ໜ້າຫຼັກ / ການເຄື່ອນໄຫວ / ໂຄງການທີ່ນອນຢູ່ໃນແຜນງານໜື່ງດຽວທີ່ມີສ່ວນຮ່ວມຫຼາຍຂະແໜງການ ເພື່ອປັບປຸງວຽກງານໂພຊະນາການ 04 ແຂວງພາກເໜືອ ຈັດງານວັນໂພສະນາການ ແລະ ຈັດກິດຈະກໍາຮ່ວມກັນ ຢຸ່ບ້ານເພຍເຫຼັກ ເມືອງບຸນໃຕ້ ແຂວງຜົ້ງສາລີ.

ໂຄງການທີ່ນອນຢູ່ໃນແຜນງານໜື່ງດຽວທີ່ມີສ່ວນຮ່ວມຫຼາຍຂະແໜງການ ເພື່ອປັບປຸງວຽກງານໂພຊະນາການ 04 ແຂວງພາກເໜືອ ຈັດງານວັນໂພສະນາການ ແລະ ຈັດກິດຈະກໍາຮ່ວມກັນ ຢຸ່ບ້ານເພຍເຫຼັກ ເມືອງບຸນໃຕ້ ແຂວງຜົ້ງສາລີ.

25 Mar 2025 | ນັກຂ່າວຫ້ອງການ ຖວທ ເມືອງບຸນໃຕ້ |

ຕອນເຊົ້າຂອງວັນທີ 25 ເດືອນ 3 ປີ 2025 ນີ້. ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະການຂາດໂພຊະນາການ RRPMP, ໂຄງການເຂົ້າເຖິງການບໍລິການສຸຂະພາບ ແລະ ອະນາໄມ SWSSH, ໂຄງການຫຼຸດຜ່ອນຄວາມທຸກຍາກໄລຍະ 3 PRF III ແລະ ໂຄງການກອງທືນຮ່ວມມືສາກົນ ເພື່ອການສຶກສາໄລຍະ ECE/GPE III ທີ່ນອນຢູ່ໃນແຜນງານໜື່ງດຽວທີ່ມີສ່ວນຮ່ວມຫຼາຍຂະແໜງການ ໄດ້ຈັດງານວັນໂພສະນາການ ແລະ ຈັດກິດຈະກໍາຮ່ວມກັນຂອງບັນດາໂຄງການ ເພື່ອປັບປຸງວຽກງານໂພຊະນາການຢູ່ ບ້ານເພຍເຫຼັກ ເມືອງບຸນໃຕ້, ແຂວງຜົ້ງສາລີ, ໂດຍການເຂົ້າຮ່ວມຂອງທ່ານ ບຸນເເພງ ລາວລີ ຮອງເຈົ້າເມືອງ ຜູ້ຊີ້ນໍາຂົງເຂດເສດຖະກິດ ທັງເປັນຜູ້ຊີ້ນໍາແຜນການໂຄງການ ໜື່ງດຽວທີ່ມີຫຼາຍຂະແໜງການມີສ່ວນຮ່ວມຂັ້ນເມືອງ, ມີທ່ານ ສົມໝາຍ ຮອງເລຂາພັກບ້ານ ຮອງນາຍບ້ານເພຍເຫຼັກ, ມີບັນດາກໍາມະການພັກເມືອງ ຮອງຫົວໜ້າຫ້ອງການ ຜູ້ປະສານງານໂຄງການ ແລະ ພະນັກງານໂຄງການ ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ສົມໝາຍ ຮອງເລຂາພັກບ້ານ, ຮອງນາຍບ້ານໄດ້ລາຍງານສະພາບການຂອງບ້ານ ແລະ ການຈັດຕັ້ງປະຕິບັດກິດຈະກໍາຂອງບັນດາໂຄງການໃນໄລຍະຜ່ານມາ. ເຊິ່ງທ່ານໄດ້ໃຫ້ຮູ້ວ່າ, ບ້ານເພຍເຫຼັກ ມີ 110 ຄອບຄົວ, ມີຄອບຄົວທຸກຍາກ 38 ຄອບຄົວ, ມີຜົນລະເມືອງ 687 ຄົນ, ຍິງ 338 ຄົນ, ມີແຮງງານຜະລິດ 285 ຄົນ, ອາຊີບຕົ້ນຕໍຂອງພໍ່ແມ່ປະຊົນສ່ວນໃຫຍ່ແມ່ນຍຶດຖືອາຊີບເຮັດນາ, ປູກຢາງພາລາ, ປຸກໜາກແໜງ, ໝາກເດືອຍ, ພືດລະດູແລ້ງ, ແລະ ລ້ຽງສັດນ້ອຍຕາມທ່າແຮງຂອງບ້ານ, ບ້ານເພຍເຫຼັກມີໂຄງການເຂົ້າມາຈັດຕັ້ງປະຕິບັດ 4 ໂຄງການທີ່ນອນຢູ່ໃນແຜນງານໜື່ງດຽວທີ່ມີສ່ວນຮ່ວມຫຼາຍຂະແໜງການ ແລະ ໂຄງການ( NRI) ເອັນອາໄອ, ທີ່ສະໜັບສະໜູນຈາກ ( ເອດີບີ) ແລະໄດ້ທຶນສະໜັບສະໜູນຈາກໂຄງການ ລພຊ ເລີ່ມແຕ່ ເດືອນ 6 ປີ 2022 ເປັນຕົ້ນມາ, ປະຈຸບັນລວມເປັນ 12 ງວດ, ລວມທັງໝົດ 53 ທ່ານ, ແມ່ຍິງຖືພາ 6 ທ່ານ ແລະ ເດັກນ້ອຍລຸ່ມ 2 ປີ 47 ຄົນ, ລວມເປັນເງິນທັງໝົດ 155,220.000 ກີບ. ຈາກນັ້ນບັນທ່ານທີ່ມາຈາກແຕ່ລະພາກສ່ວນກໍໄດ້ພ້ອມກັນແລກປ່ຽນປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ເພື່ອເເນ່ໃສ່ເຮັດໃຫ້ການຈັດຕັ້ງປະຕິບັດບັນດາກິດຈະກໍຂອງໂຄງການບັນລຸຕາມແຜນທີ່ໄດ້ວາງໄວ້.
ໃນຕອນທ້າຍຂອງພິທີຍັງໄດ້ຮັບຟັງການໂອ້ລົມທ່ານ ບຸນແພງ ລາວລີ ຮອງເຈົ້າເມືອງ ຜູ້ຊີ້ນໍາຂົງເຂດເສດຖະ ກິດຂັ້ນເມືອງ ທັງເປັນຜູ້ຊີ້ນໍາໂຄງການແຜນງານໜຶ່ງດຽວທີ່ມີສ່ວນຮ່ວມຈາກຫຼາຍຂະແໜງການ, ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງຫົວໜ້າຫ້ອງການ, ຜູ້ປະສານງານໂຄງການ, ແລະ ພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນປະໂຫຍດຈາກໂຄງທີ່ໄດ້ເອົາໃຈໃສ່ ແລະ ສ່ວນຮ່ວມບັນດາກິດຈະກໍາທີ່ທາງໂຄງການໄດ້ວາງອອກ ແລະ ມີຜົນສໍາເລັດໂດຍພື້ນຖານ, ພ້ອມດຽວກັນນັ້ນທ່ານຫຍັງໄດ້ຮຽກຮ້ອງໃຫ້ຜູ້ປະສານງານໂຄງການ ແລະ ຄະນະຮັບຜິດຊອບສືບຕໍ່ເອົາໃຈໃສ່ຊີ້ນໍາໃນການຈັດຕັັ້ງປະຕິບັດບັນດາກິດຈະກໍາທີ່ພວມດໍາເນີນໃຫ້ມີຜົນສໍາເລັດຕາມແຜນຂອງໂຄງການ.

Share:

ຂ່າວຫຼ້າສຸດ

ການເມືອງ

ແຂວງຜົ້ງສາລີ ເຜີຍແຜ່ເອກະສານ ສຶກສາການເມືອງແນວຄິດ ສຳລັບ ສະມາຊິກພັກ ພະນັກງານ ເພືອດຳເນີນຊີວິດການເມືອງທົ່ວພັກ.

  • 01 May 2025
  • ຂ່າວ: ຍີນໄຊ ສີບຸນເຮືອງ

...

ອ່ານເພີ່ມ

ການເມືອງ

ກອງຮ້ອຍທະຫານຊາຍແດນ 116 ເປິດຊຸດອົບຮົມ-ຫັດແອບ ໄຕມາດ I ປະຈໍາປີ 2025

  • 04 Apr 2025
  • ນັກຂ່າວ ປກຊ ແຂວງ

ໃນລະຫວ່າງທ້າຍເດືອນມີນາ 2025...

ອ່ານເພີ່ມ