ໜ້າຫຼັກ / ການເຄື່ອນໄຫວ / ກອງປະຊຸມຄົບຄະນະບໍລິຫານງານສະຫະພັນກຳມະບານເມືອງ ຍອດອູ ຄັ້ງທີ 2 ສະໄໝທີ VIII.

ກອງປະຊຸມຄົບຄະນະບໍລິຫານງານສະຫະພັນກຳມະບານເມືອງ ຍອດອູ ຄັ້ງທີ 2 ສະໄໝທີ VIII.

28 Mar 2025 | ຂ່າວ-ພາບ: ໄລພອນ ຖວທ ເມືອງ ຍອດອູ. |

ນຕອນເຊົ້າຂອງວັນທີ 28 ມີນາ 2025 ທີ່ຫ້ອງປະຊຸມສະໂມສອນຂອງເມືອງ ຍອດອູ ແຂວງຜົ້ງສາລີ ໄດ້ເປີດກອງປະຊຸມຄົບຄະນະບໍລິຫານງານສະຫະພັນກຳມະບານເມືອງ ຄັ້ງທີ 2 ສະໄໝທີ VIII ຂື້ນຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານຂອງສະຫາຍນາງ ກອງຈັນ ໂສລະທີ ກຳມະການພັກເມືອງ ປະທານສະຫະພັນກຳມະບານເມືອງ ແລະ ການເປັນກຽດເຂົ້າຮ່ວມ ຂອງສະຫາຍ ນາງ ແສງລອດ ຈັນດາ ປະທານແນວລາວສ້າງຊາດ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ມີບັນດາສະຫາຍ ກຳມະການປະ
ຈຳພັກເມືອງ ກຳມະການພັກເມືອງ, ຫົວໜ້າ-ຮອງຫ້ອງການອົງການຈັດຕັ້ງມະຫາຊົນ, ຄະນະບໍລິຫານງານສະຫະພັນກຳມະບານເມືອງ ຕະຫຼອດຮອດພະນັກງານວິຊາການພາຍໃນຫ້ອງການກຳມະບານເຂົ້າຮ່ວມທັງໝົດ 22 ທ່ານ, ຍິງ 8 ທ່ານ.
ໃນກອງປະຊຸມ ສະຫາຍນາງ ກອງຈັນ ໂສລະທີ ກຳມະການພັກເມືອງ ປະທານສະຫະພັນກຳມະບານເມືອງ ໄດ້ກ່າວເປີດກອງປະຊຸມ ແລະ ຜ່ານບົດຕີລາຄາທ່າແຂງ - ທ່ານອ່ອນຂອງຄະນະບໍລິຫານງານສະຫະພັນກຳມະບານເມືອງ ຊຸດທີ VIII, ຮັບຟັງ ມະຕິຕົກລົງຂອງຄະນະປະຈໍາພັກເມືອງ ວ່າດ້ວຍການຮັບຮອງເອົາຄະນະບໍລິຫານງານສະຫະ
ພັນກຳມະບານເມືອງ ຊຸດທີ VIII, ມະຕິຕົກລົງວ່າດ້ວຍການຮັບຮອງເອົາ ຜູ້ແທນໄປເຂົ້າຮ່ວມກອງປະຊຸມໃຫຍ່ຂອງຜູ້ແທນສະຫະພັນກຳມະບານແຂວງ, ມະຕິຕົກລົງວ່າດ້ວຍການແບ່ງໜ້າທີ່ຄວາມຮັບຜິດຊອບຂອງຄະນະບໍລິຫານງານສະຫະພັນກຳມະບານເມືອງ ຊຸດທີ VIII, ແຜນດໍາເນີນງານປະຈໍາປີ 2025 ແລະ ແຜນດໍາເນີນງານປະຈໍາ 5 ປີ ( 2025-2029) ຂອງຄະນະບໍລິຫານງານສະຫະພັນກໍາມະບານເມືອງ ແລະ ບົດຜັນຂະຫຍາຍ, ຂໍ້ກໍານົດວ່າດ້ວຍແບບແຜນວິທີເຮັດວຽກຂອງຄະນະບໍລິຫານງານສະ
ຫະພັນ ກຳມະບານເມືອງ. ຈາກນັ້ນ ບັນດາຜູ້ເຂົ້າຮ່ວມກໍ່ໄດ້ພ້ອມກັນປະກອບຄຳຄິດຄຳເຫັນໃສ່ບັນດາເອກະສານຕ່າງໆຢ່າງກົງໄປກົງມາ.
ມາໃນຕອນທ້າຍຂອງກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ນາງ ແສງລອດ ຈັນດາ ປະທານແນວລາວສ້າງຊາດ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານ ແລະ ໄຊຊະນະ ທີ່ທາງສະຫະພັນກຳມະບານເມືອງຍາດມາໄດ້ ເຊີ່ງເປັນການປະກອບສ່ວນທີ່ສຳຄັນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາເມືອງຍອດອູ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງໜັກແໜ້ນ ແລະ ໃຫ້ສະມາຊິກກຳມະການເມືອງຈົ່ງເປັນແບບຢ່າງ ນຳໜ້າໃນທຸກດ້ານ ເພື່ອຕ້ານປະກົດການຫຍໍ້ທໍ້ໃນສັງົມ

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ