ເມືອງຍອດອູ ປາຖະກະຖາ 4 ວັນປະຫວັດສາດສຳຄັນຂອງພັກຂອງຊາດ.
04 Apr 2025 | ຂ່າວ-ພາບ: ໄລພອນ ຖວທ ເມືອງຍອດອູ. |
ໃນຕອນເຊົ້າ ວັນທີ 4 ເມສາ 2025 ຢູ່ທີ່ສະໂມສອນ ເມືອງຍອດອູ ແຂວງຜົ້ງສາລີ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງ
ກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີ ( 5 ເມສາ 1961–5 ເມສາ 2025), ວັນສ້າງຕັ້ງ ສາຍພົວພັນການທູດລະຫວ່າງ ສປປ ລາວ - ສປ ຈີນ ຄົບຮອບ 64 ປີ ( 5 ເມສາ 1961–5 ເມສາ2025),ວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ ແລະ ວັນສ້າງຕັ້ງຊາວໜຸ່ມປະຊາຊົນລາວ ຄົບຮອບ 70 ປີ (14 ເມສາ 1955-14 ເມສາ 2025) ໂດຍພາຍໃຕ້ການເປັນປະທານຂອງທ່ານ ສົມຫວັງ ສຸມວິໄລ ກໍາມະການພັກແຂວງ ເລຂາພັກເມືອງ-ເຈົ້າເມືອງຍອດອູ, ມີບັນດາທ່ານກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງ
ການ, ອົງການທຽບເທົ່າ, ໂຮງໝໍ, ກຳລັງປ້ອງກັຊາດ-ປ້ອງກັນຄວາມສະຫງົບ ຕະຫຼອດຮອດພະນັກງານ-ລັດຖະກອນເຂົ້້າຮ່ວມຢ່າງຫຼວງຫຼາຍ.
ໃນພິທີ ທ່ານ ສົມຫວັງ ສຸມວິໄລ ກໍາມະການພັກແຂວງ ເລຂາພັກເມືອງ-ເຈົ້າເມືອງຍອດອູ ໄດ້ເລົ່າຫວນຄືນມູນເຊື້ອວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຊື່ງທ່ານໃຫ້ຮູ້ບາງຕອນອັນພົ້ນເດັ່ນຂອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບເວົ້າລວມ, ເວົ້າສະເພາະແມ່ນວຽກງານສືບສວນ-ສອນສວນ,ວຽກງານຂັ້ນຮາກຖານ,4 ເນື້ອໃນ 4 ຄາ
ໝາຍ ທຸກສະຫາຍຕ້ອງກຳແໜ້ນໃຫ້ໄດ້ຜົນງານຄວາມດີ ແລະ ເອົາໃຈໃສ່ຕໍ່ບົດຮຽນທີ່ຖອດຖອນໃນຄັ້ງນີ້ເພື່ອນໍາໄປປັບປຸງເປັນແຜນການໃນຕໍ່ໜ້າ ເສີມສ້າງໃຫ້ກຳລັງປ້ອງກັນຄວາມສະຫງົບມີຄວາມກ້າວໜ້າແລະ ໝັ້ນຍືນໂດຍຫັນເອົາແນວ ທາງຂອງພັກ-ລັດ ແລະ ທິດທາງຂອງກະຊວງປ້ອງກັນຄວາມສະຫງົບນໍາໄປຜັນຂະຫຍາຍກ່ຽວ
ກັບບັນດາເນື້ອໃນເອກະສານຕ່າງໆ ເພື່ອເຮັດໃຫ້ວຽກງານການເມືອງແນວຄິດແຜນວຽກໃນຕໍ່ໜ້າປະກົດຜົນເປັນຈີງ ແລະ ດີຂື້ນເປັນກ້າວໆ ການປາຖະກະຖາຄັ້ງນີ້ເພື່ອເຮັດໃຫ້ບັນດາຜູ້ເຂົ້າຮ່ວມມີຄວາມເຂົ້າໃຈຢ່າງເລີກເຊີ່ງຕໍ່ວຽກງານປ້ອງກັນຄວາມສະຫງົບ. ຈາກນັ້ນ ທ່ານ ພັທ ລີ ປັນແກ້ວ ກຳມະການປະຈຳພັກເມືອງ ຫົວໜ້າກອງບັນ
ຊາການປ້ອງກັນຄວາມສະຫງົບເມືອງ ຍອດອູ ໄດ້ເລົ່າຄືນມູນເຊື້ອວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ເມືອງຍອດອູ ແລະ ທ່ານ ນາງ ດາວອນ ຫຼ້າແກ້ວ ກຳມະການປະຈຳພັກເມືອງ, ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ ກໍ່ໄດ້ເລົ່າຄືນມູນເຊື້ອການກໍາເນີດເຕີບໃຫຍ່ຂະຫຍາຍຕົວ ແລະ ປະຫັວດສາດຄວາມເປັນມາຂອງວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ເຊິ່ງຊາວໜຸ່ມແຕ່ລະຮຸ່ນໄດ້ປະກອບສ່ວນອັນສໍາຄັນເຂົ້າໃນພາລະກິດປະຕິວັດກໍຄືປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຊິ່ງຍາມໃດຊາວໜຸ່ມກໍ່ເປັນກອງນໍາໜ້າປະຈັນບານໃນທຸກສະໜາມຮົບ ແລະ ທຸກຂົງເຂດວຽກງານປະກອບສວ່ນເຂົ້າໃນພາລະກິດຕໍ່ສູ້ກູ້ຊາດເພື່ອຄວາມເປັນເອກະລາດຈົນຍາດໄດ້ໄຊຊະນະ ແລະ ມິອິດສະຫຼະພາບ ຄວາມຢູ່ເຢັນເປັນສຸກຂອງປະຊາຊົນລາວບັນດາເຜົ່າ ຕາມຄໍາຂວັນທີວ່າ: ບ່ອນໃດຍາກຊາວໜຸ່ມບຸກ ບ່ອນໃດທຸກຊາວໜຸ່ມຜ່ານຜ່າ ຊາວໜຸ່ມຈົ່ງປຽບດັງນົກອີນຊີທີ່ບໍ່ຫວັ່ນໄຫວຕໍ່ພະຍຸລົມແລງ ຈົ່ງການເປັນສີນໄຊແຫ່ງຍຸກສະໄໝ ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ແລະ ສະຖາປະນາເປັນສາທາ
ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊາວໜຸ່ມກໍ່ໄດ້ສະແດງໃຫ້ເຫັນເຖິງບົດບາດອັນສໍາຄັນເປັນກໍາລັງແຮງອັນມະຫາສານຕໍ່ການປົກປັກຮັກສາ, ສ້າງສາພັດທະນາປະ
ເທດຊາດ ແລະ ຊາວໜຸ່ມເປັນກະດຸກສັນຫຼັງຂອງຊາດເປັນແຂນຂວາຂອງພັກ ທັງເປັນຜູ້ສຶບທອດພາລະກິດຂອງປະເທດຊາດ ໃນການປາຖະກະຖາເລົ່າມູນເຊື້ອຄັ້ງນີ້ ກໍ່ເພື່ອເປັນການຫວນຄືນ ແລະ ສຶກສາອົບຮົມໃຫ້ສະມາຊິກຊາວໜຸ່ມຮຸ່ນໃຫມ່ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊີ່ງກໍາເເໜ້ນຄຸນສົມບັດສິນທໍາປະຕິວັດ ແລະ ກາຍ
ເປັນຊາວໜຸ່ມຜູ້ສຶບທອດທີ່ດີຂອງຊາດ.
ໃນຕອນທ້າຍ ສະຫາຍ ສົມຫວັງ ສຸມວິໄລ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ເມືອງຍອດອູ,ເປັນກຽດຂື້ນມອບລຽນໄຊຊາວໜຸ່ມຕະລຸມບອນໃຫ້ແກ່ 2 ສະ
ຫາຍ ຄື: 1 ສະຫາຍ ໄມ່ລື ຂັນຄໍາ ,2 ສະຫາຍ ນາງ ດາວອນ ຫຼ້າແກ້ວ ທີ່ມີຜົນງານດີເດັນເຂົ້າໃນການປະກອບສ່ວນວຽກງານຊາວໜຸ່ມໃນໄລຍະຜ່ານ.
Share: