ໜ້າຫຼັກ / ການເຄື່ອນໄຫວ / ກອງບັນຊາການທະຫານແຂວງຜົ້ງສາລີ ຈັດພິທີມອບ-ຮັບເງິນອຸດໜູນໃຫ້ພະນັກງານບໍານານ.

ກອງບັນຊາການທະຫານແຂວງຜົ້ງສາລີ ຈັດພິທີມອບ-ຮັບເງິນອຸດໜູນໃຫ້ພະນັກງານບໍານານ.

03 Apr 2025 | ຂ່າວ-ພາບ: ທອງສຸກ ຈັນຖະໜອມ |

ໂດຍອີງໃສ່ນະໂຍບາຍຂອງພັກ-ລັດ ຕໍ່ນາຍທະຫານທີ່ໄດ້ຮັບບໍານານ. ໃນວັນທີ 3 ເມສາ 2025 ນີ້, ກອງບັນຊາການທະຫານແຂວງຜົ້ງສາລີ ຈັດພິທີມອບ-ຮັບເງິນອຸດໜູນໃຫ້ພະນັກງານບໍານານ, ຢູ່ທີ່ສະໂມສອນກອງບັນຊາການທະຫານແຂວງໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ, ມີຄະນະປະຈໍາພັກ, ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ, ພະແນກການກ່ຽວຂ້ອງ ແລະ ນາຍທະ
ຫານທີ່ເຂົ້າຮັບບໍານານເຂົ້າຮ່ວມ.
ສະຫາຍ ພັນເອກ ສົມຈັນ ລອດສຸລີ ຄະນະປະຈໍາພັກກອງບັນຊາການທະຫານແຂວງ ຮອງຫົວໜ້າການເມືອງ ຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງ
ກັນປະເທດ ສະບັບເລກທີ 2994, 2995, 3000, 3001, 3002, 3003, 3015, 3016, 3017, 3018, 3019, 3021 ແລະ 3941/ກປທ ລົງວັນທີ 13/05 ແລະ 14/06/2024 ວ່າດ້ວຍອະນຸມັດໃຫ້ນາຍທະຫານຢູ່ກອງບັນຊາການທະຫານແຂວງຜົ້ງສາລີ ຮັບອຸດໜູນບໍານານຕາມນະໂຍບາຍຂອງພັກ-ລັດ ຈໍານວນ 13 ສະຫາຍ, ພ້ອມທັງກ່າວມອບເງິນນະໂຍບາຍອຸດໜູນບໍານານດັ່ງກ່າວໂດຍ ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ແລະ ກ່າວຮັບໂດຍນາຍທະຫານທີ່ຜັກການເຂົ້າຮັບບໍານານຕາມລໍາດັບຢ່າງສົມກ່ຽດ.
ໃນພິທີທີ່ມີຄວາມໝາຍສໍາຄັນດັ່ງກ່າວ ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ໄດ້ໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ນາຍທະຫານທີ່ເຂົ້າຮັບບໍານານ, ທີ່ໄດ້ສຸມສະຕິປັນ, ເຫືອແຮງກໍາລັງກາຍຂອງຕົນປະກອບສ່ວນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນຕະລອດໄລຍະທີ່ຜ່ານມາ ແລະ ຮຽກຮ້ອງໃຫ້ສືບຕໍ່ຮັກສາມູນເຊື້ອອັນດີງາມຂອງຕົນ, ເປັນແບບຢ່າງທີ່ດີໃນສັງຄົມ, ເປັນຜູ້ສຶກສາອົບຮົມໃຫ້ພະນັກງານຮຸ່ນສືບທອດ, ກໍ່ຄືລູກຫຼານໃຫ້ເປັນຄົນຮູ້ຜູ້ດີ ແລະ ພາຍຫຼັງໄດ້ຮັບເງິນອຸດໜູນດັ່ງກ່າວແລ້ວໃຫ້ນໍາໄປໝູນໃຊ້ເຂົ້າໃນຄອບຄົວໃຫ້ເກີດປະໂຫຍດສູງສຸດ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ