮົມໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນຫ້ອງການເປັນປົກກະຕິສະແດງອອກໃນຄວາມຕື່ນຕົວຂອງສະມາຊິກພັກແຕ່ລະສະຫາຍແມ່ນມີຄວາມຫ້າວຫັນໃນການຄົ້ນຄ້ວາ, ຊອກຮູ້ຮໍ່າຮຽນນໍາບັນດານິຕິກຳຕ່າງໆ ແລະ ປະຕິບັດໜ້າທີ່ວຽກງານມີຜົນສໍາເລັດຫຼາຍດ້ານຕາມການມອບໝາຍຂອງຂັ້ນເທິງ, ຄະນະໜ່ວຍພັກ, ສະມາຊິກພັກມີຄວາມເປັນເອກະພາບສູງ, ເຫັນດີເຫັນພ້ອມພາຍໃນໜ່ວຍພັກ, ຮູ້ຈຳແນກມິດ-ສັດຕູຢ່າງຈະແຈ້ງ, ບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການຜັນແປຕ່າງໆ, ຕອບຕ້ານສິ່ງຍໍ້ທໍ້ ຕ່າງໆ ທີ່ຈະເກີດຂຶ້ນພາຍໃນໜ່ວຍພັກ, ຕ້ານການຫຼິ້ນກິນຟູມເຟືອຍ, ຕ້ານແນວຄິດຫຼາຍພັກ, ຫຼາຍເຄົ້າຈຸ້ມເຈື້ອ, ເຊື້ອສາຍ, ພັກພວກ ແລະ ກຸ້ມກ້ອນ. ຄະນະໜ່ວຍພັກໄດ້ຈັດຕັ້ງນໍາພາວຽກງານຂອງພັກ, ຈັດຕັ້ງປະຕິບັດຕາມກົດລະບຽບສະໄຫມທີ XI ຂອງພັກປະຊາຊົນປະຕິວັດລາວຢ່າງເຂັ້ມງວດ, ປະຕິບັດບັນດາມະຕິ, ຄຳສັ່ງ ຂອງສູນກາງ, ແຂວງ ແລະ ເມືອງຢ່າງຕໍ່ເນື່ອງ, ນໍາພາສະມາຊິກພັກພາຍໃນໜ່ວຍຮ່ວມຊີວິດພັກເປັນປົກກະຕິ ເປັນການຮ່ວມຊີວິດການເມືອງ, ກຳນົດແຜນ, ກຳນົດທິດທາງ, ກຳນົດຈຸດສຸມ ຂອງວຽກງານ ເພື່ອການຈັດຕັ້ງປະຕິບັດວຽກງານໃຫ້ໄດ້ຮັບໝາກຜົນ, ໃນໄລຍະຜ່ານມາໄດ້ມີການປັບປຸງ, ກໍ່ສ້າງພັກ ຂະຫຍາຍພັກຕາມຫລັກການຂອງພັກໃນການຮ່ວມຊີວິດການເມືອງປະຈຳເດືອນຂອງພັກ, ມີສະຕິໃນການ ເສຍເງິນສະຕິພັກເປັນປົກກະຕິ, ພ້ອມນີ້ກໍ່ຮັບປະກັນໃນການກໍ່ສ້າງພັກຕາມມາດຖານເງື່ອນໄຂ, ບາດກ້າວ ແລະ ຂັ້ນຕອນການຂະຫຍາຍພັກໄດ້ຢ່າງຕໍ່ເນື່ອງ ໄລຍະ 05 ປີ ທີ່ຜ່ານມາຂະຫຍາຍສະມາຊິກພັກໄດ້ 13 ສະຫາຍ, ຍິງ 09 ສະຫາຍ. ອັນຜົນເດັ່ນແມ່ນໄດ້ຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 03 ປີ ລຽນຕິດ. ກອງປະຊຸມໄດ້ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່. ເຊິ່ງມີຜູ້ສະມັກ 5 ສະຫາຍ ເລືອກເອົາ 3 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກໄດ້ເຫັນດີເລືອກເອົາສະຫາຍ ສະຫາຍ ອຸດອນ ວິລະຈິດ ເປັນເລຂາໜ່ວຍພັກ, ສະຫາຍ ບຸນສຸລີ ສຸລິນທອນ ເປັນຮອງເລຂາໜ່ວຍພັກ, ສະຫາຍ ອຸລາ ມະນີວົງ ເປັນຄະນະໜ່ວຍພັກ ທັງເປັນປະທານກວດກາ ແລະ ສະຫາຍ ນາງ ຈັນອ່ອນ ໂສລາວັນ ເປັນຮອງປະທານກວດກາ

ຕອນທ້າຍກອງປະຊຸມສະຫາຍ ພອນທະວີ ໄຊມົນຕີ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງ-ເມືອງຂວາ, ໄດ້ມີຄໍາເຫັນເນັ້ນໜັກບາງຫາເປັນຕົ້ນແມ່ນ: ການເປັນເສນາທິການໃຫ້ແກ່ຄະນະບໍລິຫານງານພັກເມືອງ, ຄະນະປະຈຳພັກເມືອງ, ເລຂາພັກເມືອງ, ຮອງເລຂາພັກເມືອງ, ອົງການປົກຄອງເມືອງ, ເຈົ້າເມືອງ, ຮອງເຈົ້າເມືອງ ໃນການຫັນເອົາແນວທາງ, ແຜນນະໂຍບາຍ, ກົດລະບຽບ, ກົດໝາຍ, ມະຕິ, ຄໍາສັ່ງ, ຄໍາແນະນໍາ ແລະ ບັນດານິຕິກໍາ ກ່ຽວກັບວຽກງານປັບປຸງກໍ່ສ້າງພັກ ແລະ ວຽກງານພະນັກງານມາໝູນໃຊ້ເຂົ້າໃນວຽກງານຕົວຈິງ ແລະ ມີໜ້າທີ່ຄົ້ນຄວ້າ-ສັງລວມ, ວິເຄາະ, ວິໄຈການຈັດຕັ້ງປະຕິບັດວຽກງານໃນຂົງເຂດການເມືອງ, ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ວຽກງານພະນັກງານ, ການປົກຄອງ, ອົງການຕຸລາການ, ອົງການນິຕິບັນຍັດ, ການພົວພັນຕ່າງປະເທດ ກໍ່ຄືວຽກງານຮອບດ້ານຂອງເມືອງ ແລະ ບັນດາກຸ່ມບ້ານ ແລະ ບ້ານ ເພືີ່ອຕອບສະໜອງຂໍ້ມູນ-ຂ່າວສານ, ລາຍງານ, ຄົ້ນຄວ້າມາດຕະການ ແລະ ສະເໜີວິທີການແກ້ໄຂໃຫ້ຄະນະປະຈໍາພັກເມືອງ, ເຈົ້າເມືອງ, ຮອງເຈົ້າເມືອງ ຢ່າງຖືກຕ້ອງ ແລະ ທັນການ ແລະ ນໍຳເອົາເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງນີ້ໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ເຜີຍແຜ່ນະໂຍບາຍປັບປຸງໃໝ່ຂອງກອງທຶນປະກັນສຸຂະພາບແຫ່ງຊາດຢູ່ແຂວງຜົ້ງສາລີ.

  • 11 Oct 2024
  • ແສງຄຳ ສາລີວັນ

         ໃນວັນທີ 11 ສິງຫາ 2024 ນີ້,...

ອ່ານເພີ່ມ

ເສດຖະກິດ

ໂຄສະນາ, ເຜີຍແຜ່ ແລະ ສ້າງຈິດສໍານຶກໃນການຄຸ້ມຄອງ, ນໍາໃຊ້ ແລະ ປົກປັກ ຮັກສາວຽກງານດ້ານສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຢືນຍົງ ໃຫ້ໂຮງຮຽນ ມໍຕົ້ນ ພຽງໄຊ ເມືອງບຸນເໜືອ.

  • 10 Oct 2024
  • ແສງຄຳ ສາລີວັນ

            ຕອນເຊົ້າຂອງວັນທີ 9...

ອ່ານເພີ່ມ

ເສດຖະກິດ

ເຜີຍແຜ່ເນື້ອໃນສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ 3 ບ້ານທີ່ຂຶ້ນກັບເມືອງຜົ້ງສາລີ.

  • 08 Oct 2024
  • ແສງຄຳ ສາລີວັນ

...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງເສນາທິການ, ກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III

  • 08 Oct 2024
  • ທອງໄຊ ແສງອຸດົມ

ຄະນະພັກຮາກຖານຫ້ອງເສນາທິການ,...

ອ່ານເພີ່ມ