ໜ້າຫຼັກ / ການເຄື່ອນໄຫວ / ໂຮງຮຽນ ມສ ນາໄຊ ເມືອງສຳພັນ ຈັດພິທີໄຂສົກຮຽນໃໝ່ປະຈຳສົກຮຽນ 2024-2025

ໂຮງຮຽນ ມສ ນາໄຊ ເມືອງສຳພັນ ຈັດພິທີໄຂສົກຮຽນໃໝ່ປະຈຳສົກຮຽນ 2024-2025

05 Sep 2024 | ຄຳຮຸ່ງ (ນັກຂ່າວຫ້ອງການ ຖວທ ເມືອງສຳພັນ) |

ຕອນເຊົ້າຂອງວັນທີ 4 ກັນຍາ 2024 ນີ້ ຢູ່ທີ່ເດີ່ນໂຮງຮຽນ ມສ ນາໄຊເມືອງສຳພັນ, ແຂວງຜົ້ງສາລີ ໄດ້ຈັດພິທີໄຂສົກຮຽນໃໝ່ປະຈຳສົກຮຽນ 2024-2025 ຂື້ນຢ່າງເປັນທາງການ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສີແພງ ວາເລັງວ້າ ຄະນະປະຈຳພັກເມືອງ, ປະທານແນວລາວສ້າງຊາດ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ, ມີ ທ່ານ ນາງ ຍອດ ສານວິໄລ, ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີທ່ານ ນາງ ແກ້ວ ອຳໄພວັນ, ຜູ້ອຳນວຍການໂຮງຮຽນ ມສ ນາໄຊ, ມີບັນດາແຂກຖືກເຊີນຈາກອົງການຈັດຕັ້ງບ້ານ, ພໍ່ແມ່ຜູ້ປົກຄອງນັກຮຽນ, ຕະຫຼອດຮອດພະນັກງານຄູ-ອາຈານ ແລະ ນ້ອງນັກຮຽນນັບແຕ່ຊັ້ນມໍ1, ຊັ້ນມໍ 7 ເຂົ້າຮ່ວມ.

ໃນພິທີທ່ານ ນາງ ແກ້ວ ອຳໄພວັນ, ອຳນວຍການໂຮງຮຽນ ມສ ນາໄຊໄດ້ຂື້ນຜ່ານທິດທາງແຜນການຂອງໂຮງຮຽນ ມສ ນາໄຊ ປະຈຳສົກຮຽນ 2024-2025. ໂດຍປະຕິບັດຕາມແຜນຍຸດທະສາດການພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມເຂັ້ມແຂງພຽບພ້ອມໄປດ້ວຍພູມປັນຍາເວົ້າລວມ, ເວົ້າສະເພາະແມ່ນນັກຮຽນບັນດາເຜົ່າຜູ້ທີ່ພວມຮໍ່າຮຽນຢູ່ໂຮງຮຽນ ມສ ນາໄຊ ໃຫ້ມີຄວາມຮູ້, ມີຄຸນສົມບັດ, ມີຈິດໃຈຮັກຊາດ, ມີຄວາມຕື່ນຕົວເປັນເຈົ້າຕົນເອງມີຄວາມສາມັກຄີ ແລະ ເປັນເອກະພາບກັນພ້ອມກັນສ້າງໂຮງຮຽນໃຫ້ກາຍເປັນໂຮງຮຽນທີ່ມີກາຍຍະພາບທີດີ ຕາມ 5 ຫຼັກມູນຂອງການສຶກສາ, ມີຄວາມເປັນລະບຽບຮ້ອຍເຮັດໃຫ້ໂຮງຮຽນໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນືອງ, ນອກຈາກນີ້ຍັງໄດ້ຮັບຟັງການຜ່ານກົງຈັກການຈັດຕັ້ງຂອງໂຮງຮຽນ, ຜ່ານກົດລະບຽບຂອງໂຮງຮຽນ ແລະ ຜ່ານເນື້ອໃນ 3 ຂໍ້ແຂງຂັ້ນຂອງຂະແໜງການສືກສາ ແລະ ກິລາ.

ໃນຕ້ອນທ້າຍຍັງໄດ້ຮັບຟັງການໂອລົມຂອງທ່ານ ສີແພງ ວາເລັງວ້າ ຄະນະປະຈຳພັກເມືອງ,ປະທານແນວລາວສ້າງຊາດ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ, ເຊິ່ງທ່ານໄດ້ຮຽກຮ້ອງມາຍັງອຳນວຍການ ແລະ ຄະນະອຳນວຍການໂຮງນສືບຕໍ່ສືກສາອົບຮົມວຽກງານການເມືອງແນວຄິດໃຫ້ແກ່ຖັນແຖວຄູ-ອາຈານຕະຫຼອດຮອດສະມາຄົມພໍ່ແມ່ນັກຮຽນໃຫ້ເປັນປົກກະຕິຕໍ່ເນືອງ, ນອກຈາກນີ້ໃຫ້ສືບຕໍ່ກວດກາ ແລະ ປັບປຸງແບບແຜນການວິທີເຮັດວຽກ, ວີທີການນຳພາ ແລະ ເພີ່ມທະວີຄວາມສາມັກຄີພາຍໃນ ແລະ ພາຍນອກໃຫ້ແໜ້ນແຟ້ນຂື້ນຕືມ, ພ້ອມນີ້ຕ້ອງປະຕິບັດຕາມ 3 ຂໍ້ແຂງຂັ້ນ ແລະ 3 ລັກສະນະ 5 ຫຼັກມູນຂອງການສືກສາວາງອອກ, ນອກນີ້, ກໍຮຽກຮ້ອງມາຍັງພໍ່ແມ່ຜູ້ປົກຄອງນັກຮຽນ ກໍຄືສັງຄົມ ຈົ່ງພ້ອມກັນສືບຕໍ່ຊ່ວຍຊຸກຍູ້,ສົ່ງ ເສີມລູກຫຼານຂອງຕົນເອງ ໃຫ້ໄດ້ເຂົ້າຮຽນ ພ້ອມທັງແນະນໍາ ຕັກເຕືອນບອກສອນ ແລະ ສຶກສາອົບຮົມລູກຫຼານຂອງຕົນ ໃຫ້ເອົາໃຈໃສ່ຕໍ່ການສຶກສາຮໍ່າຮຽນ, ຮູ້ຄຸນຄ່າຂອງການຮຽນ ແລະ ຮຽກຮ້ອງໃຫ້ບັນດາລູກ-ຫຼານນັກຮຽນ ໃຫ້ເອົາໃຈໃສ່ປະຕິບັດກົດລະບຽບຂອງໂຮງຮຽນທີ່ວາງອອກຢ່າງເຂັ້ມງວດ, ດຸໝັ່ນຄົ້ນຄວ້າຮໍ່າຮຽນ, ຊອກສະແຫວງຫາຄວາມຮູ້ດ້ວຍຕົນເອງຈາກຫຼາຍໆແຫ່ງ ເພື່ອມາພັດທະນາປະເທດຊາດ, ພັດທະນາຕົນເອງ ໃຫ້ກາຍເປັນລູກທີ່ດີຂອງພໍ່ແມ່, ເປັນສິດທີ່ດີຂອງຄູ-ອາຈານ, ເປັນຫຼານຜູ້ປະເສີດຂອງປ້າລຸງ, ຮູ້ໄຈ້ແຍກມິດ-ສັດຕູ ຜູ້ບໍ່ຫວັງດີ ເປັນຜູ້ຮູ້ວິເຄາະເຫດການ, ເປັນຄົນເກັ່ງ ແລະ ເປັນຄົນດີຂອງສັງຄົມ. ບໍ່ຫຍຸ້ງກ່ຽວກັບສິ່ງເສບຕິດ, ບໍ່ຫຼິ້ນກິນຟຸມເຟືອຍ ແລະ ບໍ່ເປັນເຄື່ອງມືໃຫ້ກຸ່ມຄົນບໍ່ດີ ສ້າງຄວາມບໍ່ສະຫງົບສຸກໃຫ້ແກ່ສັງຄົມ.

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ເຜີຍແຜ່ນະໂຍບາຍປັບປຸງໃໝ່ຂອງກອງທຶນປະກັນສຸຂະພາບແຫ່ງຊາດຢູ່ແຂວງຜົ້ງສາລີ.

  • 11 Oct 2024
  • ແສງຄຳ ສາລີວັນ

         ໃນວັນທີ 11 ສິງຫາ 2024 ນີ້,...

ອ່ານເພີ່ມ

ເສດຖະກິດ

ໂຄສະນາ, ເຜີຍແຜ່ ແລະ ສ້າງຈິດສໍານຶກໃນການຄຸ້ມຄອງ, ນໍາໃຊ້ ແລະ ປົກປັກ ຮັກສາວຽກງານດ້ານສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຢືນຍົງ ໃຫ້ໂຮງຮຽນ ມໍຕົ້ນ ພຽງໄຊ ເມືອງບຸນເໜືອ.

  • 10 Oct 2024
  • ແສງຄຳ ສາລີວັນ

            ຕອນເຊົ້າຂອງວັນທີ 9...

ອ່ານເພີ່ມ

ເສດຖະກິດ

ເຜີຍແຜ່ເນື້ອໃນສຳປະທານພັດທະນາບໍ່ແຮ່ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຢູ່ 3 ບ້ານທີ່ຂຶ້ນກັບເມືອງຜົ້ງສາລີ.

  • 08 Oct 2024
  • ແສງຄຳ ສາລີວັນ

...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງເສນາທິການ, ກອງບັນຊາການທະຫານແຂວງຜົ້ງສາລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III

  • 08 Oct 2024
  • ທອງໄຊ ແສງອຸດົມ

ຄະນະພັກຮາກຖານຫ້ອງເສນາທິການ,...

ອ່ານເພີ່ມ