ໜ້າຫຼັກ / ການເຄື່ອນໄຫວ / ກອງຮ້ອຍ 21 ເປິດຊຸດອົບຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ, ເຕັກນິກ ໄຕມາດ II ປີ 2024.

ກອງຮ້ອຍ 21 ເປິດຊຸດອົບຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ, ເຕັກນິກ ໄຕມາດ II ປີ 2024.

29 Aug 2024 | ວ.ທ ບຸນສີ ສີວິໄລ (ກອງຮ້ອຍ 21). |

ຕອນເຊົ້າຂອງວັນທີ 27 ສິງຫາ 2024 ນີ້, ກອງຮ້ອຍ 21 ທະຫານແຂວງຜົ້ງສາລີ, ໄດ້ຈັດພິທີເປີດຊຸດອົບຮົມ-ຫັດແອບ ການທະຫານ, ການເມືອງ ພະລາທິການ, ເຕັກນິກ ໄຕມາດ II ປີ 2024, ໂດຍເປັນປະທານຂອງ ສະຫາຍ  ພັນໂທ ບຸນໄຊ ສຸລິຄອນ ເລຂາຄະນະພັກ ຫົວໜ້າການເມືອງກອງຮ້ອຍ 21 ເຂົ້າຮ່ວມມີຄະນະພັກ-ຄະນະບັນຊາກົມກອງ ນາຍ ແລະ ພົນທະຫານ ເຂົ້າຮ່ວມຈໍານວນ 37 ສະຫາຍ, ຍິງ 3 ສະຫາຍ.

          ໃນພິທີ ສະຫາຍ ພັນຕີ ຄຳຫຼ້າ ອິນນະສັກ ຮອງຫົວໜ້າການທະຫານ ກອງຮ້ອຍ 21 ໄດ້ຂື້ນຜ່ານຂໍ້ຕົກລົງ ຂອງກອງບັນຊາການທະຫານແຂວງຜົ້ງສາລີ, ສະບັບເລກທີ 473/ກບຊກຂ ລົງວັນທີ 8 ສິງຫາ 2024 ວ່າດ້ວຍການອະນຸມັດໃຫ້ກອງຮ້ອຍ 21 ເປີດຊຸດອົມຮົມ ຫັດແອບ ການທະຫານ,ການເມືອງ, ພະລາທິການ, ເຕັກນິກ ໄຕມາດ II ປີ 2024 ຈາກນັ້ນ, ສະຫາຍ ຮ້ອຍໂທ ໄຊຍະພອນ ອິນພະວົງ  ໄດ້ຂື້ນຜ່ານແຜ່ນການອົບຮົມ-ຫັດແອບການທະຫານ, ການເມືອງ, ພະລາທິການ-ເຕັກນິກ ໄຕມາດ II ປີ 2024, ເຊິ່ງເນື້ອໃນການອົບຮົມຫັດແອບ ປະກອບພາກການເມືອງ 7 ວັນ, ພາກພະລາທິການ 2 ວັນ, ພາກລະບຽບ 15 ວັນ, ພາກກິລາການທະຫານ 10 ວັນ, ພາກສິລະປະຍຸດ 12 ວັນ, ພາກຍຸທະວິທີ 30 ວັນ, ພາກຄວາມຮູ້ກ່ຽວກັບເຫຼົາລົບ 7 ວັນ, ພາກວຽກງານເສນາທິການ 5 ວັນ, ກຳນົດເວລາ 90 ວັນ, ພ້ອມດຽວກັນນັ້ນ, ແຕ່ລະໝວດຍັງໄດ້ຜ່ານຂໍ້ແຂ່ງຂັ້ນກັນໃນການຮຽນດີຮຽນເກັງຕືມອີກ.

ຕອນທ້າຍຂອງພິທີຍັງໄດ້ຮັບຟັງການໂອ້ລົມຂອງປະທານພິທີ ເຊິ່ງກ່ອນອື່ນສະຫາຍໄດ້ຮຽກຮ້ອງຕໍ່ ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ. ພາຍໃນກົມກອງຈົ່ງເອົາໃຈໃສ່ອົບຮົມ-ຫັດແອບຮໍ່າຮຽນຄັ້ງນິ້. ໂດຍຈົ່ງສະເພາະກໍາແໜ້ນບົດຮຽນ, ທັງພາກທິດສະດີ ພາກປະຕິບັດຕົວຈີ່ງ ເພື່ອໄປໝູນໃຊ້ໃຫ້ຖືກຕ້ອງໃນວຽກງານຕົວຈິ່ງໃນສະເພາະໜ້າ ແລະ ຍາວນານ ເອົາໃຈໃສ່ປະຕິບັດຂໍ້ກໍານົດກົດລະບຽບເປັນຕົ້ນແມ່ນ 7 ລະບອບ 18 ວຽກໃນມື້ໜືງ, ຂອງກອງທັບກໍ່ຄືຂອງກົມກອງວ່າງອອກໃຫ້ເຂັ້ມງວດ ແລະ ຮັບປະກັນໃຫ້ມີຄວາມປອດໄພໃຫ້ໄດ້ 100%.

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ເຜີຍແຜ່ນະໂຍບາຍປັບປຸງໃໝ່ຂອງກອງທຶນປະກັນສຸຂະພາບແຫ່ງຊາດຢູ່ແຂວງຜົ້ງສາລີ.

  • 11 Oct 2024
  • ແສງຄຳ ສາລີວັນ

         ໃນວັນທີ 11 ສິງຫາ 2024 ນີ້,...

ອ່ານເພີ່ມ

ເສດຖະກິດ

ໂຄສະນາ, ເຜີຍແຜ່ ແລະ ສ້າງຈິດສໍານຶກໃນການຄຸ້ມຄອງ, ນໍາໃຊ້ ແລະ ປົກປັກ ຮັກສາວຽກງານດ້ານສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຢືນຍົງ ໃຫ້ໂຮງຮຽນ ມໍຕົ້ນ ພຽງໄຊ ເມືອງບຸນເໜືອ.

  • 10 Oct 2024
  • ແສງຄຳ ສາລີວັນ

            ຕອນເຊົ້າຂອງວັນທີ 9...

ອ່ານເພີ່ມ

ເສດຖະກິດ

ເຜີຍແຜ່ເນື້ອໃນສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ 3 ບ້ານທີ່ຂຶ້ນກັບເມືອງຜົ້ງສາລີ.

  • 08 Oct 2024
  • ແສງຄຳ ສາລີວັນ

...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງເສນາທິການ, ກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III

  • 08 Oct 2024
  • ທອງໄຊ ແສງອຸດົມ

ຄະນະພັກຮາກຖານຫ້ອງເສນາທິການ,...

ອ່ານເພີ່ມ