ໜ້າຫຼັກ / ການເຄື່ອນໄຫວ / ເມືອງບຸນເໜືອ ປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ.

ເມືອງບຸນເໜືອ ປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ.

04 Apr 2025 | ພາບ-ຂ່າວ: ຫ້ອງການ ຖວທ ເມືອງ. |

ວັນທີ 4 ເມສາ 2025 ທີ່ສະໂມສອນເມືອງບຸນເໜືອ ໄດ້ຈັດພິທີ ປາຖະກະຖາ ວັນສ້າງຕັ້ງຊາວໜຸ່ມ ປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ໂດຍເປັນປະທານຂອງທ່ານ ບຸນລຳ ທຳມະໃຈ ກຳມະການປະຈຳພັກເມືອງ ປະທານແນວລາວສ້າງຊາດ ຜູ້ຊີ້ນຳອົງການຈັດຕັ້ງມະຊາຊົນ, ມີບັນດາເລຂາຄະນະໜ່ວຍ, ສະມາຊິກຊາວໜຸ່ມອ້ອມຂ້າງເມືອງ, ໂຮງຮຽນ, ປກສ, ປກຊ, ຕະຫຼອດຮອດຊາວໜຸ່ມນັກຮຽນ ພາຍໃນເທສະບານເມືອງເຂົ້າຮ່ວມ 113 ທ່ານ, ຍິງ 80 ທ່ານ.
ທ່ານ ບຸນລຳ ທຳມະໃຈ ກຳມະການປະຈຳພັກເມືອງປະທານແນວລາວສ້າງຊາດ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນໄດ້ຂຶ້ນປາຖະກະຖາ ວັນສ້າງຕັ້ງຊາວໜຸ່ມ ປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (14 ເມສາ 1955- 14 ເມສາ 2024) ໂດຍໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ, ບົດບາດ, ທີ່ຕັ້ງ, ຍຸດທະສາດ ແລະ ມູນເຊື້ອອັນອົງອາດກ້າຫານ ຂອງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ສ້າງຜົນງານ, ສ້າງວິລະກໍາແຫ່ງການຕໍ່ສູ້ກູ້ຊາດ ຕ້ານຈັກກະພັດຜູ້ຮຸກຮານ ຍອມເສຍສະ
ຫຼະເລືອດເນື້ອຂອງຊາວໜຸ່ມບັນດາເຜົ່າ, ທັບມ້າງແອກປົກຄອງ ແລະ ທຸກກົນອຸບາຍຂອງພວກລ່າເມືອງຂຶ້ນ ເພື່ອກອບກູ້ເອົາຜືນແຜ່ນດິນອັນຄົບຖ້ວນ ນໍາເອົາຄວາມເປັນເອກະລາດ ປະຊາທິປະໄຕ ມາສູ່ປວງຊົນລາວທັງຊາດ. ມາໃນວັນທີ 22 ມິນາ 1955 ພັກປະຊາຊົນປະຕິວັດລາວໄດ້ຮັບການສ້າງຕັ້ງຂຶ້ນ, ດ້ວຍຄວາມເຊື່ອໝັ້ນໃນກໍາລັງແຮງ ຄວາມສາມາດ ແລະ ນໍ້າໃຈອັນອົງອາດກ້າຫານຂອງຊາວໜຸ່ມ, ໃນພາລະກິດປົດປ່ອຍຊາດ ພັກໄດ້ຖືເອົາວຽກງານຂົນຂວາຍຈັດຕັ້ງນໍາພາວຽກງານຊາວໜຸ່ມເປັນພາກສ່ວນໜື່ງທີ່ສຳຄັນ ໃນວຽກງານກໍ່ສ້າງກໍາລັງປະຕິວັດປົດປ່ອຍຊາດ.ສະນັ້ນ, ພັກຈຶ່ງຕົກລົງສ້າງຕັ້ງອົງການຈັດຕັ້ງຊາວໜຸ່ມຕະລຸມບອນຂຶ້ນ ໃນຖັນແຖວກໍາລັງປະ
ກອບອາວຸດ ໃນວັນທີ 14 ມີນາ 1955 ອົງການຈັດຕັ້ງຊາວໜຸ່ມໄດ້ກາຍເປັນໃຈກາງ ໃນທຸກສະໜາມຮົບ ດ້ວຍມານະຈິດທີວ່າ: ຍອມຕາຍດີກວ່າເສຍເອກະລາດ ເດັດຂາດບໍ່ຍອມໃຫ້ປະເທດຊາດຖືກຕັດແບ່ງ ແລະ ຄວາມປອງດອງຖືກທຳລາຍ ເພາະວ່າຊາວໜຸ່ມປະຊາຊົນປະຕິວັດລາວ ແມ່ນພັກປະຊາຊົນປະຕິວັດລາວເປັນຜູ້ຈັດຕັ້ງນໍາໂດຍກົງເປັນບ່ອນເຕົ້າໂຮມກຳລັງແຮງຂອງຊາວໜຸ່ມລາວບັນດາເຜົ່າ, ສຶກສາອົບຮົມ ແລະ ຝຶກຝົນຫຼໍຫຼອມຊາວໜຸ່ມກາຍເປັນກຳລັງປະຈັນບານທີ່ຈົ່ງຮັກພັກດີ ໃນພາລະກິດຂອງພັກ, ຂອງຊາດລາວເຮົາ.ໃນພິທີຍັງໄດ້ມອບຫຼຽນ ແລະ ໃບຍ້ອງຍໍໃຫ້ແກ່ບຸກຄົນ, ກົມກອງທີ່ມີຜົນງານດີເດັ່ນອີກດ້ວຍ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ