ໜ້າຫຼັກ / ການເຄື່ອນໄຫວ / ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ລົງເຄື່ອນໄຫວພົບປະ ແລະ ຈັດຕັ້ງຜັນຂະຫຍາຍເນື້ອໃນຜົນສຳເລັດກອງປະຊຸມສະໄໝສາມັນສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ທີ່ກຸ່ມຫ້ວຍແອນ ແລະ ບ້ານເທດສະບານ ເມືອງຂວາ

ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ລົງເຄື່ອນໄຫວພົບປະ ແລະ ຈັດຕັ້ງຜັນຂະຫຍາຍເນື້ອໃນຜົນສຳເລັດກອງປະຊຸມສະໄໝສາມັນສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ທີ່ກຸ່ມຫ້ວຍແອນ ແລະ ບ້ານເທດສະບານ ເມືອງຂວາ

05 Sep 2024 | ສອນໄຊ ແສງມະນີ (ນັກຂ່າວຫ້ອງການ ຖວທ ເມືອງຂວາ) |

ໃນລະຫວ່າງວັນທີ 1-3 ກັນຍາ 2024  ທ່ານ ຄໍາມ່ວນ ຊົມສີຫາປັນຍາ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ, ຮອງປະທານກໍາມະທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່່ງແວດລ້ອມ ແລະ ທ່ານ ອູ່ເດດ ມະນີວົງ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ, ສະມາຊິກສະພາປະຊາຊົນແຂວງ ປະຈຳເມືອງ, ພ້ອມດ້ວຍທີມງານ ວິຊາການຕິດຕາມຂອງສະພາປະຊາຊົນແຂວງ ໄດ້ລົງພົບປະພໍ່ແມ່ປະຊາຊົນຢູ່ ກຸ່ມຫ້ວຍແອນ ລວມມີ 4 ບ້ານຄື: ບ້ານອົມລຸງ, ບ້ານຫ້ວຍລີກ, ບ້ານຫ້ວຍແພ, ບ້ານຕາງກົກ ແລະ ບ້ານເທດສະບານ ມີ 1 ບ້ານຄື: ບ້ານຫ້ວຍກູດ. ເຂົ້່າຮ່ວມຮັບຟັງມີອຳນາດການປົກຄອງບ້ານ, ເຖົ້າແກ່ແນວໂຮມ ແລະ ພໍ່ແມ່ປະຊາຊົນພາຍໃນ 5 ບ້ານດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງການລົງເຄື່ອນໄຫວຄັ້ງນີ້ ເພື່ອເປັນການຈັດຕັ້ງຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ເນື້ອໃນຜົນສໍາເລັດ ຂອງກອງປະຊຸມສະ ໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ແນໃສ່ເຮັດໃຫ້ບັດດານິຕິກຳ, ບັນຫາພື້ນຖານຂອງທ້ອງຖິ່ນ ທີ່ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ໄດ້ພິຈາລະນາຮັບຮອງເອົາ ໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈ ແລະ ເປັນການປະຕິບັດພາບົດບາດ, ສິດ ແລະ ໜ້າທີ່ ຂອງສະມາຊິກສະພາປະຊາຊົນແຂວງ ຕາມທີ່ກໍານົດໄວ້ໃນກົດໝາຍ ໃນການລາຍງານແຜນການເຄື່ອນໄຫວວຽກງານຂອງຕົນໃຫ້ຜູ້ສິດເລືອກຕັ້ງໄດ້ຮັບຊາບ, ທັງເປັນການລົງເກັບກໍາສະພາບການ ແລະ ຄໍາຄິດເຫັນ, ຄໍາສະເໜີຂອງປະຊາຊົນບັນດາເຜົ່າຕໍ່ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ. ເຊິ່ງເນື້ອໃນຜົນສຳເລັດກອງສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຈໍານວນ 20 ສະບັບ ແລະ ເນື້ອໃນຜົນສໍາເລັດກອງສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນແຂວງ ຈໍານວນ 4 ສະບັບ; ໃນໂອກາດລົງເຄື່ອນໄຫວການຈັດຕັ້ງຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ເນື້ອໃນຜົນສໍາເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ໃນຄັ້ງນີ້, ທ່ານ ຄໍາມ່ວນ ຊົມສີຫາປັນຍາ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ຮອງປະທານກໍາມະທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່່ງແວດລ້ອມ ແລະ ທ່ານ ອູ່ເດດ ມະນີວົງ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນ ສະມາຊິກສະພາປະຊາຊົນແຂວງ ປະຈຳເມືອງ ຍັງໄດ້ມອບອຸປະກອນການຮຽນ ແລະ ອຸປະກອນກິລາ ເປັນຕົ້໋ນແມ່ນ: ບິກຂຽນ, ປື້ມຂຽນ,ກະຕໍ້ຫວາຍ,ຕາໜ່າງ, ບານເຕະ, ແລະ ບານສົງ ຈຳນວນໜຶ່ງ ໄປມອບໃຫ້ອົງການປົກຄອງບ້ານ, ເພື່ອແຈກຢ້າຍໃຫ້ແກ່ນັກຮຽນ ໃນບັນດາບ້ານເປົ້າໝາຍ ລວມເປັນມູນຄາ 15 ລ້ານກວ່າກີບ.

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ເຜີຍແຜ່ນະໂຍບາຍປັບປຸງໃໝ່ຂອງກອງທຶນປະກັນສຸຂະພາບແຫ່ງຊາດຢູ່ແຂວງຜົ້ງສາລີ.

  • 11 Oct 2024
  • ແສງຄຳ ສາລີວັນ

         ໃນວັນທີ 11 ສິງຫາ 2024 ນີ້,...

ອ່ານເພີ່ມ

ເສດຖະກິດ

ໂຄສະນາ, ເຜີຍແຜ່ ແລະ ສ້າງຈິດສໍານຶກໃນການຄຸ້ມຄອງ, ນໍາໃຊ້ ແລະ ປົກປັກ ຮັກສາວຽກງານດ້ານສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຢືນຍົງ ໃຫ້ໂຮງຮຽນ ມໍຕົ້ນ ພຽງໄຊ ເມືອງບຸນເໜືອ.

  • 10 Oct 2024
  • ແສງຄຳ ສາລີວັນ

            ຕອນເຊົ້າຂອງວັນທີ 9...

ອ່ານເພີ່ມ

ເສດຖະກິດ

ເຜີຍແຜ່ເນື້ອໃນສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ 3 ບ້ານທີ່ຂຶ້ນກັບເມືອງຜົ້ງສາລີ.

  • 08 Oct 2024
  • ແສງຄຳ ສາລີວັນ

...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງເສນາທິການ, ກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III

  • 08 Oct 2024
  • ທອງໄຊ ແສງອຸດົມ

ຄະນະພັກຮາກຖານຫ້ອງເສນາທິການ,...

ອ່ານເພີ່ມ