ໜ້າຫຼັກ / ການເຄື່ອນໄຫວ / ເມືອງບຸນເໜືອຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ຂ້າສັດ-ຂາຍຊີ້ນ, ປາ ປະຈຳປີ 2024

ເມືອງບຸນເໜືອຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ຂ້າສັດ-ຂາຍຊີ້ນ, ປາ ປະຈຳປີ 2024

03 Apr 2025 | ຂ່າວ: ເມືອງບຸນເໜືອ |

ຕອນເຊົ້າຂອງວັນທີ 3 ເມສາ 2025 ຢູ່ສະໂມສອນຂອງຫ້ອງວ່າການເມືອງບຸນເໜືອ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ຂ້າສັດ-ຂາຍຊີ້ນ, ປາ ປະຈຳປີ 2024 ແລະ ວາງທິດທາງແຜນການປີ 2025. ພາຍໃຕ້ເປັນປະທານຂອງທ່ານ ຄໍາ ສຸວົງ ກຳມະການປະຈຳພັກເມືອງ ຮອງເຈົ້າເມືອງຜູ້ຊີ້ນໍາຂົງເຂດເສດຖະກິດ.ເຂົ້າຮ່ວມມີບັນດາຫົວໜ້າຫ້ອງການ ແລະ ພາກສ່ວນກ່ຽວຂ້ອງຂົງເຂດເສດຖະກິດຂັ້ນເມືອງຕະຫຼອດຮອດ ຫົວໜ່ວຍຂ້າສັດ, ຂາຍປາ ທົ່ວເມືອງບຸນເໜືອ.
ກອງປະຊຸມໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂ້າສັດ-ຂາຍ ຊີ້ນ, ປາ ປີ 2024 ແລະ ແຜນທິດທາງປີ 2025 ຜ່ານກົດລະບຽບວຽກງານຂ້າສັດ-ຂາຍຊີ້ນ, ປາປະຈຳປີ 2025 ໃນປີ 2024 ຜ່ານມາໄດ້ຮັບແຈ້ງຂື້ນທະບຽນວິສາຫະກິດບັນຫົວໜ່ວຍບໍລິການຂ້າສັດຂາຍຊີ້ນ-ຂາຍປາທັງໝົດ 125 ຫົວໜ່ວຍ ບໍລິການຢູ່ບັນດາຕະຫຼາດ 118 ຫົວໜ່ວຍ, ບ້ານ 7 ຫົວໜ່ວຍ, ແບ່ງຈຸຄີວຂ້າສັດ, ຂາຍຊີ້ນປະເພດງົວ ຄວາຍ 20 ຫົວໜ່ວຍ, ນໍາເຂົ້າໝູຈາກຕ່າງແຂວງ 2 ຫົວໜ່ວຍ, ຂາຍຍ່ອຍປາ 26 ຫົວໜ່ວຍ, ຂາຍຊີ້ນໝູໃນຕະຫຼາດ 107 ຫົວໜ່ວຍ, ເກັບຊື້ ແລະ ຂາຍເປັດໄກ 6 ຫົວໜ່ວຍ, ເຕົາບໍລິການຂ້າສັດ 6 ຫົວໜ່ວຍ, ຕິດຕາມກວດກາຄຸ້ມຄອງບັນດາຫົວໜ່ວຍຂ້າສັດ, ຂາຍຊີ້ນ-ປາໃນທ້ອງຕະຫຼາດໃຫ້ເຂົ້າສູ່ລະບຽບ ໂດຍມີການຈັດແບ່ງຄິວຂາຍຊີ້ນງົວຊີ້ນ ຄວາຍອອກເປ້ນ 20 ຄິວ, ຂາຍຊີ້ນໝູ 13 ຄິວສະໜອງມື້ລະ 8 ຄິວ, ໃນ 3 ຕະຫຼາດຄົບວົງຈອນ, ໂພນໂຮມ ແລະບ້ານໃໝ່ ແລະ ຕິດຕາມຄຸ້ມຄອງໃນດ້ານລາຄາຊີ້ນ-ປາ, ແຍກສິ້ນສ່ວນ ຕາມການກຳນົດໂຄງສ້າງລາຄາຊີ້ນ-ປາ ແຕ່ລະປະເພດ ຕາມຂໍ້ຕົກ
ລົງຂອງເຈົ້າເມືອງປະທານຊີ້ນໍາການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ, ໄດ້ຊຸກຍູ້ໃຫ້ບັນດາຫົວໜ່ວຍເຕົາຂ້າສັດ, ບໍລິການລັດຂ້າສັດ-ຂາຍຊີ້ນງົວ-ຄວາຍ, ໝູ, ປາ, ເປັດ ແລະ ໄກ່ ມາຕໍ່ທະບຽນອາກອນເສຍພັນທະອາກອນປະຈຳປີຕາມລະບຽບການ ໄດ້ທັງໝົດ 123 ຫົວໜ່ວຍ ເກັບລາຍຮັບມອບເຂົ້າງົບປະ ມານແຫ່ງລັດໄດ້ທັງໝົດ 383,500.000 ກີບ. ຈາກນັ້ນປະທານກອງປະຊຸມຍັງໄດ້ມີຄໍາຖາມເຈາະຈີ້ມໃນການຈັດຕັ້ງປະຕິບັດວຽກງານຂ້າສັດ ຂາຍຊີ້ນ 2024 ແລະ ແຜນທິດທາງປີ 2025 ເພື່ອໃຫ້ການຄຸ້ມຄອງມີຄວາມໂປ່ງໃສ ແລະ ຍຸຕິທໍາ.
ຕອນທ້າຍ ທ່ານ ຄໍາ ສຸວົງ ກຳມະການປະຈຳພັກເມືອງ ຮອງເຈົ້າເມືອງຜູ້ຊີ້ນໍາຂົງເຂດເສດຖະກິດ.ໄດ້ມີຄຳເຫັນຊີ້ແຈ້ງບັນດາຂໍ້ສະເໜີ, ຄໍາເຫັນຕໍ່ກອງປະຊຸມ ພ້ອມທັງເນັ້ນບາງບັນຫາຕື່ມຕໍ່ກັບ ດ້ານວິຊາການຂອງຫ້ອງການກ່ຽວຂ້ອງຂັ້ນເມືອງ: ເລີ່ມແຕ່ 2025 ເປັນຕົ້ນຢາກໃຫ້ທຸກພາກສ່ວນຕ້ອງ ປະຕິບັດລະບຽບການ ແລະ ນິຕິກໍາວາງອອກ ຕາມຮູບແບບຂອງຫຼາຍເມືອງ ແລະ ຫຼາຍ ແຂວງປະຕິບັດ ໂດຍມອບໃຫ້ໂຮງຂ້າສັດເປັນຜູ້ຮັບຜິດຊອບຂ້າສັດແຕ່ລະປະເພດ ເຊັ່ນ: ງົວ, ຄວາຍ, ຊີ້ນໝູລາດ ແຕ່ລະຫົວໜ່ວຍຕ້ອງໄດ້ແຍກປະເພດຊີ້ນແຕ່ລະປະເພດຢ່າງລະອຽດ ແລ້ວຈຶ່ງນໍາສົ່ງໃຫ້ຫົວໜ່ວຍຂາຍຍ່ອຍປະຈຳຢູ່ ຕະ ຫຼາດໃຫ້ພຽງພໍກັບຜູ້ຮັບຂາຍຊີ້ນແຕ່ລະລາຍການຂາຍຍ່ອຍ ຢູ່ແຕ່ລະຕະຫຼາດ, ງານຕ່າງໆ ເພື່ອເຮັດໃຫ້ຜູ້ຊົມໃຊ້ ໃຫ້ພຽງພໍ່ກັບຄວາມຕ້ອງການຂອງສັງຄົມ ແມ່ນຈະເຮັດໃຫ້ການຄຸ້ມຄອງມີຄວາມສະດວກ ແລະ ຮັບປະກັນ; ແລະ ພ້ອມກັນຈັດຕັ້ງປະຕິບັດຮູບແບບການບໍລິການຂ້າສັດຂາຍຊີ້ນໃນໄລຍະຜ່ານມາເຫັນວ່າຈະຕ້ອງໄດ້ປັບປຸງຍົກ ລະດັບ ການຄຸ້ມຄ້ອງຕາມໜ້າວຽກຂອງຂະແໜງກ່ຽວຂ້ອງ, ເຕົາ ຫຼື ໂຮງຂ້າສັດ, ຫົວໜ່ວຍບໍລິການຂາຍຊີ້ນຍ່ອຍຕ້ອງ ໄດ້ເອົາຈິງເອົາຈັງ ແລະ ມີຄວາມໂປ່ງໃສຍຸຕິທໍາຫຼາຍກວ່າເກົ່າ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ແຂວງຜົ້ງສາລີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

  • 05 Jun 2025
  • ພາບ-ຂ່າວ: ແສງຄໍາ ສາລີວັນ

ພິທີສະເຫຼີມສະຫຼອງ...

ອ່ານເພີ່ມ

ເສດຖະກິດ

ສ້າງຄວາມເຂັ້ມແຂງດ້ານເຕັກນິກສິຊາການ ໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງຜົ້ງສາລີ.

  • 05 Jun 2025
  • ຂ່າວ:ຍີນໄຊ ສີບູນເຮືອງ

ໃນວັນທີ 5 ມິຖຸນາ 2025 ນີ້​...

ອ່ານເພີ່ມ

ການເມືອງ

ແຂວງຜົ້ງສາລີ ປະກາດແຕ່ງຕັ້ງຮອງປະທານສະຫະພັນນັກຮົບເກົ່າແຂວງ (ຜູ້ໃໝ່)

  • 05 Jun 2025
  • ຂ່າວ ນາງ ວຽງສະຫວັນ

ວັນທີ 5 ມິຖຸນາ 2025 ນີ້ ແຂວງຜົ້ງສາລີ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ໝ່ວຍພັກໂຮງໝໍແຂວງຜົ້ງສາລີດຳເນີນຊີວິດການເມືອງທ້າຍສະໄໝທີ l ແລະ ທາບທາມຮອບທີII

  • 05 Jun 2025
  • ຂ່າວ: ສົມຄິດ

...

ອ່ານເພີ່ມ