ໜ້າຫຼັກ / ການເຄື່ອນໄຫວ / ຮອງປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະທີມງານລົງເຄື່ອນໄຫວພົບປະ ແລະ ຈັດຕັ້ງຜັນຂະຫຍາຍເນື້ອໃນຜົນສຳເລັດກອງປະຊຸມສະໄໝສາມັນສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ທີ່ເມືອງຂວາ

ຮອງປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະທີມງານລົງເຄື່ອນໄຫວພົບປະ ແລະ ຈັດຕັ້ງຜັນຂະຫຍາຍເນື້ອໃນຜົນສຳເລັດກອງປະຊຸມສະໄໝສາມັນສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ທີ່ເມືອງຂວາ

05 Sep 2024 | ສອນໄຊ ແສງມະນີ (ນັກຂ່າວຫ້ອງການ ຖວທ ເມືອງຂວາ) |

ຕອນເຊົ້າຂອງວັນທີ 4 ກັນຍາ 2024 ນີ້, ທ່ານ ຫຸມເພັງ ຈອມວິສານ ຮອງປະທານສະພາປະຊາຊົນແຂວງຜົ້ງສາລີ ແລະ ທ່ານ ພົມມີ ອິນມະສອນ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເມືອງ ໄດ້ລົງພົບປະ ແລະ ຈັດຕັ້ງຜັນຂະຫຍາຍເນື້ອໃນຜົນສໍາເລັດກອງປະຊຸມສະໄໝສາມັນສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ທີ່ເມືອງຂວາ ເຂົ້າຮ່ວມມີ ທ່ານ ພອນທະວີ ໄຊ ມົນຕີ ກໍາມະການພັກແຂວງ ເລຂາພັກເຈົ້າເມືອງ, ມີບັນດາທ່ານກຳມະການປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຫົວໜ້າກອງບັນຊາການ ປກຊ-ປກສ, ພະນັກງານລັດຖະກອນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ,ພະນັກງານອາດີດການນໍາ, ເລຂາພັກນາຍບ້ານພາຍໃນທດສະບານເມືອງເຂົ້າຮ່ວມ.

ຈຸດປະສົງຂອງການເຄື່ອນໄຫວວຽກງານໃນຄັ້ງນີ້ ເພື່ອເປັນການຈັດຕັ້ງຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ເນື້ອໃນຜົນສໍາເລັດ ຂອງກອງປະຊຸມສະ ໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ແນໃສ່ເຮັດໃຫ້ບັດດາຕິກຳ, ບັນຫາພື້ນຖານຂອງທ້ອງຖິ່ນທີ່ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ໄດ້ພິຈາລະນາຮັບຮອງເອົາ ໃຫ້ພໍ່ແມ່ປະຊາຊົນ ໄດ້ຮັບຮູ້ ແລະ ເຂົ້າໃຈ ພ້ອມທັງເຂົ້າຮ່ວມໃນການຕິດຕາມກວດກາການຈັດຕັ້ງປະຕິບັດໜ້າທີ່ຢ່າງເຕັມສ່ວນ ແລະ ທົ່ວເຖິງ; ເປັນການປະຕິບັດພາບົດບາດ, ສິດ ແລະ ໜ້າທີ່ ຂອງສະມາຊິກສະພາປະຊາຊົນແຂວງ ຕາມທີ່ກໍານົດໄວ້ໃນກົດໝາຍ ໃນການລາຍງານແຜນການເຄື່ອນໄຫວວຽກງານຂອງຕົນໃຫ້ຜູ້ສິດເລືອກຕັ້ງໄດ້ຮັບຊາບ, ທັງເປັນການຫັນລົງສູ່ຮາກຖານການເມືອງ, ລົງເກັບກໍາສະພາບການ ແລະ ຄໍາຄິດເຫັນ,ຄໍາສະເໜີຂອງປະຊາຊົນບັນດາເຜົ່າ ຕໍ່ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ. ເຊິ່ງເນື້ອໃນຜົນສຳເລັດກອງສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດຈໍານວນ 20 ສະບັບ ແລະ ເນື້ອໃນຜົນສຳເລັດກອງສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນແຂວງ ຈໍານວນ 4 ສະບັບ;

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ