ໜ້າຫຼັກ / ການເຄື່ອນໄຫວ / ເມືອງບຸນເໜືອປະກາດຮັບຮອງ 2 ບ້ານ ເປັນບ້ານປ້ອງກັນຊາດເຂັ້ມແຂງ

ເມືອງບຸນເໜືອປະກາດຮັບຮອງ 2 ບ້ານ ເປັນບ້ານປ້ອງກັນຊາດເຂັ້ມແຂງ

07 Apr 2025 | ຂ່າວ-ພາບ: ຖວທ ເມືອງບຸນເໜືອ |

ຕອນເຊົ້າວັນທີ 7 ເມສາ 2025 ທີ່ຫ້ອງການບ້ານດອນຊາຍ ເມືອງບຸນເຫນືອ ແຂວງຜົ້ງສາລີ ໄດ້ຈັດພິທີປະກາດບ້ານ ບຸນຊາງ ແລະ ບ້ານ ຫ້ວຍແລ ເປັນບ້ານປ້ອງກັນຊາດເຂັ້ມແຂງ. .ໂດຍພາຍໃຕ້ເປັນປະທານເຂົ້າຮ່ວມຂອງ ສະຫາຍ ພັ.ທ ບຸນຈັນ ທະໄລຄໍາ ກຳມະການພັກເມືອງ ຫົວໜ້າກອງບັນຊາການທະຫານເມືອງບຸນເໜືອ.ເຂົ້າຮ່ວມມີຄະນະພັກຮາກຖານກຸ່ມ, ອົງການຈັດຕັ້ງບ້ານ ບຸນຊາງ ແລະ ບ້ານ ຫ້ວຍແລ.
ໃນພິທີເລຂາພັກນາຍບ້ານທັງສອງບ້ານຂຶ້ນລາຍງານ ເຊິ່ງໃຫ້ຊາບວ່າ:ຜ່ານຈາກການປະເມີນຕາມ6ມາດຖານໃນການສ້າງບ້ານປ້ອງກັນຊາດເຂັ້ມແຂງແມ່ນບັນລຸ95% ຂຶ້ນໄປ.ຈາກນັ້ນໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານເມືອງວ່າດ້ວຍການຢັ້ງຢືນຄອບຄົວປ້ອງກັນຊາດເຂັ້ມແຂງ ແລະ ຂໍ້ຕົກລົງຂອງກອງບັນຊາການທະຫານແຂວງຜົ້ງສາລີ ວ່າດ້ວຍການຢັ້ງຢືນ ແລະຮັບຮອງເອົາບ້ານບຸນຊາງ ແລະ ບ້ານຫ້ວຍໂປ່ງ ເມືອງບຸນເໜືອ ແຂວງຜົ້ງສາລີ ເປັນບ້ານປ້ອງກັນຊາດເຂັ້ມແຂງ ບ້ານທີ38-39 ຂອງເມືອງ.ພ້ອມທັງມອບ-ຮັບໃບຢັ້ງຢືນຢ່າງເປັນທາງການ.
ຕອນທ້າຍພິທີໄດ້ຮັບຟັງການໂອ້ລົມຂອງສະຫາຍ ພັ.ທ ບຸນຈັນ ທະໄລຄໍາ ກຳມະການພັກເມືອງ ຫົວໜ້າກອງບັນຊາການທະຫານເມືອງບຸນເໜືອ.ເຊິ່ງສະຫາຍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄອບຄົວ ແລະ ບ້ານທີ່ໄດ້ຮັບນາມມະຍົດໃນຄັ້ງນີ້, ພ້ອມທັງຮຽກຮ້ອງໃຫ້ເອົາໃຈໃສ່ປົກປັກຮັກສາ, ເສີມຂະ
ຫຍາຍມູນເຊື້ອອັນດີງາມໄວ້ໃຫ້ໝັ້ນຄົງ, ໃຫ້ອົງການປົກຄອງບ້ານ ສືບຕໍ່ສືກສາອົບຮົມການເມືອງນໍາພາແນວຄິດປະຊາຊົນ ບັນດາເຜົ່າ ຮັບຮູ້ເຊື່ອມຊືມກໍາແໜ້ນຕໍ່ແນວທາງປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ຢ່າງເລິກເຊິ່ງ, ປະກອບສ່ວນຕ້ານ ແລະ ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ຢູ່ໃນສັງຄົມຢ່າງຕັ້ງໜ້າ, ຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍ ແລະ ສ້າງສາພັດທະນາບ້ານໃຫ້ມີຄວາມຈະເລີນຮຸ່ງເຮືອງສີວິໄລ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ