ກອງປະຊຸມໂຄສະນາ ເຜີຍແຜ່ ກົດໝາຍ ຂົງເຂດສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ.
03 Apr 2025 | ຂ່າວ-ພາບ: ໄລພອນ ສີສົມພອນ ຖວທ ເມືອງຍອດອູ. |
ໃນວັນທີ 3 ເມສາ 2025 ນີ້, ທີ່ສະໂມສອນເມືອງຍອດອູ ແຂວງຜົ້ງສາລີ ໄດ້ຈັດ ກອງປະຊຸມໂຄສະນາ ເຜີຍແຜ່
ກົດໝາຍ ຂົງເຂດສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຫຸມເພັງ ຈອມວິສານ ກໍາມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມຫວັງ ສຸມວິໄລ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງເຈົ້າເມືອງໆຍອດອູ, ມີທ່ານ ທອງສີ ອີນຈັກ ຮອງເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊົນແຂວງ ປະຈຳເມືອງຍອດອູ, ມີບັນດາທ່ານກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ຫົວໜ້າກອງບັນຊາການ ປກຊ-ປກສ, ພະນັກງານ-ລັດຖະກອນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ລັດວິສາຫະກິດ ບັນດາທະນາຄານ ອົງການຈັດຕັ້ງບ້ານພາຍໃນເທດສະບານເມືອງເຂົ້າຮ່ວມ.
ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງ ການເຜີຍແຜ່ມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 04/ສພຊ, ລົງວັນທີ 20 ມີນາ 2025 ກ່ຽວກັບການຮັບຮອງເອົາລັດຖະທໍາມະນູນ, ເຜີຍແຜ່ ຄໍາແນະນໍາຂອງຄະນະປະຈໍາສະພາປະຊາຊົນແຂວງ ສະບັບເລກທີ 108/ຄປຈຂ, ລົງວັນທີ 25 ກຸມພາ 2025 ກ່ຽວກັບການຕິດຕາມກວດກາ ປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງທ່ານເຈົ້າແຂວງ; ຮັບຟັງການໂຄສະນາເຜີຍແຜ່ ກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ, ກົດໝາຍວ່າດ້ວຍການຕິດຕາມກວດກາຂອງ ສະພາປະຊາຊົນຂັ້ນແຂວງ, ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນແຂວງ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ. ການເຜີຍແຜ່ກົດໝາຍ ຂອງສະພາປະຊາຊົນແຂວງຄັ້ງນີ້ເພື່ອໃຫ້ອົງການ, ຂະແໜງການຂັ້ນເມືອງ ແລະ ຂັ້ນບ້ານ ໂດຍສະເພາະ ແມ່ນອົງການຈັດຕັ້ງພັກ-ລັດ, ພະນັກງານ-ລັດຖະກອນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ເນື້ອໃນຂອງກົດໝາຍດັ່ງກ່າວໃນຂອບເຂດຂອງສະພາປະຊາຊົນແຂວງ. ເຊິ່ງໃນໄລຍະຜ່ານມາ ເຫັນໄດ້ວ່າ ກົດໝາຍແມ່ນເປັນເຄື່ອງມືສຳຄັນໃຫ້ແກ່ອົງການຈັດຕັ້ງລັດ ໃນການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນໄດ້ເປັນຢ່າງດີ, ທັງເປັນການສ້າງເງື່ອນໄຂໃຫ້ປະຊາຊົນ ສາມາດເຂົ້າເຖິງຂະບວນການຍຸຕິທໍາຫຼາຍຂຶ້ນ, ສິດ ແລະ ຜົນປະໂຫຍດຂອງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ໄດ້ຮັບການປົກປ້ອງ ຕາມລັດຖະທໍາມະນູນ ແລະ ກົດໝາຍ ອັນເປັນການປະກອບສ່ວນເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ກໍາໄດ້ທີ່ຕັ້ງພາລະບົດບາດ, ສິດ ແລະ ໜ້າທີ່ຂອງຄະນະກໍາມະການ ສະພາປະຊາຊົນແຂວງ. ຈາກນັ້ນ ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໄດ້ເອົາໃຈໃສ່ຮັບຟັງ ແລະ ປະກອບຄໍາຄິດ, ຄໍາເຫັນເພື່ອເປັນການແລກປ່ຽນຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງຂອງທຸກພາກສ່ວນ. ທັງນີ້ ເພື່ອແນໃສ່ເຮັດໃຫ້ອົງການຈັດຕັ້ງລັດ ແລະ ພາກສ່ວນຕ່າງໆ ໃນສັງຄົມ ມີຄວາມຮັບຮູ້ເຂົ້າໃຈເປັນເອກະພາບກັນໃນການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ໃຫ້ຖືກຕ້ອງ ແລະ ເຂັ້ມງວດ.
Share: