ໜ້າຫຼັກ / ການເຄື່ອນໄຫວ / ກັກຕົວໄວລຸ້ນ ອາຍຸ 20 ປີ ມີຢາສູບໄຟຟ້າ ແລະ ໃບກະທ້ອມໄວ້ໃນຄອບຄອງ.

ກັກຕົວໄວລຸ້ນ ອາຍຸ 20 ປີ ມີຢາສູບໄຟຟ້າ ແລະ ໃບກະທ້ອມໄວ້ໃນຄອບຄອງ.

01 Jan 1970 | ນັກຂ່າວ ປກສ ແຂວງ |

ໃນທ້າຍ ເດືອນ ມີນາ 2025 ພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງບຸນເໜືອ ໄດ້ຮັບລາຍງານຈາກພົນລະເມືອງດີວ່າ ມີໄວລຸ້ນໄດ້ມີການພົວພັນລັກລອບ ຄ້າຂາຍ ແລະ ຂົນສົ່ງ ຢາສູບໄຟຟ້າ ແລະ ໃບກະທ້ອມ ດັ່ງນັ້ນ ຄະນະພັກ-ຄະນະບັນຊາກອງບັນຊາການ ປກສ ເມືອງບຸນເໜືອ ຈຶ່ງໄດ້ແຕ່ງຕັ້ງເຈົ້າໜ້າທີ່ໜ່ວຍງານວິຊາສະເພາະ ລົງຕິດຕາມກວດກາ ເຊິ່ງເຫັນວ່າມີມູນຄວາມຈິງແທ້. ຈາກນັ້ນ ມາຮອດວັນທີ 26 ມີນາ 2025 ໄດ້ພົບເຫັນໄວລຸ້ນ ກໍາລັງຍົກແກັດມາໃນຄີວລົດເມ, ທາງເຈົ້າໜ້າທີ່ຈຶ່ງໄດ້ຂໍກວດກາ ພາຍຫຼັງແກະແກັດດັ່ງກ່າວ ສາມາດພົບເຫັນຢາສູບໄຟຟ້າ ແລະ ໃບກະທ້ອມ ສະນັ້ນ ທາງເຈົ້າໜ້າທີ່ຈຶ່ງໄດ້ກັກຕົວເຈົ້າຂອງແກັດ ແລະ ໃຫ້ຮູ້ວ່າ ເຈົ້າຂອງແກັດຊື່ ທ້າວ ສີງປ້ອມ ອາຍຸ 20 ປີ ອາຊີບປະຊາຊົນ, ຢູ່ບ້ານກາດ, ເມືອງຍອດອູ ແຂວງຜົ້ງສາລີ ພ້ອມຂອງກາງ ນໍ້າຢາປົນນໍ້າກະທ້ອມ ໃນຈໍານວນ 180 ຊຸດ, ຢາສູບໄຟຟ້າ 02 ກັບ ມີຈຳນວນ 20 ອັນ ມາສືບສວນ-ສອບສວນ. ຜ່ານການສືບສວນ-ສອບສວນໃນເບຶ້ອງຕົ້ນ ຜູ້ກ່ຽວໄດ້ຮັບສາລະພາບວ່າແມ່ນຂອງຕົນເອງແທ້ ພ້ອມທັງໃຫ້ການອິກວ່າ: ໃນຕອນເຊົ້າເວລາປະມານ 08 ໂມງຂອງວັນ ທີ່ 24 ມີນາ 2025 ຜູ້ກ່ຽວໄດ້ແຊດເຂົ້າຢູ່ກຸ່ມຂາຍນໍ້າກະທ້ອມ ພາຍໃນເຟດບຸກ ແລະ ໄດ້ເຫັນກຸ່ມຄົນລົງຂາຍນໍ້າກະທ້ອມ, ດັ່ງນັ້ນຜູ້ກ່ຽວຈຶ່ງໄດ້ສັ່ງຊື້ໃບກະທ້ອມ ພ້ອມກັບຢາສູບໄຟຟ້າ ແລະ ນໍ້າຢາປົນນໍ້າກະທ້ອມ ໃນຈໍານວນ 180 ຊຸດ, ຢາສູບໄຟຟ້າ 02 ກັບ ມີຈຳນວນ 20 ອັນ ໃນມູນຄ່າ 7,600,000 ກີບ. ເພື່ອຈະນໍາມາຂາຍໃຫ້ໄວລຸ້ນ ແຕ່ຖືກເຈົ້າໜ້າທີ່ກັກຕົວໄດ້ ພ້ອມຂອງກາງຈໍານວນດັ່ງກ່າວ. ສ່ວນຄະດີດັ່ງກ່າວນີ້ ທາງເຈົ້້າໜ້າທີ່ພວມດໍາເນີນການສອບສວນຫາກຸ່ມແກ້ງຮ່ວມຂະບວນການ ມາດໍາເນີນການຕາມລະບຽບກົດໝາຍຂອງບ້ານເມືອງ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ