ໜ້າຫຼັກ / ການເຄື່ອນໄຫວ / ພິທີປະກາດຮັບຮອງເອົາ ບ້ານ ກາດ ແລະ ບ້ານໃຕ້ ເປັນບ້ານພັດທະນາ ປີ 2025

ພິທີປະກາດຮັບຮອງເອົາ ບ້ານ ກາດ ແລະ ບ້ານໃຕ້ ເປັນບ້ານພັດທະນາ ປີ 2025

01 Apr 2025 | ນັກຂ່າວເມືອງຍອດອູລາຍງານ |

ໃນຕອນເຊົ້າຂອງວັນທີ 1 ເມສາ 2025 ນີ້, ຢູ່ທີ່ຫ້ອງການປົກຄອງບ້ານ ໃຕ້ ເມືອງຍອດອູ ແຂວງຜົ້ງສາລີ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນບ້ານພັດທະນາ ປີ 2025 ໃຫ້ແກ່ ບ້ານ ກາດ ແລະ ບ້ານ ໃຕ້ ຂຶ້ນຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສົມບູນ ອີນໃຈ ກຳມະການປະຈຳພັກເມືອງ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງ ມີທ່ານ ຈັນສຸກ ສຸລິຍະ ກຳມະການພັກເມືອງ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້, ມີທ່ານ ແສງຕຸ້ຍ ສີໃຈ ເລຂາພັກນາຍບ້ານໆ, ຮອງນາຍບ້ານ 2 ບ້ານ, ມີບັນດາທ່ານແຂກຖືກເຊີນ ຫ້ອງການກ່ຽວຂ້ອງ ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນ 2 ບ້ານເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີດັ່ງກ່າວ, ທ່ານເລຂາພັກນາຍບ້ານໆ ກາດ ຕາງໜ້າໃຫ້ທັງສອງບ້ານ ໄດ້ຂຶ້ນຜ່ານບົດສະຫຼຸບຫຍໍ້ ກ່ຽວກັບວຽກງານ ການສ້າງບ້ານພັດທະນາ ຈຳນວນ 2 ບ້ານ. ຕະຫຼອດໄລຍະຜ່ານມາ ອົງການປົກຄອງບ້ານ, ອົງການຈັດຕັ້ງແນວໂຮມ ແລະ ອົງການຈັດຕັ້ງທຸກຂັ້ນ ແມ່ນໄດ້ເອົາໃຈໃສ່ຈັດຕັ້ງ ນໍາພາການເຊື່ອມຊືມລະບຽບ, ກົດໝາຍ, ນິຕິກໍາ ແລະ ເອກະສານຕ່າງໆ ຂອງພັກ - ລັດ ຂັ້ນເທີງວາງອອກຢ່າງເປັນ ປົກກະຕິ ແລະ ຕໍ່ເນື່ອງ. ບ້ານກາດ ຫ່າງຈາກເທດສະບານເມືອງ 0,5 ກິໂລແມັດ, ທິດເໜືອຕິດກັບ ບ້ານເທີງ, ທິດໃຕ້ຕິດກັບບ້ານພານ,ທິດຕາເວັນອອກຕິດກັບບ້ານລຸ່ມ ແລະ ທິດຕາເວັນຕົກຕິດກັບບ້ານໃຕ້, ມີເນື້ອທີ່ການປົກຄອງທັງໝົດ 237,208 ເຮັກຕາ,ໃນນີ້ເນື້ອທີ່ການຜະລິດ 163,713 ເຮັກຕາ, ກວມ 69% ເນື້ອທີ່ປ່າຫ່ວງຫ້າມ 0 ເຮັກຕາ ກວມ 0 %,ເນື້ອທີ່ປ່າປ້ອງກັນ 0 ເຮັກຕາ ກວມ 0%,ເນື້ອທີ່ປ່າຊົມໃຊ້ 50,926 ເຮັກຕາ,ກວມ 21%,ປ່າສະຫງວນ 0 ເຮັກຕາ,ກວມ 0 %,ປ່າສັກສິດ 0 ເຮັກຕາ,ກວມ 0 % ແລະ ເນື້ອທີ່ປຸກສ້າງ 22,569 ເຮັກຕາ,ກວມ 10%, ບ້ານກາດ ປະກອບມີ 4 ເຜົ່າ(ເຜົ່າລື, ໄທດໍາ, ພູນ້ອຍ, ຢ້າວ), ມີ140 ຄົວເຮືອນ, ມີ 204 ຄອບຄົວ, ມີປະຊາກອນທັງໝົດ 665 ຄົນ, ຍິງ 320 ຄົນ, ໃນນັ້ນ;ມີແຮງງານຜະລິດ ທັງໝົດ 177 ແຮງ
ງານ, ຍິງ 90 ແຮງງານ ປະຊາຊົນສ່ວນໃຫຍ່ຖືອາຊີບເຮັດໄຮ່ປູກເຂົ້າເປັນອາຊີບຕົ້ນຕໍ,ຖືເອົາການລ້ຽງສັດ,ປູກຝັ່ງ ແລະ ເກັບເຄື່ອງປ່າຂອງດົງເປັນອາຊີບສຳຮອງ,ມີຄົວເຮືອນກຸ້ມກີນ 140 ຄົວເຮືອນ,ກວມ100% ຂອງຄົວເຮືອນທັງໝົດ. ການຜະລິດເປັນສີນຄ້າພາຍໃນບ້ານນັບມື້ນັບຂະຫຍາຍຕົວຢ່າງຕໍ່ເນື່ອງເຊີ່ງມາຮອດປະຈຸບັນມີມູນຄ່າລວມຜົນຜະລິດພາຍໃນ 5 ປີແມ່ນບັນລຸ 20 ຕື້ ກິບ,ໃນນີ້ດ້ານກະສິກຳປ່າໄມ້ບັນລຸ 15 ຕື້ ກິບ,ກວມ 75 % ,ສະເລ່ຍໃສ່ຕໍ່ຫົວຄົນໄດ້ 6,015,000 ກິບ/ຄົນ/ປີ. ບ້ານໃຕ້ມີ 244 ຄົວເຮືອນ, ມີ 357 ຄອບຄົວ, ມີພົນລະເມືອງທັງໝົດ 1,153 ຄົນ, ຍິງ 579 ຄົນ, ມີແຮງງານຜະລີດ 614 ຄົນ, ຍິງ 364 ຄົນ ເຊີ່ງສ່ວນໃຫຍ່ແມ່ນແຮງງານຜະລີດກະສິກໍາ, ປູກຝັ່ງລ້ຽງສັດກວມເອົາ 90%, ອຸດສາຫະກຳ-ຫັດຖະກຳກວມເອົາ 0,2%, ບໍລິການກວມ 0,8% ແລະ ເນື້ອທີ່ທຳການຜະລີດກວມ 218,12 ເຮັກຕາ ກວມ 12,50%, ບ້ານໃຕ້ປະກອບມີ 3 ຊົນເຜົ່າຄື: ເຜົ່າລື້, ເຜົ່າຫໍ້ ແລະ ເຜົ່າອີວມຽນ. ຈາກນັ້ນ, ໃນພິທີກໍ່ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການມອບໃບຢັ້ງຢືນບ້ານພັດທະນາ ໃຫ້ທັງ 2 ບ້ານ ເປັນກຽດກ່າວມອບໂດຍ ທ່ານ ສົມບູນ ອີນໃຈ ກຳມະການປະຈຳພັກເມືອງ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງ ແລະ ຂຶ້ນຮັບໂດຍແມ່ນ ເລຂາພັກນາຍບ້ານທັງ 2 ບ້ານ ຢ່າງສົມກຽດ.
ໃນພິທີ ທີ່ມີຄວາມໝາຍຄວາມສຳຄັນນັ້ນ, ຍັງໄດ້ຮັບຟັງການໂອ້ລົມ ຂອງທ່ານ ສົມບູນ ອີນໃຈ ກຳມະການປະຈຳພັກເມືອງ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ການກໍ່ສ້າງບ້ານເປັນຫົວໜ່ວຍພັດທະນາ ພ້ອມທັງຍົກໃຫ້ເຫັນທິດທາງ, ເປົ້າໝາຍ ແລະ ມາດຕະ
ຖານ ໃນການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານໃຫ້ເປັນຫົວໜ່ວຍພັດທະນາ ແລະ ທ່ານຍັງໄດ້ຮຽກຮ້ອງມາຍັງບັນດາ ຂະແໜງການຂັ້ນເມືອງໃຫ້ເອົາໃຈໃສ່ ລົງເຄື່ອນໄຫວເຜີຍແຜ່ເຊື່ອມຊຶ່ມ, ແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ ແລະ ນໍາພາສ້າງແຜນການ, ກໍານົດໂຄງການໃຫ້ລະອຽດຈະແຈ້ງໃນແຕ່ລະໄລຍະ, ພ້ອມທັງຊີ້ນໍາ - ນໍາພາ, ຕິດຕາມກວດກາ ໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ແລະ ມອບໃຫ້ອົງການປົກຄອງບ້ານບ້ານ ເປັນເຈົ້າ
ການໃນການສ້າງບ້ານໃຫ້ກາຍເປັນບ້ານພັດທະນາ ຕິດພັນກັບ ຂະບວນການແຂ່ງຂັນ “ ຮັກຊາດ ແລະ ພັດທະນາ“ ເພື່ອແນ່ໃສ່ເຮັດໃຫ້ທຸກຄົນ, ທຸກຄອບຄົວ ມີສະຕິ, ມີຄວາມເປັນເຈົ້າການ ແລະ ສ້າງຕົວແບບດີເດັ່ນໃຫ້ໄດ້ຫຼາຍດ້ານ, ມີຄຸນນະພາບ, ຍືນຍົງ ຈາກນັ້ນ ປະທານພິທີພ້ອມດ້ວຍ ອຳນາດການປົກຄອງບ້ານໄດ້ຮ່ວມກັນ ຕັດແພຜ້າ, ເປີດປ້າຍພ້ອມທັງລັ່ນຄ້ອງ 9 ບາດ ເພື່ອເປັນສັນຍາລັກ, ການປະກາດ ຮັບຮອງເອົາບ້ານກາດ ແລະ ບ້ານໃຕ້ເປັນບ້ານພັດທະນາຮອບດ້ານ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ