ໜ້າຫຼັກ / ການເຄື່ອນໄຫວ / ກອງຮ້ອຍທະຫານຊາຍແດນ 119 ເປິດຊຸດອົບຮົມ-ຫັດແອບ ໄຕມາດ I ປະຈໍາປີ 2025

ກອງຮ້ອຍທະຫານຊາຍແດນ 119 ເປິດຊຸດອົບຮົມ-ຫັດແອບ ໄຕມາດ I ປະຈໍາປີ 2025

02 Apr 2025 | ທອງໄຊ ແສງອຸດົມ |

ຕອນເຊົ້າຂອງວັນທີ 2 ເມສາ 2025 ນີ້, ກອງຮ້ອຍທະຫານຊາຍແດນ 119 ທະຫານແຂວງຜົ້ງສາລີ, ໄດ້ຈັດພິທີເປີດຊຸດອົບຮົມ-ຫັດແອບ, ການທະຫານ, ການເມືອງ ພະລາທິການ ແລະ ເຕັກນິກ ປະຈໍາໄຕມາດ I ປີ 2025, ໂດຍການເປັນປະທານຂອງ ສະຫາຍ ຮ້ອຍເອກ ງ່າ ຕະມອງ ຮອງເລຂາໜ່ວຍພັກ ຫົວໜ້າການທະຫານກອງຮ້ອຍ 119, ມີຄະນະພັກ-ຄະນະບັນຊາ ນາຍ ແລະ ພົນທະຫານ ພາຍໃນກົມກອງເຂົ້າຮ່ວມຈໍານວນ 53 ສະຫາຍ, ຍິງ 1 ສະຫາຍ.
ສະຫາຍ ຮ້ອຍເອກ ສຸກ ຈັນທະສີ ຮອງຫົວໜ້າການເມືອງກອງຮ້ອຍ 119 ໄດ້ຂື້ນຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງຜົ້ງສາລີ, ສະບັບເລກທີ 65/ກບຊກຂ, ລົງວັນທີ 03/3/2025 ວ່າດ້ວຍການອະນຸມັດໃຫ້ກອງຮ້ອຍທະຫານຊາຍແດນ 119 ເປີດຊຸດອົມຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ປະຈໍາໄຕມາດ I ປີ 2025 ຈາກນັ້ນ, ສະຫາຍ ຮ້ອຍເອກ ວົງເພັດ ສູນວິເລີດ ຮອງຫົວໜ້າການທະຫານ ໄດ້ຜ່ານແຜ່ນການ ອົບຮົມ-ຫັດແອບ ການທະຫານ, ການເມືອງ ພະລາທິການ ແລະ ເຕັກນິກ ປະຈໍາໄຕມາດ I ປີ 2025, ເຊິ່ງເນື້ອໃນການອົບຮົມຫັດແອບມີ 5 ພາກຄື: ພາກການເມືອງ 6 ວັນ, ພາກພະລາທິການ 10 ວັນ, ພາກລະບຽບ ຮູບແຖວພີທີຕ່າງໆ 9 ວັນ, ພາກກິລາການທະຫານ 2 ວັນ, ພາກສິນລະປະຍຸດ 12 ວັນ, ພາກຍຸດທະວິທີ 20 ວັນ, , ພາກວຽກງານເສນາທິການ 26 ວັນ, ກຳນົດເວລາ 90 ວັນ ຈຶ່ງຈະສໍາເລັດ, ພ້ອມດຽວກັນນັ້ນ, ແຕ່ລະໝວດຍັງໄດ້ຜ່ານຂໍ້ແຂ່ງຂັ້ນກັນໃນການຮຽນດີຮຽນເກັງຕືມອີກ.
ຕອນທ້າຍຍັງໄດ້ຮັບຟັງການໂອ້ລົມຂອງປະທານພິທີ ເຊິ່ງກ່ອນອື່ນສະຫາຍໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ, ຕະຫຼອດຄູອາຈານເອົາໃຈໃສ່ສືບຕໍ່ພ້ອມກັນຈັດຕັ້ງປະຕິບັດທວນຄືນ ບົດຮຽນ, ທາງດ້ານສິນລະປະຍຸດ-ຍຸດທະວີທີ, ທິດສະດີ, ພາກປະຕິບັດຕົວຈິງ ເພື່ອໄປໝູນໃຊ້ໃຫ້ຖືກຕ້ອງໃນວຽກງານຕົວຈິ່ງ, ເຮັດ ສຳເລັດໜ້າທີ່ຕາມການມອບໝາຍ, ສ້າງໃຫ້ພະນັກງານ-ນັກຮົບຢູ່ພາຍໃນກົມກອງນັບມື້ນັບມີຄວາມຮູ້ພື້ນຖານ, ການເມືອງໜັກແໜ້ນ ແລະ ເຂັ້ມແຂງທາງດ້ານການຈັດຕັ້ງຂື້ນໄປເລື່ອຍໆ .

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ