ໜ້າຫຼັກ / ການເຄື່ອນໄຫວ / ທ່ານເຈົ້າແຂວງລົງເຢື້ອມຢາມ ສູນຮ່ວມມືລາວ-ຫວຽດນາມ ຫາດຖຳ້

ທ່ານເຈົ້າແຂວງລົງເຢື້ອມຢາມ ສູນຮ່ວມມືລາວ-ຫວຽດນາມ ຫາດຖຳ້

29 Mar 2025 | ພາບ ຂ່າວ: ວັນວິໄລ ຖວທ |

ໃນຕອນເຊົ້າຂອງ ວັນທີ່ 29 ມີນາ 2025 ຜ່ານມານີ້ ທ່ານ ຄຳພອຍ ວັນນະສານ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຜົງສາລີ ພ້ອມດ້ວຍທີງານຂັ້ນແຂວງ, ມີ ທ່ານ ພອນທະວິ ໄຊມົນຕີ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆໃໝ່ ພ້ອມດ້ວຍທີມງານຂັ້ນເມືອງ ໄດ້ລົງເຢື້ອມຢາມ ສູນຮ່ວມມືລາວ-ຫວຽດນາມ ໃນການລົງມາໃນຄັ້ງນີ້ ເພື່ອເປັນການລົງຕິດຕາມ, ກວດກາ ແລະ ຊຸກຍູ້ ໃນການຈັດຕັ້ງບັນດາກິດຈະກຳ ໃນໄລຍະຜ່ານມາ ທີມີການປ່ອຍປະໃຫ້ພື້ນຖານໂຄງລ່າງມີການເຊື່ອມໂຊມ ມາໃນປະຈຸບັນໄດ້ມີການປັບປຸງລະບົບການຄຸມຄອງ ແລະ ແບບແຜນການນຳພາຈັດຕັ້ງປະຕິບັດ ເຊິ່ງໄດ້ມີການຊ້ອມແປງພ້ອມທັງບູລະນະພື້ນຖານໂຄງລ່າງຄືນໃໝ່ເຊິ່ງ ທ່ານ ໂພທອງ ໄຕສະຫວາດ ຫົວໜ້າສູນໄດ້ລາຍງານວ່າ: ສູນຮ່ວມມືລາວ-ຫວຽດນາມ ຫາດຖຳ້ ແຫ່ງນີ້ຕັ້ງຢູ່ຫ່າງຈາກເທດສະບານເມືອງໃໝ່ 8 ກິໂລແມັດ, ຕິດກັບທາງ 2E, ສູນມີເນື້ອທີທັງໝົດ 7, 25 ຮັກຕາແມັດ, ປະຈຸບັນມີພະນັກງານທັງໝົດ 6 ສະຫາຍ, ຍິງ 2 ສະຫາຍ, ໃນການຟື້ນຟູຜ່ານມາໄດ້ໃຊ້ແຮງງານຊາວໜຸ່ມທົ່ວເມືອງໃນການຖ່າງຫຍ້າຈຳນວນ 5 ຄັ້ງ ມີແຮງງານທັງໝົດ 135 ແຮງງານ, ນອກນັ້ນຍັງໄດ້ປັບດິນແລວປູກໝາກກາດາເມຍ 4 ແຖວ ມີເນື້ອທີ 1,09 ແຮັກຕາ, ຈຳນວນ 304 ຂຸນ, ມູນຄ່າ 12,600,000 ກີບ, ຖົມດິນປູກຝັງບ່ອນທີ່ດິນເຊື່ອມຄຸນນະພາບ ເນື້ອທີ່ 0,38 ແຮັກຕາ, ອະນາໄມອ່າງປະສົມພັນປາ ແລະ ໜອງປາ 9 ນອງ ເນື້ອທີ່ 1,22 ແຮັກຕາ ແລະ ສ້ອມແປງຄືນຮົ້ວທີ່ມີການເປ່ເພ ນອນນັ້ນຍັງວາງແຜນການ, ແຜນງານ, ໂຄງການ ຈະພະຍາຍາມສືບຕໍ່ຈັດຕັ້ງປະຕິບັດບັນດາກິດຈະກຳ ໂດຍສະເພາະແມ່ນຈະສືບຕໍ່ ອະນາໄມໜອງປາ, ສ້ອມແປງ ຫ້ອງການ, ເຮືອນຄົວ, ສາງເກັບມຽນອຸປະກອນ, ອ່າງປະສົມພັນປາ, ຄອກເປັດ-ໄກ່ ແລະ ເຮືອນສ້ຽງຂີ້ກະເດືອນ ພ້ອມທັງສືບຕໍ່ ລ້ຽງປາ, ອະນຸບານປາ, ລ້ຽງພໍ່ແມ່ພັນເປັດ-ໄກ່, ປູກມັນຟຣັ່ງ, ປູກແຄລອດ, ປູກພືດອາຫານສັດ ແລະ ປູກຜັກເຮືອນຮົ່ມ ໃນໂອກາດໄດ້ລົງມາໃນຄັ້ງນີ້ ທ່ານ ຄຳພອຍ ວັນນະສານ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຜົງສາລີ ຍັງໃຫ້ຄຳເຫັນຊີ້ນຳວ່າ ໃຫ້ທຸກຄົນ ມີຄວາມເປັນເຈົ້າການ ແລະ ສ້າງຄວາມສາມກັກຄີພາຍໃນຮອບດ້ານ ໂດຍພ້ອມກັນເອົາໃຈໃສ່ການຈັດຕັ້ງປະຕິບັດວຽກງານ ບົນພື້ນຖານຄວາມເຫັນດີເປັນເອກະພາບ ພ້ອມສ້າງສູນແຫ່ງນີ້ໃຫ້ມີໃບໜ້າອັນໃໝ່ ເອົາໃຈໃສ່ພັດທະນາສູນຮ່ວມມືລາວ-ຫວຽດນາມ ແຫ່ງນີ້ ຈົນສາມາດກາຍເປັນບ່ອນຕອບສະໜອງໃຫ້ພໍ່ແມ່ປະຊາຊົນທັງທາງດ້ານວິຊາການ ແລະ ສິນຄ້າ ໂດຍມີທັງປະລິມານ ແລະ ຄຸນນະພາບ

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ