ໜ້າຫຼັກ / ການເຄື່ອນໄຫວ / ພິທີ ຜັນຂະຫຍາຍເນື້ອໃນຜົນສຳເລັດກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງ ຍອດອູ ຄັ້ງທີ X ຢູ່ບ້ານ ຈອມພໍ້.ໃນ

ພິທີ ຜັນຂະຫຍາຍເນື້ອໃນຜົນສຳເລັດກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງ ຍອດອູ ຄັ້ງທີ X ຢູ່ບ້ານ ຈອມພໍ້.ໃນ

07 Apr 2025 | ຂ່າວ-ພາບ: ໄລພອນ ຖວທ ເມືອງ ຍອດອູ |

ຕອນເຊົ້າຂອງວັນທີ 7 ເມສາ 2025 ນີ້ຢູ່ທີ່ຫ້ອງການ ບ້ານຈອມພໍ້ ໄດ້ຈັດພິທີຜັນຂະຫຍາຍເນື້ອໃນຜົນສໍາເລັດ ກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງ ຍອດອູ ຄັ້ງທີ X ຂຶ້ນຢ່າງເປັນທາງການໂດຍພາຍໃຕ້ການເປັນປະທານຂອງສະຫາຍ ນາງ ດາວອນ ຫຼ້າແກ້ວ ກຳມະການປະຈຳພັກເມືອງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງຍອດອູ ມີສະຫາຍ ຊຽງອ່ອນ ດາລາ ເລຂາພັກນາຍບ້ານຈອມພໍ້, ເຖົ່າແກ່ແນວໂຮມ ອົງການຈັດຕັ້ງບ້ານທຸກຂັ້ນ ທີມງານຂອງເມືອງຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນບ້ານ ຈອມພໍ້ ເຂົ້າຮ່ວມທັງໝົດ 78 ທ່ານ, ຍິງ 39 ທ່ານ.
ໃນພິທີສະຫາຍ ນາງ ດາວອນ ຫຼ້າແກ້ວ ກຳມະການປະຈຳພັກເມືອງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງຍອດອູ ໄດ້ເຜີຍແຜ່ເນື້ອໃນເອກະສານດັ່ງກ່າວ ເຊິ່ງປະກອບມີ ມະຕິຕົກລົງ ສະບັບເລກທີ 110/ຄພຂ ລົງວັນທີ 18 ມີນາ 2025 ວ່າດ້ວຍການຮັບຮອງເອົາຜົນການເລືອກຕັ້ງຄະນະບໍລິຫານງານພັກເມືອງ ຍອດອູ ສະໄໝທີ X, ຄໍາສັ່ງສະບັບເລກທີ 27/ຂຜລ ລົງວັນທີ 20 ກຸມພາ 2025 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດການສະກັດກັ້ນໄຟໄໝ້ລາມປ່າ, ການຄຸ້ມຄອງການຖ່າງປ່າເຮັດໄຮ່, ການບຸກ
ລຸກທຳລາຍປ່າໄມ້ ແລະ ທີ່ດິນປ່າໄມ້ ໃນຂອບເຂດທົ່ວແຂວງຜົ້ງສາລີ ແລະ ຂໍ້ຕົກລົງສະບັບເລກທີ 47/ມຍອ ລົງວັນທີ 17 ກຸມພາ 2025 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງປົກປັກຮັກສາພັດທະນາ ແລະ ນຳໃຊ້ປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ ຢູ່ເມືອງຍອດອູ. ຈຸດປະສົງການລົງຜັນຂະຫຍາຍບັນດາເນື້ອໃນມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຄັ້ງທີ X ຄັ້ງນີ້ເພື່ອໃຫ້ພໍ່ແມ່ປະຊາຊົນຮັບຮູ້ເຂົ້າໃຈການກໍານົດທິດທາງແຜນການ ແລະ ບັນດາຄາດໝາຍລວມແຕ່ນີ້ຮອດປີ 2029 ບັນດາຈຸດສຸມທີ່ຈະແກ້ໄຂໃນຕໍ່ໜ້າ ແລະ ຈຸດໜາຍລວມ ຂອງແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ lV ( 2025-2029 )ສຸມໃສ່ບັນດາເປົ້າໝາຍ ແລະ ທາງອອກຂອງເມືອງ, ບັນດາຄາດໝາຍຕົວຊີ້ວັດຂອງແຕ່ລະຂົງເຂດໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ແລະ ບັນລຸຄາດໝາຍດີຂື້ນເທື່ອລະກ່າວ.

Share:

ຂ່າວຫຼ້າສຸດ

ການເມືອງ

ແຂວງຜົ້ງສາລີ ເຜີຍແຜ່ເອກະສານ ສຶກສາການເມືອງແນວຄິດ ສຳລັບ ສະມາຊິກພັກ ພະນັກງານ ເພືອດຳເນີນຊີວິດການເມືອງທົ່ວພັກ.

  • 01 May 2025
  • ຂ່າວ: ຍີນໄຊ ສີບຸນເຮືອງ

...

ອ່ານເພີ່ມ

ການເມືອງ

ພະແນກຈະລາຈອນ ປກສ ແຂວງ ຜົ້ງສາລີ ກຽມພ້ອມບໍລິການຄອຍເຫດຕະຫຼອດ 24 ຊົ່ວໂມງ ໄລຍະສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ລາວ

  • 09 Apr 2025
  • ນັກຂ່າວ ປກສ ແຂວງ

ພະແນກຈະລາຈອນ ກະກຽມຄວາມພ້ອມຮອບດ້ານ...

ອ່ານເພີ່ມ

ການເມືອງ

ກອງບັນຊາການທະຫານແຂວງຜົ້ງສາລີ ໂຄສະນາ-ປາຖະກະຖາ ວັນສໍາຄັນຂອງເພື່ອນມິດ ແລະ ສາກົນ.

  • 09 Apr 2025
  • ຂ່າວ-ພາບ: ທອງສຸກ ຈັນຖະໜອມ.

ໃນວັນທີ 09 ເມສາ 2025 ນີ້,...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ສະເຫຼີມສະຫຼອງວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວຄົບຮອບ 70 ປີ

  • 08 Apr 2025
  • ຂ່າວ: ສົມຄິດ ( ແຂວງຜົ້ງສາລີ)

...

ອ່ານເພີ່ມ