ກອງຮ້ອຍທະຫານຊາຍແດນ 111 ເປິດຊຸດອົບຮົມ-ຫັດແອບ ໄຕມາດ I ປະຈໍາປີ 2025
03 Apr 2025 | ພາບ-ຂ່າວ: ໄມເພັດ ແກ້ວບຸນເຮືອງ (ຄໍ 111) |
ທະຫານແຂວງຜົ້ງສາລີ,
ໄດ້ຈັດພິທີເປີດຊຸດອົບຮົມ-ຫັດແອບ, ການທະຫານ, ການເມືອງ ພະລາທິການ ແລະ ເຕັກນິກ ປະຈໍາໄຕມາດ I ປີ 2025, ໂດຍເປັນປະທານຂອງ ສະຫາຍ ພັນຕີ ຄຳເພັດ ຍອດສຸວັນ ເລຂາຄະນະພັກ ຫົວໜ້າການທະຫານກອງຮ້ອຍ 111, ມີຄະນະພັກ-ຄະນະບັນຊາ ນາຍ ແລະ ພົນທະຫານ ພາຍໃນກົມກອງເຂົ້າ.
ສະຫາຍ ພັນຕີ ຄໍາເພັດ ຍອດສຸວັນ ຫົວໜ້າການທະຫານກອງຮ້ອຍ 111 ໄດ້ຂື້ນຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງຜົ້ງສາລີ, ສະບັບເລກທີ 969/ກບຊກຂ, ລົງວັນທີ 03/ກຸມ2025 ວ່າດ້ວຍການອະນຸມັດໃຫ້ກອງຮ້ອຍ 111 ເປີດຊຸດອົມຮົມ-ຫັດແອບ ການທະຫານ,ການເມືອງ, ພະລາທິການ ແລະ ເຕັກນິກ ປະຈໍາໄຕມາດ I ປີ 2025 ຈາກນັ້ນ, ສະຫາຍ ພັນຕີ ວຽງຄອນ ທຳມະວົງຈິດ ຮອງຫົວໜ້າການທະຫານ ໄດ້ຜ່ານແຜ່ນການ ອົບຮົມ-ຫັດແອບ ການທະຫານ, ການເມືອງ ພະລາທິການ-ເຕັກ
ນິກ ປະຈໍາໄຕມາດ I ປີ 2025, ເຊິ່ງເນື້ອໃນການອົບຮົມຫັດແອບມີ 5 ພາກຄື: ພາກການເມືອງ 1 ວັນ, ພາກພະລາທິການ 1,5 ວັນ, ພາກລະບຽບ ຮູບແຖວພີທີຕ່າວໆ 4 ວັນ, ພາກກິລາການທະຫານ 4 ວັນ, ພາກສິນລະປະຍຸດ 13 ວັນ, ພາກຍຸດທະວິທີ 14 ວັນ, , ພາກວຽກງານເສນາທິການ 3 ວັນ, ກຳນົດເວລາ 90 ວັນ ຈຶ່ງຈະສໍາເລັດ, ພ້ອມດຽວກັນນັ້ນ, ແຕ່ລະໝວດຍັງໄດ້ຜ່ານຂໍ້ແຂ່ງຂັ້ນກັນໃນການຮຽນດີຮຽນເກັງຕືມອີກ.
ຕອນທ້າຍຍັງໄດ້ຮັບຟັງການໂອ້ລົມຂອງປະທານພິທີ ເຊິ່ງກ່ອນອື່ນສະຫາຍໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ, ຕະຫຼອດຄູອາຈານເອົາໃຈໃສ່ສືບຕໍ່ພ້ອມກັນຈັດຕັ້ງປະຕິບັດທວນຄືນ ບົດຮຽນ, ທາງດ້ານສິນລະປະຍຸດ-ຍຸດທະວີທີ, ທິດສະດີ, ພາກປະຕິບັດຕົວຈິງ ເພື່ອໄປໝູນໃຊ້ໃຫ້ຖືກຕ້ອງໃນວຽກງານຕົວຈິ່ງ, ເຮັດ ສຳເລັດໜ້າທີ່ຕາມການມອບໝາຍ, ສ້າງໃຫ້ພະນັກງານ-ນັກຮົບຢູ່ພາຍໃນກົມກອງນັບມື້ນັບມີຄວາມຮູ້ພື້ນຖານ, ການເມືອງໜັກແໜ້ນ ແລະ ເຂັ້ມແຂງທາງດ້ານການຈັດຕັ້ງຂື້ນໄປເລື່ອຍໆ.
Share: