ໜ້າຫຼັກ / ການເຄື່ອນໄຫວ / ກອງປະຊຸມໃຫຍ່ຄັ້ງທີ VIII ຂອງຜູ້ແທນຄະນະກຳມະການແນວລາວສ້າງຊາດເມືອງບຸນເໜືອ.

ກອງປະຊຸມໃຫຍ່ຄັ້ງທີ VIII ຂອງຜູ້ແທນຄະນະກຳມະການແນວລາວສ້າງຊາດເມືອງບຸນເໜືອ.

01 Apr 2025 | ຂ່າວ: ເມືອງບຸນເໜືອ |

ກອງປະຊຸມໃຫຍ່ຜູ້ແທນ ແນວລາວສ້າງຊາດ ເມືອງບຸນເໜືອ ຄັ້ງທີ VIII ໄດ້ໄຂຂື້ນຢ່າງເປັນທາງການ ໃນວັນທີ 1 ເມສາ 2025 ນີ້ ຢູ່ທີ່ສະໂມສອນເມືອງບຸນເໜືອ, ພາຍໃຕ້ການເປັນປະທານຂອງທ່ານ ບຸນລຳ ທຳມະໃຈ ຄະນະປະຈໍາພັກເມືອງ, ປະທານແນວລາວສ້າງຊາດເມືອງ, ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ພອນໄຊ ແກ້ວສົມພັນ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ, ທ່ານ ສົມພາບ ດາລາຈັກ ກໍາມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງ- ເມືອງບຸນເໜືອ, ມີຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ກຳມະການແນວລາວສ້າງຊາດເມືອງ, ພະເຖລາ ນຸເຖລະ, ຜູ້ຊົງຄຸນວຸດທິ ແລະ ຕົວແທນມາຈາກຮາກຖານບ້ານ, ແຂກຖືກເຊີນ ເຂົ້າຮ່ວມ.
ໃນກອງປະຊຸມທ່ານ ບຸນລຳ ທຳມະໃຈ ຄະນະປະຈຳພັກເມືອງ, ປະທານແນວລາວສ້າງຊາດເມືອງໄດ້ກ່າວໄຂກອງປະຊຸມຢ່າງເປັນທາງການ ພ້ອມທັງຜ່ານຮ່າງລາຍງານການເມືອງ, ຕີລາຄາການຈັດຕັ້ງປະຕິບັດວຽກງານຂອງຄະນະກຳມະການແນວລາວສ້າງຊາດເມືອງໃນໄລຍະ 5 ປີຜ່ານມາໂດຍໄດ້ຍົກໃຫ້ເຫັນຜົນງານດ້ານດີ, ບົດຮຽນທີ່ຖອດ
ຖອນໄດ້ ແລະ ບາງດ້ານທີ່ຄົງຄ້າງທີ່ຈະສືບຕໍ່ແກ້ໄຂໃນຕໍ່ໜ້າ. ເຊິ່ງໃນໄລຍະທີ່ຜ່ານມາ ແນວລາວສ້າງຊາດເມືອງ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີ ຂອງແນວລາວອິດສະຫຼະ ແລະ ແນວລາວຮັກຊາດໃນເມື່ອກ່ອນ ສືບຕໍ່ເຮັດໜ້າທີ່ເປັນຄັນທຸງແຫ່ງການເຕົ້າໂຮມຄວາມສາມັກຄີທົ່ວປວງຊົນ ເປັນປຶກແຜ່ນແໜ້ນ
ໜາ, ສົມທົບກັບອົງການຈັດຕັ້ງພາຄີ, ພາກສ່ວນຕ່າງໆ ໃນສັງຄົມເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ຊັ້ນຄົນ ອະນຸລັກຮັກສາຮີດຄອງປະເພນີ ອັນດີງາມຂອງຊາດ, ຂອງທ້ອງຖິ່ນ ພ້ອມທັງປຸກລະດົມກໍາລັງແຮງໃນທົ່ວສັງຄົມ ເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງ
ດອງ, ເຮັດໃຫ້ປະຊາຊົນບັນດາເຜົ່າ ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ ເຫັນໄດ້ຄວາມໝາຍຄວາມສຳຄັນຂອງແນວລາວສ້າງຊາດສູງຂຶ້ນ, ຈາກນັ້ນ,ຜູ້ແທນກອງປະຊຸມປະກອບຄຳເຫັນຕໍ່ຮ່າງບົດລາຍງານການເມືອງ 2 ພາກ ແລະ ຮ່າງແຜນພັດທະນາວຽກງານແນວລາວສ້າງຊາດ ຍັງໄດ້ຮັບຟັງການລາຍງານ ຂອງທ່ານ ກ້ອນ ຂັນທະສິນ ຄອບຄົວຕົວແບບ ບໍລິການປະສົມປະສານ ທາງດ້ານການສ້າງເສດຖະກິດຄອບຄົວ ແລະ ໄດ້ຮັບຮອງເອົາທິດທາງແຜນການພັດທະນາວຽກງານແນວລາວສ້າງຊາດ 5 ປີໃນຕໍ່ໜ້າ2025-2029 ແລະ ໃນໂອກາດນີ້ຄະນະກໍາມະການແນວລາວສ້າງຊາດເມືອງຊຸດເກົ່າໄດ້ຂື້ນຜ່ານບົດສຳຫຼວດການນຳພາລວມພ້ອມທັງກ່າວລາໜ້າທີ່ ແລະ ກອງປະຊຸມໄດ້ປະຊາມະຕິເປັນເອກະສັນກັນຄັດເລືອກເອົາຄະນະກຳມະການແນວລາວສ້າງຊາດເມືອງຊຸດໃໝ່ຈຳນວນ 38 ທ່ານ, ຍິງ 4 ທ່ານ,ໂດຍກອງປະຊຸມຄັ້ງປະຖົມມະລືກໄດ້ເລືອກຕັ້ງ ຄະນະປະຈໍາແນວລາວສ້າງຊາດ 5 ທ່ານ, ຍິງ 2 ທ່ານ, ກອງປະຊຸມໄດ້ຮັບຮອງເອົາ ທ່ານ ບຸນລຳ ທຳມະໃຈ ຄະນະປະຈໍາພັກເມືອງ ເປັນປະທານແນວລາວສ້າງຊາດເມືອງ, ຮັບຮອງເອົາ ທ່ານ ພອນໄຊ ຈິດນະວົງ, ທ່ານ ນາງ ສົມແພງ ດາລາຈັກ ແລະ ທ່ານ ບົວລາ ແກ້ວວີໄລ ແລະ ຮັບຮອງ ເອົາ ທ່ານ ພອນໄຊ ຈິດນະວົງ ເປັນປະທານກວດກາແນວລາວສ້າງຊາດ , ທ່ານ ນາງ ສົມແພງ ດາລາຈັກ ເປັນຮອງປະທານກວດກາ ແລະ ທ່ານ ນາງ ພູວອນ ເປັນຄະນະກວດກາ, ຮັບຮອງເອົາທີ່ປຶກສາ ຫຼື ຄູ່ຮ່ວມ
ງານຂອງແນວລາວສ້າງຊາດ ຈຳນວນ 5 ທ່ານ, ຍິງ 1 ທ່ານ ແລະ ຮັບຮອງເອົາຜູ້ ແທນສົມບຸນ ແລະ ສຳຮອງ ທີ່ໄປເຂົ້າຮ່ວມກອງປະຊຸມໃຫຍ່ແນວລາວສ້າງຊາດແຂວງຊຸດທີ VIII ມີຜູ້ແທນສົມບຸນ 10 ທ່ານ, ຍິງ 4 ທ່ານ, ສໍາຮອງ 2 ທ່ານ ເປັນຜູ້ຊ່ວຍວຽກງານກວດກາແນວລາວສ້າງຊາດ.ກອງປະຊຸມທີ່ມີຄວາມໝາຍຄວາມສຳຄັນນີ້ປະທານແນວລາວສ້າງຊາດເມືອງໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ແລະ ມອບໃບຢັ້ງຢືນຮັບຮອງເມືອງສາມັກຄີປອງດອງໃຫ້ກຽດມອບໂດຍທ່ານ ພອນໄຊ ແກ້ວສົມພັນ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ ເປັນກຽດຂຶ້ນຂອງທ່ານ ບຸນລຳ ທຳມະໃຈ ຄະນະປະຈໍາພັກເມືອງ. ຈາກນັ້ນໄດ້ລັ່ນຄ້ອງ 9 ບາດພ້ອມທັງເປີດປ້າຍຮັບຮອງເມືອງບຸນເໜືອເປັນເມືອງສາມັກຄີປອງດອງ.
ຕອນທ້າຍຂອງກອງປະຊຸມໄດ້ຟັງການໂອ້ລົມຂອງທ່ານ ພອນໄຊ ແກ້ວສົມພັນ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ ເຊິ່ງທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການຊີ້ນຳ - ນໍາພາ ຂອງຄະນະກໍາມະການ ແນວລາວສ້າງຊາດເມືອງໃນຊຸດຜ່ານມາ ແລະ ໄດ້ສະແດງຄວາມເປັນຫ່ວງເປັນໄຍ, ເນັ້ນໜັກບາງບັນຫາທີ່ຄຳຄັນ ເຖິງການປະຕິບັດ, ພາລະບົດບາດ, ສິດໜ້າທີ່ຂອງແນວລາວສ້າງຊາດ, ວຽກປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ແຜນພັດທະນາເສດຖະກິດ - ສັງຄົມ ເພື່ອໃຫ້ຄະນະກຳມະການແນວລາວສ້າງຊາດ ຊຸດທີ VIII ສືບຕໍ່ ຊີ້ນຳ - ນໍາພາ, ເປັນຄັນທຸງການເຕົ້າໂຮມຄວາມສາມັກຄີ ປອງດອງ ປະຊາຊົນບັນດາເຜົ່າ, ແກ້ໄຂໄກ່ເກ່ຍ ຂໍ້ຂັດ
ແຍ່ງ ທີ່ເກີດຂຶ້ນພາຍໃນຂອບເຂດຄວາມຮັບຜິດຊອບຂອງຕົນ, ເປັນເຈົ້າການປຸກລະດົມ ປະຊາຊົນບັນດາເຜົ່າ ປະກອບສ່ວນ ພັດທະນາ ແລະ ສ້າງສາເມືອງບຸນເໜືອ ໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ຂໍຮຽກຮ້ອງມາຍັງຄະນະກຳມະການ ແນວລາວສ້າງຊາດເມືອງ ຊຸດທີ VIII ແລະ ຜູ້ແທນທຸກທ່ານໃນກອງປະຊຸມຈົ່ງພ້ອມກັນນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ໄປເຜີຍແຜ່ຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກຜົນ ແລະ ປະສົບຜົນສໍາເລັດຢ່າງມີໄຊ.

Share:

ຂ່າວຫຼ້າສຸດ

ການເມືອງ

ແຂວງຜົ້ງສາລີ ເຜີຍແຜ່ເອກະສານ ສຶກສາການເມືອງແນວຄິດ ສຳລັບ ສະມາຊິກພັກ ພະນັກງານ ເພືອດຳເນີນຊີວິດການເມືອງທົ່ວພັກ.

  • 01 May 2025
  • ຂ່າວ: ຍີນໄຊ ສີບຸນເຮືອງ

...

ອ່ານເພີ່ມ

ເມືອງຜົ້ງສາເຜີຍແຜ່ເຊື່ອມຊຶມເອກະສານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ-ພະນັກງານເພື່ອດໍາເນີນຊີວິດການເມືອງທົ່ວພັ

  • 03 Apr 2025
  • ນັກຂ່າວຫ້ອງການ ຖວທ ເມືອງຜົ້ງສາລີ

...

ອ່ານເພີ່ມ